ກົມມໍລະດົກ ຢັ້ງຢືນ ພະພຸດທະຮູບທີ່ຄົ້ນພົບ ຢູ່ເມືອງຕົ້ນເຜິ້ງ ເປັນພະເກົ່າແກ່ຫລາຍຮ້ອຍປີ

22/05/2024 14:49
Email Print 293
ຂປລ ຂປລ. ວັນທີ 21 ພຶດສະພາ 2024 ນີ້, ກົມມໍລະດົກ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຢັ້ງຍືນວ່າ ພະພຸດທະຮູບທີ່ຄົ້ນພົບ ຢູ່ດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທັງອົງໃຫຍ່ ແລະ ອົງນ້ອຍ ແມ່ນພະພຸດທະຮູບເກົ່າແກ່ ຂອງແທ້ 100%, ແມ່ນພະຢູ່ວັດທີ່ນອນຢູ່ໃນປະຫວັດສາດ ມາຫລາຍ 100 ປີ, ບໍ່ແມ່ນການເສກສັນປັ້ນແຕ່ງ ແລະ ສ້າງສະຖານະການ ເອົາພະພຸດທະຮູບ ໄປຝັງໄວ້ ເພື່ອສ້າງກະແສ ເພື່ອຍົກສູງລາຄາພະເກົ່າແກ່ຂຶ້ນແຕ່ຢ່າງໃດ.



ຂປລ. ວັນທີ 21 ພຶດສະພາ 2024 ນີ້, ກົມມໍລະດົກ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຢັ້ງຍືນວ່າ ພະພຸດທະຮູບທີ່ຄົ້ນພົບ ຢູ່ດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທັງອົງໃຫຍ່ ແລະ ອົງນ້ອຍ ແມ່ນພະພຸດທະຮູບເກົ່າແກ່ ຂອງແທ້
100%, ແມ່ນພະຢູ່ວັດທີ່ນອນຢູ່ໃນປະຫວັດສາດ ມາຫລາຍ 100 ປີ, ບໍ່ແມ່ນການເສກສັນປັ້ນແຕ່ງ ແລະ ສ້າງສະຖານະການ ເອົາພະພຸດທະຮູບ ໄປຝັງໄວ້ ເພື່ອສ້າງກະແສ ເພື່ອຍົກສູງລາຄາພະເກົ່າແກ່ຂຶ້ນແຕ່ຢ່າງໃດ.

ທ່ານ ທອງລິດ ຫລວງໂຄດ ຮອງຫົວໜ້າກົມມໍລະດົກ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນນັກບູຮານວິທະຍາ ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຕໍ່ກັບຫາງສຽງສັງຄົມ ວິພາກ ວິຈານວ່າ ພະພຸດທະຮູບທີ່ຄົ້ນພົບ ຢູ່ດອນເຜິ້ງຄຳ ໂດຍສະເພາະ ພະເຈົ້າໃຫຍ່ ປາງຊະນະມານ ທອງສຳລິດ ຫລື  ເອີ້ນວ່າ ພະປະທານ ອົງໃຫຍ່ທີ່ສຸດ ທີ່ຄົ້ນພົບ ໃນວັນທີ 16 ພຶດສະພາ 2024 ຜ່ານມານີ້, ເປັນການສ້າງກະແສ, ບໍ່ແມ່ນພະເກົ່າແກ່ແທ້. ຕໍ່ກັບຄວາມຄິດເຫັນ ດັ່ງກ່າວ, ກົມມໍລະດົກ ຢັ້ງຢືນວ່າພະທີ່ຄົ້ນພົບທຸກອົງ ທັງອົງນ້ອຍ ແລະ ອົງໃຫຍ່ ແມ່ນພະເກົ່າແກ່, ແມ່ນພະຢູ່ວັດ ທີ່ນອນຢູ່ໃນປະ ຫວັດສາດ ມາຫລາຍ 100 ປີ, ນອນຢູ່ໃນຮ່ອງຮອຍວິຫານທີ່ເກົ່າແກ່ ທີ່ປະດັບດ້ວຍເສົາວິຫານ ແລະ ພະທາດ ທີ່ໂອບດ້ວຍແຜນທອງແດງ, ເປັນສິລະປະທີ່ມີຄວາມສວຍງາມ ແລະ ເກົ່າແກ່ ເຊິ່ງສິ່ງທີ່ຢັ້ງໄດ້ວ່າພະທີ່ຄົ້ນພົບ ເປັນພະເກົ່າແກ່ແທ້ນັ້ນ ພວກເຮົາ ໄດ້ຄົ້ນພົບພະພຸດທະຮູບບາງອົງ ທີ່ມີສີລາຈາລຶກ ຢູ່ໃນແທ່ນ ຂອງເພີ່ນ, ໄດ້ບອກອາຍຸການຄັກແນ່ ຢູ່ໃນຕົ້ນສັດຕະວັດທີ 16 ເຊິ່ງມີອາຍຸເຖິງ 500 ກວ່າປີ ແລະ ຍັງມີພະພຸດທະຮູບ ທີ່ອາດຈະມີ ອາຍຸໜ້ອຍກວ່າ 500 ປີ ຫລື ຫລາຍກວ່າ 500 ປີກໍມີ. ພ້ອມນີ້, ຍັງມີຮ່ອງຮອຍຂອງເສົາວິຫານ, ຮ່ອງຮອຍຂອງພະທາດ ແລະ ຮ່ອງຮອຍທາງດ້ານບູຮານຄະດີ ໄດ້ຊີ້ບອກຢ່າງບົ່ງຊັດ ແລະ ໃນປະຫວັດສາດ ກໍໄດ້ບັນທຶກໄວ້ວ່າ ດອນເຜິ້ງຄຳແຫ່ງນີ້ ເປັນທີ່ຕັ້ງຂອງວັດ ເຖິງ 9 ວັດ ເຊິ່ງຈຸດທີ່ຄົ້ນພົບດັ່ງກ່າວ, ເປັນ 1 ໃນ 9 ວັດເກົ່າແກ່ໃນອະດີດ.

