ທ່າແຮງ ການຕ່ຳຫູກ

01/08/2024 10:04
Email Print 888
ຂປລ ມູນເຊື້ອວັດທະນະທໍາການຕໍ່າຫູກທໍໄໝໃນສັງຄົມລາວເປັນສິ່ງດີງາມ, ໄດ້ຮັບການສືບທອດກັນມາຈາກຮຸ່ນສູ່ຮຸ່ນ ພັດທະນາຈາກມູນເຊື້ອດັ້ງເດີມ ແລະ ເສີມຂະ ຫຍາຍດ້ວຍຫົວຄິດປະດິດສ້າງອັນຫລາກຫລາຍຕາມກະແສຟອງແຫ່ງການພັດທະນາ.

*ມູນເຊື້ອວັດທະນະທໍາການຕໍ່າຫູກທໍໄໝໃນສັງຄົມລາວເປັນສິ່ງດີງາມ, ໄດ້ຮັບການສືບທອດກັນມາຈາກຮຸ່ນສູ່ຮຸ່ນ ພັດທະນາຈາກມູນເຊື້ອດັ້ງເດີມ ແລະ ເສີມຂະ ຫຍາຍດ້ວຍຫົວຄິດປະດິດສ້າງອັນຫລາກຫລາຍຕາມກະແສຟອງແຫ່ງການພັດທະນາ. ເວົ້າເຖິງການຕໍ່າຫູກທໍໄໝເປັນທັງອາຊີບຫລັກ ແລະ ສໍາຮອງເຮັດເສີມໃນຍາມມີໂອກາດ, ດຽວນີ້ເຫັນວ່າຂະຫຍາຍຫລາຍຂຶ້ນນັບມື້ ຍ້ອນໄດ້ຮັບການສົ່ງເສີມ-ຊົມໃຊ້ກວ້າງຂວາງ. ຈາກການຕໍ່າແບບຄອບຄົວກາຍເປັນກຸ່ມ, ກາຍເປັນຫົວໜ່ວຍທຸລະກິດຫັດຖະກໍາ...ທີ່ສາມາດສ້າງລາຍຮັບໄດ້ເປັນຢ່າງດີ, ສໍາຄັນແມ່ນຄວາມຕັ້ງໃຈເຮັດແທ້ທໍາຈິງ.

