ມີທຳມະຊາດ ມີແຫລ່ງທ່ອງທ່ຽວຍຶນຍົງ

13/06/2024 09:59
Email Print 768
ຂປລ ການທ່ອງທ່ຽວທໍາມະຊາດຢູ່ປະເທດເຮົາ ໄດ້ຮັບຄວາມນິຍົມຫລາຍຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ອາດຈະບໍ່ແຕກຕ່າງຈາກຫລາຍໆ ປະເທດ ທີ່ມີມູນມັ່ງທາງທໍາມະຊາດອັນສວຍງາມ ເປັນອັນສະເພາະຕາມສະພາບທີ່ຕັ້ງພູມສັນຖານ, ໝາຍວ່າສວຍສົດງົດງາມແຕກຕ່າງກັນໄປ.

    *ການທ່ອງທ່ຽວທໍາມະຊາດຢູ່ປະເທດເຮົາ ໄດ້ຮັບຄວາມນິຍົມຫລາຍຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ອາດຈະບໍ່ແຕກຕ່າງຈາກຫລາຍໆປະເທດ ທີ່ມີມູນມັ່ງທາງທໍາມະຊາດອັນສວຍງາມ ເປັນອັນສະເພາະຕາມສະພາບທີ່ຕັ້ງພູມສັນຖານ, ໝາຍວ່າສວຍສົດງົດງາມແຕກຕ່າງກັນໄປ. ດ້ວຍປະການດັ່ງກ່າວ ໃນຖານະມະນຸດຜູ້ອາໄສທໍາມະຊາດ ເພື່ອດໍາລົງຊີວິດຈະໃນສະພາບເງື່ອນໄຂໃດກໍ່ຕາມ, ໄປຄຽງຄູ່ກັບການນໍາໃຊ້ຊັບພະຍາກອນທໍາມະຊາດ, ມະນຸດກໍ່ມີໜ້າທີ່-ພັນທະໃນການປົກປັກຮັກສາທໍາມະຊາດ ເພື່ອຄວາມຍືນຍົງ, ບໍ່ດັ່ງນັ້ນທໍາມະຊາດອາດລົງໂທດມະນຸດ ເຮັດໃຫ້ນໍ້າຖ້ວມ, ແລ້ງ...ກະທົບການດໍາລົງຊີວິດ ແລະ ການພັດທະນາ.

    ເວົ້າເຖິງທໍາມະຊາດ ແມ່ນມີປະໂຫຍດຫລວງຫລາຍພາຍມາກ ບ່ໍອາດເວົ້າໄດ້ຄົບຖ້ວນໃນໜ້າເຈ້ຍອັນມີລັກສະນະຈໍາກັດໃດໜຶ່ງໄດ້. ມະນຸດອາໄສທໍາມະຊາດເປັນແຫລ່ງອາຫານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການດໍາລົງຊີວິດດ້ານຕ່າງເຊິ່ງຕິດພັນກັນທັງໝົດ. ຈ້ອນມາເວົ້າໃນດ້ານການທ່ອງທ່ຽວ, ແຫລ່ງທ່ອງທ່ຽວທໍາມະຊາດຢູ່ປະເທດເຮົາມີຫລາຍ, ທັງພູຜາປ່າໄມ້, ແມ່ນໍ້າ...ຍາມນີ້ຝົນຫລາຍ, ຫ້ວຍນໍ້າລໍາເຊມີນໍ້າຫລາຍອໍານວຍໃຫ້ແກ່ສິ່ງມີຊີວິດໃນທໍາມະຊາດ ແລະ ໃຫ້ຄົນ, ໃນນັ້ນລວມທັງອໍານວຍໃຫ້ແກ່ການທ່ຽວທ່ຽວທີ່ກ່ຽວຂ້ອງເລື່ອງນໍ້າ (ນໍ້າຕົກຕາດ). ໃນ ຍາມແລ້ງ, ສະຖານທີ່ທ່ອງທ່ຽວທາງທໍາມະຊາດນໍ້າຕົກຕາດ ບາງບ່ອນ ບໍ່ມີນໍ້າພໍເທົ່າໃດກໍ່ເຮັດໃຫ້ສູນເສຍຄວາມສວຍງາມໄປ, ຄົນກໍ່ບໍ່ສົນໃຈ, ສົ່ງຜົນໃຫ້ຜູ້ປະກອບການສະຖານທີ່ທ່ອງທ່ຽວລາຍຮັບຕົກ.

