ເຈົ້າແຂວງສະຫວັນນະເຂດ ຊີ້ນຳ ວຽກງານຮອບດ້ານ ຢູ່ເມືອງທ່າປາງທອງ

21/05/2024 14:50
Email Print 441
ຂປລ ຂປລ. ໂອກາດລົງເຄື່ອນໄຫວຕິດຕາມ, ຊີ້ນຳວຽກງານຮອບດ້ານ, ພ້ອມທັງຊຸກຍູ້ການກະ ກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງເມືອງ ຢູ່ເມືອງທ່າປາງທອງ ໃນວັນທີ 20 ພຶດສະພາ 2024 ຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນນະເຂດ ໄດ້ມີຄຳເຫັນຊີ້ນຳຕໍ່ຄະນະພັກ-ຄະນະນຳ ຂອງເມືອງໃນຫລາຍບັນຫາສຳຄັນ ທີ່ເປັນປະໂຫຍດຕໍ່ການພັດທະນາເສດຖະ ກິດ-ສັງຄົມຂອງເມືອງທ່າປາງທອງ

ຂປລ. ໂອກາດລົງເຄື່ອນໄຫວຕິດຕາມ, ຊີ້ນຳວຽກງານຮອບດ້ານ, ພ້ອມທັງຊຸກຍູ້ການກະ ກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງເມືອງ ຢູ່ເມືອງທ່າປາງທອງ ໃນວັນທີ 20 ພຶດສະພາ 2024 ຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນນະເຂດ ໄດ້ມີຄຳເຫັນຊີ້ນຳຕໍ່ ຄະນະພັກ-ຄະນະນຳ ຂອງເມືອງໃນຫລາຍບັນຫາສຳຄັນ ທີ່ເປັນປະໂຫຍດຕໍ່ການພັດທະນາ ເສດຖະກິດ-ສັງຄົມຂອງເມືອງທ່າປາງທອງ ໂດຍເນັ້ນໃຫ້ເມືອງ ຂຸ້ນຂ້ຽວໃນການເຮັດຮ່າງບົດລາຍງານການ ເມືອງ ກໍຄື ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງເມືອງໃຫ້ສຳເລັດໂດຍໄວ. ພ້ອມນີ້, ໃຫ້ມີການປະເມີນຄືນ ການປັບປຸງການຈັດຕັ້ງ ໃນຂັ້ນຮາກຖານບ້ານ-ກຸ່ມບ້ານຕ່າງໆ ພາຍໃນເມືອງ ໂດຍອີງໃສ່ຂໍ້ກຳນົດຂອງ ຄະນະເລຂາທິການສູນກາງພັກເລກທີ 416/ຄລສພ. ທັງນີ້, ກໍເພື່ອເຮັດໃຫ້ລະບົບ ຮາກຖານການເມືອງໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ກ້າວສູ່ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ກໍຄື ບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.

ໃນໂອກາດນີ້, ທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປາງທອງ ກໍໄດ້ລາຍງານກ່ຽວກັບ ວຽກພັກ-ພະນັກງານ, ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງເມືອງ, ທົ່ວເມືອງມີບ້ານທັງໝົດ 49 ບ້ານ, ມີ 7.942 ຄອບຄົວ, ບ້ານພົ້ນທຸກແລ້ວ 30 ບ້ານ, ບ້ານທຸກຍາກ 19 ບ້ານ,  ມີຄອບຄົວທຸກຍາກ 1.416 ຄອບຄົວ, ມີຄອບຄົວພັດທະນາ 5.117 ຄອບຄົວ. ໃນປີ 2024 ນີ້, ຈະສູ້ຊົນສ້າງເມືອງໃຫ້ກາຍເປັນເມືອງພົ້ນທຸກ, ໄດ້ກໍານົດບ້ານເປົ້າໝາຍສ້າງໃຫ້ກາຍເປັນບ້ານພົ້ນທຸກ 10 ບ້ານ ແລະ ສູ້ຊົນສ້າງ ບ້ານພັດທະນາໃຫ້ໄດ້ 1 ບ້ານ (ບ້ານທ່າສະລາຄໍາ) ແລະ ສືບຕໍ່ສ້າງບ້ານໂນນຈານ, ບ້ານຫ້ວຍໝື່ນ, ບ້ານທ່າພີ່ ແລະ ບ້ານເຊກື ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດ ຕາມແຜນ ທີ່ວາງໄວ້ໃນປີ 2024. ສໍາລັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແມ່ນສໍາເລັດກອງປະຊຸມໃຫຍ່ຂອງໜ່ວຍພັກ, ຄະນະພັກຮາກຖານມີ 46 ໜ່ວຍພັກ,ເທົ່າກັບ 51,68%, ຍັງບໍ່ທັນສຳເລັດກອງປະຊຸມໃຫຍ່ຂັ້ນຕົນ 9 ຄະນະພັກຮາກຖານ, 38 ໜ່ວຍພັກ ເຊິ່ງຈະສືບຕໍ່ໃຫ້ສຳເລັດ ໃນເດືອນມິຖຸນາ 2024 ນີ້.

ໃນໂອກາດດຽວກັນ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະຂັ້ນແຂວງ ກໍໄດ້ລົງຕິດຕາມຊຸກຍູ້ ການກໍ່ສ້າງສະໂມສອນ ເມືອງທ່າປາທອງ, ຊີ້ນຳການພັດທະ ນາໃນເຂດອ່າງເກັບນ້ຳເຊກື ແລະ ເຂດພື້ນທີ່ກໍ່ສ້າງຄອງເໝືອງ ເພື່ອສະໜອງນ້ຳ ເພື່ອທຳການຜະລິດຂອງປະຊາຊົນ ພາຍໃນເມືອງທ່າປາງທອງ ເຊິ່ງຈະກາຍເປັນເງື່ອນໄຂສຳຄັນ ໃນການຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໃຫ້ດີຂຶ້ນເທື່ອລະກ້າວ.

KPL

ຂ່າວອື່ນໆ

ads
ads

Top