ບົດນີ້ນໍາເອົາຂໍ້ມູນເລັກນ້ອຍກ່ຽວກັບການຕໍ່າຫູກທໍໄໝ ທີ່ເກີດຈາກຄວາມຮັກ ມັກ ຄວາມອົດທົນຕັ້ງໃຈຈິງ, ນອກຈາກເປັນການປະກອບສ່ວນສໍາຄັນໃນການອະນຸລັກ ແລະ ສົ່ງເສີມການຕໍ່າຫູກທໍໄໝ ກໍ່ຄືມູນເຊື້ອສິລະປະຫັດຖະກໍາລາວແລ້ວ ຍັງສາມາດສ້າງລາຍຮັບເຂົ້າຄອບຄົວເປັນທີ່ໜ້າພໍໃຈອີກດ້ວຍ. ທ່ານນາງ ແພງສີສີສະເກດ ອາຍຸ 56 ປີ ອະດີດຮອງປະທານສະຫະພັນແມ່ຍິງເມືອງຕະໂອ້ຍ ເປັນໜຶ່ງໃນຄອບຄົວຕົວແບບການສ້າງເສດຖະກິດຄອບຄົວຂອງແມ່ຍິງເມືອງຕະໂອ້ຍແຂວງສາລະວັນ. ກ່ອນທີ່ຈະເລີ່ມຕົ້ນເປັນອາຊີບເສີມນີ້ ເພິ່ນໃຫ້ຮູ້ວ່າຍ້ອນມີໃຈມັກ-ຮັກ ແລະ ມີພອນສະຫວັນດ້ານການຕໍ່າຫູກ ໂດຍສະ ເພາະແມ່ນການເກັບລາຍ ພ້ອມທັງຊອກຮູ້ສະແຫວງຫານໍາພໍ່ແມ່ ແລະ ປູ່ຍ່າຕາຍາຍຂອງຕົນເອງ.ເມື່ອສ້າງຄອບຄົວແລ້ວ ຈຶ່ງຢາກນໍາເອົາສິ່ງທີ່ມັກມາສ້າງເປັນອາຊີບເສີມໃຫ້ແກ່ຄອບຄົວ. ສະນັ້ນ, ປີ 2000 ເປັນຕົ້ນມາເພິ່ນກໍ່ໄດ້ເລີ່ມຕໍ່າຫູກດ້ວຍການນໍາໃຊ້ຕົ້ນທຶນ 1.500.000 ກີບ (ຊື້ອຸປະກອນ) ໄລຍະນັ້ນສາມາດຜະລິດໄດ້120 ຜືນ/ປີ ແລະ ຂາຍໃນລາຄາ 60.000 ກີບ/ຜືນ, ສ້າງລາຍຮັບເຂົ້າຄອບຄົວ 7.000.000 ກວ່າກີບ/ປີ. ຈົນມາຮອດປີ 2008,ຫ້ອງການສະຫະພັນແມ່ຍິງເມືອງຕະໂອ້ຍ ໄດ້ມີການຊຸກຍູ້ສົ່ງເສີມວຽກງານຕໍ່າຫູກ ທໍໄໝຂອງເອື້ອຍນ້ອງແມ່ຍິງ, ມີການສະໜອງທຶນຈໍານວນໃຫ້ຜູ້ຕໍ່າຫູກ ຊຶ່ງຄອບຄົວ ທ່ານ ແພງສີ ຈຶ່ງໄດ້ຮັບການສະໜູນທຶນ 5.000.000 ກວ່າກີບບວກກັບທຶນຕົນເອງ ເພື່ອສືບຕໍ່ກິດຈະກໍາຕໍ່າຫູກ ໂດຍໃນໄລຍະນັ້ນໂດຍສະເລ່ຍໜຶ່ງປີສາມາດຜະລິດສິ້ນກ່ານໂດແບບລາຍດອກທໍາມະດາໄດ້130ຜືນ/ປີ ແລະ ຂາຍໃນລາຄາ 220.000 ກີບ ແລະສີ້ນກ່ານໂດແບບເກັບດອກ ລວດລາຍໄດ້ 15 ຜືນຂາຍໃນລາຄ່າ350.000ກີບ/ຜືນ. ຖືວ່າສາມາດສ້າງລາຍຮັບໄດ້ 43.000.000ກວ່າກີບ/ປີ. ມາ ຮອດປັດຈຸບັນກິດຈະກໍາຕ່ໍາຫູກຂອງຄອບຄົວ ທ່ານນາງ ແພງສີ ມີກີ່ຕໍ່ 3 ໜ່ວຍ ແລະ ມີແຮງງານທັງໝົດ 3 ຄົນ, ສາມາດຜະລິດໄດ້ 160 ຜືນ/ປີ ແລະ ຂາຍໃນລາຄາ 350.000 ກີບ/ຜືນ, ໂດຍສະເລ່ຍ ມີລາຍຮັບເຂົ້າສູ່ຄອບຄົວ 56.000.000 ລ້ານກີບ/ປີ.

ເວົ້າເຖິງການຕໍ່າຫູກທໍໄໝຂອງແມ່ຍິງລາວ ແມ່ນມູນເຊື້ອວັດທະນະທໍາອັນດີງາມ ຊຶ່ງມີທຸກເຜົ່າ, ປຽບດອກໄມ້ຫລາຍສີໂຮມຢູ່ໃນຕົ້ນດຽວກັນ. ຫລາຍຄອບຄົວມີມູນເຊື້ອເລື່ອງຕໍ່າຫູກ ແລະ ເກັບຂິດລວດລາຍດອກທີ່ສະຫລັບສັບຊ້ອນສວຍງາມ, ທັງສາມາດຄໍ້າຊູເສດຖະກິດຄອບຄົວລ້ຽງລູກເຕົ້າ ໄດ້ເຂົ້າໂຮງຮຽນຈົນຈົບມີວິຊາອາຊີບ, ສະນັ້ນຈຶ່ງຖືເປັນອາຊີບທີ່ຄົງຄຸນຄ່າ ແລະ ມີທ່າແຮງ ຊຶ່ງຈະຕ້ອງໄດ້ຊຸກຍູ້ສົ່ງເສີມຢ່າງແຂງແຮງຕໍ່ໆໄປ.

ໂດຍ: ຄ້ອງໃໝ່.

KPL

ຂ່າວອື່ນໆ

ads
ads

Top