    ທາງກົງກັນຂ້າມແຫລ່ງທ່ອງທ່ຽວທາງທໍາມະຊາດໃດ ທີ່ສະພາບມີລັກສະນະໝັ້ນຄົງໃນຄວາມສວຍງາມ ກໍ່ຈະນັກທ່ອງທ່ຽວເຂົ້າໄປບໍ່ຂາດເຮັດໃຫ້ລາຍຮັບມີສະໝໍ່າສະເໝີ...ນັ້ນແມ່ນຜົນໄດ້ຈາກທໍາມະຊາດ ເຊິ່ງຖ້າຫາກປົກປັກຮັກສາແຫລ່ງທໍາມະຊາດໄວ້ຢ່າງຍືນຍົງ, ມະນຸດກໍ່ຈະມີອັນໄດ້ຈາກມັນຍືນຍົງ.ບັນຫາທີ່ຖືກຕັ້ງຂຶ້ນແມ່ນການປົກປັກຮັກສາທໍາມະຊາດ ເພື່ອການທ່ອງທ່ຽວຍືນຍົງ, ເວົ້າເຖິງຫ້ວຍນ້ໍາລໍາເຊກ່ໍຕ້ອງປາສະຈາກພູຜາປ່າໄມ້ ແລະ ຊີວະນາໆພັນບໍ່ໄດ້, ສະນັ້ນ ຕ້ອງໄດ້ເຮັດຄຽງຄູ່ກັນໄປໃນການອະນຸລັກປົກປັກຮັກສາສະພາບແວດລ້ອມທາງທໍາມະຊາດ. ຖ້າຂາດປ່າໄມ້ທີ່ຂຽວສົດງົດງາມແມ່ນໍ້າລໍາເຊກໍ່ຈະຄ່ອຍໆແຫ້ງຂອດ, ປ່າຍອດນໍ້າຈຶ່ງສໍາຄັນ. ມີຫລາຍຄໍາເຫັນເວົ້າວ່າຜ່ານມາພວກເຮົາກໍ່ໄດ້ເອົາໃຈໃສ່ຢ່າງແຂງແຮງສົມຄວນແລ້ວ ໃນການປົກປັກຮັກສາປ່າຍອດນໍ້າ ເພື່ອການພັດທະນາ ເຊິ່ງໃນນ້ັນການທ່ອງທ່ຽວທໍາມະຊາດ ໂດຍສະເພາະນໍ້າຕົກຕາດ, ຫ້ວຍນໍ້າລໍາເຊອັນໃສເຢັນ...ກໍ່ແມ່ນ ໄດ້ຕິດພັນກັບການຮັກສາປ່າຍອດນໍ້າ.

