ລັດຖະບານ ເນັ້ນ 6 ເປົ້າໝາຍ ປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ

11/06/2024 15:06
Email Print 1389
ຂປລ ຂປລ. ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2024 ນີ້, ລັດຖະບານ ຈະ​ເນັ້ນ​ໃນ 6 ​ເປົ້າ​ໝາຍ ​ເພື່ອ​ເຮັດ​ໃຫ້ການເຕີບໂຕເສດຖະກິດຂອງປະເທດເຮົາ ມີທ່າອ່ຽງຂະຫຍາຍ ຕົວດີຂຶ້ນ, ລວມຍອດຜະລິດຕະພັນພາຍໃນ(GDP) ຂະຫຍາຍຕົວໃນລະດັບ 4,7% (ມະຕິ ຂອງສະພາ ກຳນົດໝົດປີໃຫ້ບັນລຸ 4,5%).




ຂປລ. ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ
6 ເດືອນຕົ້ນປີ 2024 ນີ້, ລັດຖະບານ ຈະ​ເນັ້ນ​ໃນ 6 ​ເປົ້າ​ໝາຍ ​ເພື່ອ​ເຮັດ​ໃຫ້ການເຕີບໂຕເສດຖະກິດຂອງປະເທດເຮົາ ມີທ່າອ່ຽງຂະຫຍາຍ ຕົວດີຂຶ້ນ, ລວມຍອດຜະລິດຕະພັນພາຍໃນ(GDP) ຂະຫຍາຍຕົວໃນລະດັບ 4,7% (ມະຕິ ຂອງສະພາ ກຳນົດໝົດປີໃຫ້ບັນລຸ 4,5%).

ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ຮູ້ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 10 ມິຖຸນາ 2024 ວ່າ: ເພື່ອ​ເຮັດ​ໃຫ້ການເຕີບໂຕ ເສດຖະກິດຂອງປະເທດເຮົາ ມີທ່າອ່ຽງຂະຫຍາຍຕົວດີຂຶ້ນ, ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະດັບ 4,7% ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2024 ນີ້ ຈະ​ເນັ້ນໃສ່ 6 ເປົ້າໝາຍ ສຳຄັນ​ຄື: ເປົ້າໝາຍທີ 1 ເຮັດໃຫ້ເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ໂດຍສືບຕໍ່ຄຸ້ມຄອງ ແລະ ດັດສົມເສດຖະກິດ ມະຫາພາກ ໃຫ້ມີຄວາມສົມດຸນ ແລະ ມີສະຖຽນລະພາບສູງຂຶ້ນ, ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດ ແລະ ການບໍລິການຕາມທ່າແຮງ ບົ່ມຊ້ອນຢ່າງຕັ້ງໜ້າກວ່າເກົ່າ; ເປົ້າໝາຍທີ 2 ຊັບພະຍາກອນມະນຸດ ມີຄຸນນະພາບສູງຂຶ້ນ ສາມາດຕອບສະໜອງຄວາມຕ້ອງການ ຂອງການພັດທະນາ, ມີຄວາມສາ ມາດຄົ້ນຄວ້າ ແລະ ສາມາດນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອສາມາດຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມ ການຜະລິດ ແລະ ການບໍລິການ; ເປົ້າໝາຍທີ 3 ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນ ໄດ້ຮັບການຍົກລະດັບ ໃຫ້ດີຂຶ້ນເທື່ອລະກ້າວ ຕາມທິດມີກິນມີໃຊ້; ເປົ້າໝາຍທີ 4 ປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມສົມດຸນ ແລະ ຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດຕ່າງໆ, ເປົ້າໝາຍທີ 5 ການສ້າງໂຄງລ່າງພື້ນຖານ ທີ່ມີຄວາມເຂັ້ມແຂງ, ນໍາໃຊ້ທ່າແຮງ, ກາລະໂອກາດທີ່ຕັ້ງ, ການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ ​ແລະ ເປົ້າໝາຍທີ 6 ການຄຸ້ມຄອງ-ບໍລິຫານລັດ ມີປະສິດທິພາບ, ສັງຄົມມີຄວາມສະເໝີພາບ, ຍຸຕິທຳ ແລະ ໄດ້ຮັບການປົກປ້ອງຕາມທິດ ການປົກຄອງດ້ວຍ ກົດໝາຍທີ່ສັກສິດ ແລະ ເຂັ້ມງວດ.

 ທ່ານ ເພັດ ພົມພິພັກ ຍັງ​ໃຫ້​ຮູ້​ອີກ​ວ່າ: ​ໄປ​ຄຽງ​ຄູ່​ກັນ​ນີ້, ຕ້ອງໄດ້ສຸມໃສ່ປະຕິບັດ ໃຫ້ບັນລຸຕາມແຜນຈຸດສຸມທີ່ຄາດໄວ້ ​ເປັນ​ຕົ້ນ ການຜະລິດສິນຄ້າ ແລະ ບໍລິການ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກຕ່າງ ປະເທດ; ການຄຸ້ມຄອງເງິນຕາ ເຖິງວ່າໄດ້ມີຄວາມພະຍາຍາມ ແຕ່ອັດຕາເງິນເຟີ້ ຍັງຢູ່ໃນລະດັບສູງ, ເງິນກີບຍັງສືບຕໍ່ອ່ອນຄ່າ; ໂດຍລວມພື້ນຖານເສດຖະກິດ ບໍ່ທັນເຂັ້ມແຂງ ຍັງອາໄສການນໍາເຂົ້າສິນຄ້າ ຈາກຕ່າງປະເທດໃນມູນຄ່າທີ່ສູງ, ຄວາມຕ້ອງການນໍາໃຊ້ ເງິນຕາຕ່າງປະເທດກໍຍັງມີເພີ່ມຂຶ້ນ; ການປັບປຸງ ນິຕິກຳ, ກົນໄກອໍານວຍຄວາມສະດວກ ໃຫ້ແກ່ການລົງທຶນ ແລະ ການດໍາເນີນທຸລະກິດ ຂອງພາກ ເອກະຊົນ, ລວມທັງການຫັນແຜນນະໂຍບາຍ ມາເປັນໂຄງການ ແລະ ກິດຈະກຳລະອຽດ ​ໃຫ້​ມີ​ຄວາມ​ວ່ອງ​ໄວ​ຍິ່ງ​ຂຶ້ນ.

ຂ່າວ: ວຽງສະຫວັນ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top