ການຂຸດຄົ້ນພະພຸດທະຮູບ ຢູ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນໄລຍະທີ 1 ແລະ ໄລຍະທີ 2 ມາຮອດວັນທີ 20 ພຶດສະພາ 2024 ສາມາດຂຸດຄົ້ນ ພະພຸດທະຮູບ ໄດ້ທັງໝົດ 282 ອົງ ພາຍຫລັງ ເລີ່ມລົງມືຂຸດຄົ້ນ ມາແຕ່ ວັນທີ 16 ມີນາ 2024 ເຊິ່ງພະທີ່ຄົ້ນພົບ ສ່ວນຫລາຍແມ່ນພະພຸດທະຮູບ ທອງສໍາລິດ ປາງຊະນະມານ. ໃນນັ້ນ, ມີພະພຸດທະຮູບອົງທີ່ສົມບູນ ເປັນຈໍານວນຫລາຍ ແລະ ອົງທີ່ບໍ່ສົມບູນຈໍານວນໜຶ່ງ.

ຢ່າງໃດກໍຕາມ ພະພຸດທະຮູບທີ່ຄົ້ນພົບ ທັງໝົດ ທັງໄລຍະ 1 ແລະ ໄລຍະ 2 ຈະໄດ້ອັນເຊີນໄປປະດິດສະຖານ ໄວ້ຢູ່ວັດທອງທິບພັດທະນາຣາມ ຫລື ວັດບ້ານໃຫຍ່ຕົ້ນເຜິ້ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ໃນເວລາ 17:00 ໂມງ ຂອງວັນທີ 22 ພຶດສະພາ 2024 ນີ້, ຈະມີພິທີອັນເຊີນພະເຈົ້າໃຫຍ່ ປາງຊະນະມານ ທອງສຳລິດ ຫລື ພະປະທານ ທີ່ຄົ້ນພົບ ໃນວັນທີ 16 ພຶດສະພາ 2024 ຜ່ານມາ ແລະ ພະພຸດທະຮູບອົງອື່ນໆ ທີ່ຄົ້ນພົບ ຈາກຈຸດພັກໄວ້ ຢູ່ແຄມນ້ຳຂອງດອນເຜິ້ງຄຳ ໄປປະດິດສະ ຖານ ໄວ້ວັດທອງທິບ ພັດທະນາຣາມ.

ຂ່າວ: ທະນູທອງ
KPL

ຂ່າວອື່ນໆ

    • ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້ວັດທະນະທຳ-ສັງຄົມ

      ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້

      9/5/2024 2:59:54 PM

      ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.

    • ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງວັດທະນະທຳ-ສັງຄົມ

      ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງ

      9/5/2024 2:43:12 PM

      ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ວຽງ​ຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງ​ການ​ແບ່ງ​ປັນ​ຄວາມ​ຮູ້ (KSP) ພາຍ​ໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

    • ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກ

      9/5/2024 2:33:20 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

    • ເມືອງລະຄອນເພັງ ກຽມຄວາມພ້ອມ  ເປີດດ່ານສາກົນ ປາກຕາພານ 100%ວັດທະນະທຳ-ສັງຄົມ

      ເມືອງລະຄອນເພັງ ກຽມຄວາມພ້ອມ ເປີດດ່ານສາກົນ ປາກຕາພານ 100%

      9/5/2024 2:29:51 PM

      ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.

    • ການດຳລົງຊີວິດຂອງຊົນເຜົ່າກະຕູວັດທະນະທຳ-ສັງຄົມ

      ການດຳລົງຊີວິດຂອງຊົນເຜົ່າກະຕູ

      9/5/2024 12:33:30 PM

      ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະ ນາທໍາ, ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ.

ads
ads

Top