    ດ້ວຍປະການດັ່ງກ່າວຕາມທິດທ່ອງທ່ຽວຍືນຍົງ, ສະເພາະການທ່ອງທ່ຽວທໍາມະຊາດນໍ້າຕົກຕາດ, ຍ່າງປ່າ...ອັນໃດກໍ່ດີທີ່ຕິດພັນພູຜາປ່າໄມ້ ຕ້ອງສືບຕໍ່ຢ່າງແຂງແຮງການປົກປັກຮັກສາປ່າຍອດນໍ້າກໍ່ຄືຕາມລໍາແມ່ນໍ້າ ເພື່ອໃຫ້ທໍາມະຊາດຈະເລີນເຕີບໂຕດ້ວຍທໍາມະຊາດຂອງມັນ ໂດຍປາສະຈາກການລົບກວນຂອງມະນຸດ. ເຮັດໄດ້ຄືແນວນັ້ນຈຶ່ງຈະມີຄວາມຍືນຍົງ, ເປັນມູນມັງທີ່ກິນບໍ່ບົກຈົກບໍ່ລົງຄືຜູ້ເຖົ້າອວຍພອນໃນເວລາມັດແຂນ.ຕິດພັນກັບການທ່ອງທ່ຽວທໍາມະຊາດ ໂດຍສະເພາະແມ່ນໍ້າລໍາເຊ, ນໍ້າຕົກຕາດ...ບັນຫາທີ່ມັກຖືກຕັ້ງຂຶ້ນ ເພື່ອແລກປ່ຽນຄໍາເຫັນແມ່ນການບໍລິການທີ່ມີການປຸກສ້າງລົງ ເຂດແມ່ນໍ້າຖືວ່າດຶງດູດນັກທ່ອງທ່ຽວໄດ້ດີ, ຈັບຈິດຕະສາດຂອງຄົນ...ໄດ້? ນັກທ່ອງທ່ຽວໄດ້ສໍາພັດຜ່ານກາຍອິນຊີຄົບຖ້ວນກໍ່ວ່າໄດ້. ເຖິງຢ່າງໃດກໍ່ດີບັນຫາທີ່ມີຄວາມເປັນຫ່ວງຂອງຄົນຈໍານວນໜຶ່ງທີ່ໃຫ້ຄວາມສໍາຄັນທໍາມະຊາດ ແມ່ນການລົບກວນທໍາມະຊາດ ຫລາຍເກີນໄປຈະມີຜົນດີຜົນລົບ? ໂດຍສະເພາະໃນໄລຍະຍາວ. ບັນຫາ ແລະ ປາກົດການເລັກນ້ອຍ ແຕ່ເມື່ອເກີດຂຶ້ນ ແລະ ຖືກນໍາໄປເຜີຍແຜ່ຜ່ານສື່ສັງຄົມ ເປັນຕົ້ນການຖິ້ມຂີ້ເຫຍື້ອ-ສິ່ງເສດເຫລືອທົ່ວທີບ, ທັງບົກ ແລະ ໃສ່ນໍ້າບ່ອນຫລິ້ນມັກຈະກາຍເປັນກະແສວິພາກວິຈານ ທັງເຮັດເຮັດ ແລະ ຜູ້ປະກອບການ.

    ນັ້ນກໍ່ສະແດງວ່າຄົນສ່ວນຫລາຍ ແມ່ນຮັກທໍາມະຊາດ ແລະ ຢາກໃຫ້ມັນສາມາດນໍາໃຊ້ໄດ້ຢ່າງຍືນຍົງ. ສະຫລຸບວ່າຖ້າຢາກມີບ່ອນທ່ອງທ່ຽວທໍາມະຊາດສວຍສົດງົດງາມທັງພູຜາປ່າໄມ້, ຫ້ວຍນໍ້າລໍາເຊ...ບໍ່ມີມື້ບົກແຫ້ງແມ່ນຈໍາເປັນຕ້ອງຖືສໍາຄັນວຽກງານປົກປັກຮັກສາທໍາມະຊາດ. ທໍາມະຊາດໃຫ້ປະໂຫຍດແກ່ເຮົາ, ເຮົາຈະເຮັດແນວໃດເພື່ອໃຫ້ສາມາດຊົມໃຊ້ທ່າແຮງທາງທໍາມະຊາດບໍ່ມີມື້ຂາດ-ບົກ ແຫ້ງກໍ່ຄືຍືນຍົງກໍ່ມີແຕ່ບໍ່ທໍາລາຍມັນ, ພວກເຮົາຍິ່ງຕ້ອງເອົາໃຈໃສ່ ຖືເປັນຊີວິດຈິດໃຈໃນຄວາມສໍານຶກ ຕໍ່ການປົກປັກຮັກສາທໍາມະຊາດ. ທໍາມະຊາດໂດຍສະເພາະປ່າໄມ້- ຕົ້ນໄມ້ ກໍ່ລ້ວນແຕ່ມີຊີວິດ, ຄົນລາວບູຮານເຊ່ືອວ່າປ່າ ແລະ ຕ້ົນໄມ້ ໂດຍສະເພາະຕົ້ນໄມ້ໃຫຍ່ແມ່ນບ່ອນທ່ີຕ້ອງນັບຖື-ບູຊາ-ຮັກສາ, ສະນັ້ນ ໃນນິທານເລື່ອງນາງ ຕັນໄຕ ຕອນໜຶ່ງຈຶ່ງໄດ້ພັນລະນາເອົາໄວ້ໃນລັກສະນະວ່າ ໃຫ້ເຮັດໃຈດີຄືຕົ້ນໄມ້ທີ່ໃຫ້ຄົນຕັດຕົ້ນໄມ້ໄດ້ຊົ້ນຮົ່ມສັນໃດກໍ່ສັນນັ້ນ.

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top