ສະພາປະຊາຊົນຂັ້ນແຂວງໄດ້ຮັບ ອຸປະກອນໄອທີ ແລະ ຮັບໃຊ້ວຽກງານ

10/06/2024 15:22
Email Print 681
ຂປລ ຂປລ. ພິທີມອບ-ຮັບອຸປະກອນໄອຊີທີ ແລະ ພາຫະນະ ໃຫ້ແກ່ສະພາປະຊາຊົນຂັ້ນແຂວງ (ສພຂ) ທົ່ວປະເທດ ລວມມູນຄ່າ 702.696 ໂດລາສະຫະລັດ ຈັດຂຶ້ນໃນວັນທີ 7 ມິຖຸນາ ຜ່ານມາ ຢູ່ສະພາແຫ່ງຊາດ ໂດຍການສະໜັບສະໜູນຈາກ ອົງການພັດທະນາສາກົນ ຂອງສະຫະລັດອາເມລິກາ (USAID) ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ



ຂປລ. ພິທີມອບ-ຮັບອຸປະກອນໄອຊີທີ ແລະ ພາຫະນະ ໃຫ້ແກ່ສະພາປະຊາຊົນຂັ້ນແຂວງ (ສພຂ) ທົ່ວປະເທດ ລວມມູນຄ່າ
702.696 ໂດລາສະຫະລັດ ຈັດຂຶ້ນໃນວັນທີ 7 ມິຖຸນາ ຜ່ານມາ ຢູ່ສະພາແຫ່ງຊາດ ໂດຍການສະໜັບສະໜູນຈາກ ອົງການພັດທະນາສາກົນ ຂອງສະຫະລັດອາເມລິກາ (USAID)  ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ  ໂດຍຜ່ານການຮ່ວມມື ໃນໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫລື STEPs, ຕາງໜ້າມອບໂດຍ ທ່ານ ໄມໂຄຣ ຊິບເຟີ ຮອງຜູ້ອຳນວຍການ ຝ່າຍບໍລິຫານອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ ປະຈຳພາກພື້ນອາຊີ ແລະ ຕາງໜ້າຮັບໂດຍ ທ່ານ ບຸນທັນ ບຸນວິໄລ ຮອງເລຂາທິການສະພາແຫ່ງຊາດ, ມີການນຳຂັ້ນສູງຈາກ ສພຊ ແລະ ສພຂ, ເຈົ້າໜ້າທີ່ກ່ຽວຂ້ອງຈາກສະຫະລັດອາເມລິກາ, ຜູ້ຕາງໜ້າ UNDP ແລະ ພະນັກງານໂຄງການ STEPs ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ໄມໂຄຣ ຊິບເຟີ ໄດ້ກ່າວວ່າ: ການມອບ-ຮັບເຄື່ອງຊ່ວຍເຫລືອທີ່ຈຳເປັນ ເພື່ອສະໜັບສະໜູນວຽກງານການປົກຄອງ ແລະ ການບໍລິຫານລັດທີ່ມີປະສິດທິພາບ ແລະ ປະສິດທິຜົນ ໃນຄັ້ງນີ້, ເປັນຂີດໝາຍສໍາຄັນ ໃນການຮ່ວມມືຂອງອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ ແລະ ສປປ ລາວ, ອົງການ USAID ຍຶດໝັ້ນໃນຄຳໝັ້ນສັນຍາຂອງຕົນ ທີ່ຈະສົ່ງເສີມສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງທົ່ວປະເທດ ດ້ວຍເຄື່ອງມືທີ່ຈຳເປັນ ເພື່ອປະຕິບັດໜ້າທີ່ອັນສຳຄັນຂອງຕົນ ໂດຍຜ່ານການປະຕິບັດໜ້າທີ່ ການເປັນຜູ້ແທນໄດ້ຢ່າງມີປະສິດທິພາບ.

ທ່ານ ນາງ ມາຕິນ ແທເຣີ ຜູ້ຕາງໜ້າ UNDP ປະຈຳ ສປປລາວ ໄດ້ກ່າວວ່າ: ອົງການສະຫະປະຊາຊາດເພື່ອການພັດທະນາ ມີຄວາມຍິນດີສະໜັບສະໜູນ ການຫັນເປັນທັນສະໄໝຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງທົ່ວປະເທດ ຜ່ານໂຄງການ STEPs, ການມອບອຸປະກອນທັນສະໄໝ ແລະ ພາຫະນະໃນຄັ້ງນີ້ ເປັນການປະກອບສ່ວນເຂົ້າໃນ ການຍົກສູງປະສິດທິພາບ ແລະ ປະສິດທິຜົນວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນການເປັນກະບອກສຽງ ແລະ ຕອບສະໜອງ ຕາມຄວາມມຸ່ງມາດປາຖະໜາ ຂອງປະຊາຊົນລາວບັນດາເຜົ່າ.

ອຸປະກອນດີຈິຕອນທີ່ທັນສະໄໝ ແມ່ນມີຄວາມສໍາຄັນຫລາຍ ໃນຂະບວນການເຜີຍແຜ່ວຽກງານຂອງສະພາປະຊາຊົນຂັ້ນແຂວງ ເຮັດໃຫ້ປະຊາຊົນມີສ່ວນຮ່ວມຫລາຍຂຶ້ນ, ທັງເປັນການເພີ່ມຄວາມໂປ່ງໃສ ຂອງຂໍ້ມູນ-ຂ່າວສານ ກ່ຽວກັບ ສພຂ ນຳອີກ, ການສະໜັບສະໜູນຢ່າງຕໍ່ເນື່ອງ ຂອງໂຄງການ STEPs ຈະເຮັດໃຫ້ມີຄວາມຍືນຍົງ ແລະ ຜົນໄດ້ຮັບທີ່ດີໃນໄລຍະຍາວ ອີກດ້ວຍ.
KPL

ຂ່າວອື່ນໆ

ads
ads

Top