ລາວ ສືບຕໍ່ບັນຫາໄຟເງິນເຟີ້

26/06/2024 11:46
Email Print 383
ຂປລ ສປປ ລາວ ສືບຕໍ່ແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ໄພເງິນເຟີ້ຢ່າງ ເພື່ອຫລຸດຜ່ອນຜົນກະທົບໂດຍລວມໃນສັງຄົມຂະນະທີ່ບັນດາ 10 ປະເທດ ສະມາຊິກອາຊຽນກໍພວມຜະເຊີນໜ້າໄພເງິນເຟີ້ເຊັ່ນກັນ.

     *ສປປ ລາວ ສືບຕໍ່ແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ໄພເງິນເຟີ້ຢ່າງ ເພື່ອຫລຸດຜ່ອນຜົນກະທົບໂດຍລວມໃນສັງຄົມຂະນະທີ່ບັນດາ 10 ປະເທດ ສະມາຊິກອາຊຽນກໍພວມຜະເຊີນໜ້າໄພເງິນເຟີ້ເຊັ່ນກັນ. ຫລ້າສຸດໃນວັນທີ 7 ມິຖຸນາ 2024 ຄະນະກໍາມະການນະໂຍບາຍເງິນຕາ (ຄນງ) (Monetary Policy Committee) ໄດ້ດໍາເນີນກອງປະຊຸມຄັ້ງທີ 1 ຂອງປີ 2024 ໂດຍການເປັນປະທານຂອງ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ປະທານຄະນະກໍາມະການນະໂຍບາຍເງິນຕາ, ມີຮອງປະທານຄະນະກໍາມະການ, ກໍາມະການ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

     ກອງປະຊຸມ ຄນງ ຄັ້ງນີ້ ແມ່ນໄດ້ປະເມີນສະພາບເສດຖະກິດ ແລະ ການຈັດຕັ້ງປະຕິບັດນະໂຍບາຍເງິນຕາໃນໄລຍະ 5 ເດືອນຕົ້ນປີ 2024 ແລະ ກຳນົດທິດທາງການຈັດຕັ້ງປະຕິບັດນະໂຍບາຍເງິນຕາໃນໄລຍະ 7 ເດືອນທ້າຍປີ 2024. ໃນໄລຍະ 5 ເດືອນຕົ້ນປີ 2024 ເສດຖະກິດ-ການເງິນ ສປປ ລາວ ໄດ້ຜະເຊີນກັບຄວາມທ້າທາຍຫລາຍດ້ານທັງສະພາບຢູ່ສາກົນເຊັ່ນ: ຫລາຍປະເທດຍັງມີອັດຕາເງິນເຟີ້ ໃນລະດັບສູງ, ຕະຫລາດການເງິນຍັງຜັນຜວນເຮັດໃຫ້ທະນາຄານກາງຂອງປະເທດທີ່ພັດທະນາແລ້ວ ຍັງສືບຕໍ່ປະຕິບັດນະໂຍບາຍເງິນຕາແບບຮັດກຸມ ໂດຍຮັກສາອັດຕາດອກເບ້ຍນະໂຍບາຍໄວ້ໃນລະດັບສູງ ໂດຍສະເພາະທະນາຄານກາງຂອງ ສ ອາເມລິກາ ແລະ ສະພາບຢູ່ພາຍໃນ ສປປ ລາວເອງ ໂດຍສະເພາະຄວາມບໍ່ສົມດູນຂອງລະບົບເສດຖະກິດ, ບັນຫາອັດຕາເງິນເຟ້ີສູງ ແລະ ເງິນກີບອ່ອນຄ່າ; ສະນ້ັນ, ທະນາຄານແຫ່ງ ສປປ ລາວ ຈຶ່ງ ໄດ້ນໍາໃຊ້ເຄື່ອງມືນະໂຍບາຍເງິນຕາໃນທິດທາງທີ່ຮັດກຸມຫລາຍຂຶ້ນ ໂດຍໄດ້ປັບເພີ່ມອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ ຈາກ 7,5% ມາເປັນ 8,5% ຕໍ່ປີ; ແລະ ໄດ້ສືບຕໍ່ຮັກສາອັດຕາສ່ວນເງິນແຮຝາກບັງຄັບໄວ້ໃນລະດັບ 8% ສຳລັບສະກຸນເງິນກີບ ແລະ 10%  ສຳລັບເງິນຕາຕ່າງປະເທດ. 

    ກອງປະຊຸມໄດ້ຕີລາຄາສະພາບ ເສດຖະກິດ-ການເງິນໃນໄລຍະ 7 ເດືອນຕໍ່ໜ້າ ຍັງຈະສືບຕໍ່ຜະເຊີນກັບສິ່ງທ້າທາຍຫລາຍດ້ານ ຈາກທັງສະພາບຂອງສາກົນຍັງມີຄວາມບໍ່ແນ່ນອນທາງດ້ານການດຳເນີນນະໂຍບາຍເງິນຕາຂອງຫລາຍປະເທດ; ລາຄານຳ້ມັນ ແລະ ຕະຫລາດເງິນຍັງສືບຕໍ່ຜັນຜວນ; ສົມທົບກັບສະພາບພາຍໃນຍັງມີຄວາມກົດດັນຫລາຍດ້ານເຊັ່ນ: ດຸນການຄ້າ, ພັນທະການຊຳລະກັບຕ່າງປະເທດກົດດັນຕໍ່ອັດຕາແລກປ່ຽນກະທົບຕໍ່ອັດຕາເງິນເຟີ້ທີ່ຍັງຢູ່ໃນລະດັບສູງ25%. ດັ່ງນັ້ນ, ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ດຳເນີນນະໂຍ ບາຍເງິນຕາໃນທິດທາງທີ່ຮັດກຸມ ໂດຍ ຄນງ ມີມະຕິ 5 ຂໍ້ຄື: 1. ປັບ ຂຶ້ນອັດຕາດອກເບ້ຍພື້ນຖານຂອງ ທະນາຄານແຫ່ງ ສປປ ລາວ ສະກຸນ ເງິນກີບ ຈາກ 8,5% ຕໍ່ປີ ເປັນ 10% ຕໍ່ປີ; 2. ອອກເຄື່ອງມືນະໂຍບາຍ ເງິນຕາໃນຕະຫລາດເປີດ; 3. ປັບປຸງອົງປະກອບຂອງເງິນແຮຝາກບັງຄັບ; 4. ສືບຕໍ່ດຳເນີນນະໂຍບາຍອັດຕາແລກປ່ຽນໄປຕາມກົນໄກຕະຫລາດທີ່ມີການຄຸ້ມຄອງ ຂອງລັດ ແລະ 5. ສືບຕໍ່ຄຸ້ມຄອງເງິນຕາຕ່າງປະເທດຕາມແຜນທີ່ກຳນົດໄວ້.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຫາລືວຽກງານອາຊະຍາກໍາຂ້າມຊາດອາຊຽນ ASEAN

      ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຫາລືວຽກງານອາຊະຍາກໍາຂ້າມຊາດ

      6/27/2024 2:06:53 PM

      ຂປລ. ກອງປະຊຸມວົງແຄບ ບັນດາເຈົ້າໜ້າທີ່ອາວຸໂສປະເທດ ສະມາຊິກອາຊຽນ ທີ່ຮັບຜິດ ຊອບວຽກງານອາຊະຍາກໍາຂ້າມຊາດ ເປັນກອງປະຊຸມປິ່ນອ້ອມ ຂອງກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາ ຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 26 ມິຖຸນາ 2024

    • ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24ອາຊຽນ ASEAN

      ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24

      6/26/2024 1:50:56 PM

      ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ໄຂຂຶ້ນໃນວັນທີ 26 ມິຖຸນາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ມີບັນດາຫົວໜ້າ ເຈົ້າໜ້າທີ່ອາວຸໂສອາຊຽນ, ຫົວໜ້າຄະນະຜູ້ແທນຕີມໍແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນ ດ້ານການເມືອງ-ຄວາມໝັ້ນຄົງ, ພ້ອມດ້ວຍຄະນະຜູ້ແທນອາຊຽນ ເຂົ້າຮ່ວມ.

    • ພົບປະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດອາຊຽນ ASEAN

      ພົບປະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ

      6/26/2024 1:46:19 PM

      ຂປລ. ໃນວັນທີ 26 ມິຖຸນາ 2024 ຢູ່ນະຄອນຫລວງວຽງຈັນ, ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງ ຄະນະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາ ຂ້າມຊາດ ຄັ້ງທີ 24 ເຊິ່ງນໍາໂດຍ ທ່ານ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການກະຊວງ ປກສ, ປະທານກອງປະຊຸມ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ ຂອງ ສປປ ລາວ.

    • ອາຊຽນ ສ້າງຖະແຫລງການ ກ່ຽວກັບການເຄື່ອນຍ້າຍ ແຮງງານ ແລະ ການພັດທະນາສີມື ໃຫ້ແກ່ແຮງງານເຄື່ອນຍ້າຍອາຊຽນ ASEAN

      ອາຊຽນ ສ້າງຖະແຫລງການ ກ່ຽວກັບການເຄື່ອນຍ້າຍ ແຮງງານ ແລະ ການພັດທະນາສີມື ໃຫ້ແກ່ແຮງງານເຄື່ອນຍ້າຍ

      6/26/2024 8:28:23 AM

      ຂປລ. ກອງປະຊຸມສ້າງຖະແຫລງການອາຊຽນ ກ່ຽວກັບການເຄື່ອນຍ້າຍແຮງງານ, ການຮັບຮູ້ ແລະ ການພັດທະນາສີມືແຮງງານ ໃຫ້ແກ່ແຮງງານເຄື່ອນຍ້າຍ ຈັດຂຶ້ນໃນລະຫວ່າງວັນທີ 24-25 ມິຖຸນາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ເອກກະພາບ ພັນທະວົງ ຮອງເລຂາທິການໃຫ່ຍປະຊາຄົມ ວັດທະນະທຳ-ສັງຄົມ ອາຊຽນ

    • ປະເທດ ສ.ປປ ເກົາຫລີອາຊຽນ ASEAN

      ປະເທດ ສ.ປປ ເກົາຫລີ

      6/25/2024 5:27:28 PM

      ປະເທດສາທາ ລະນະລັດປະຊາທິປະໄຕ ປະຊາຊົນ ເກົາຫລີ (Democratic People’s Republic of Korea: DPRK) ຫລື ເອີ້ນວ່າ ສ.ປປ ເກົາຫລີ (North Korea), ມີນະຄອນຫລວງຊື່ວ່າ: ພຽງຢາງ(Pyong yang) ສປປເກົາຫລີ ເປັນປະເທດໜຶ່ງ ທີ່ຕັ້ງຢູ່ໃນອາຊີ ຕາເວັນອອກ ມີຊາຍແດນຕິດກັບ ຈີນ ແລະ ສ.ເກົາຫລີ. ມີເນື້ອທີ່ທັງໝົດ 121.125 ກິໂລແມັດ ກວມເອົາປະຊາກອນ ປະມານ 26,07 ລ້ານຄົນ(ໃນປີ 2022); ປະຊາຊົນສ່ວນໃຫຍ່ນັບຖື ສາສະໜາພຸດ ແລະ ລັດທິຂົງຈື້

ads
ads

Top