ເມືອງນອງ ຫວນຄືນມູນເຊື້ອ 2 ວັນປະຫວັດສາດທີ່ສຳຄັນ

02/05/2024 13:49
Email Print 377
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເມືອງນອງ ແຂວງສະຫວັນນະເຂດ ຈັດປາຖະກະຖາ ຫວນຄືນມູນເຊື້ອ 2 ວັນປະຫວັດສາດທີ່ສຳຄັນຄື: ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ

    ຂປລ. ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເມືອງນອງ ແຂວງສະຫວັນນະເຂດ ຈັດປາຖະກະຖາ ຫວນຄືນມູນເຊື້ອ 2 ວັນປະຫວັດສາດທີ່ສຳຄັນຄື: ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (14/4/1955-14/4/2024) ແລະ ວັນກຳມະກອນສາກົນ ຄົບຮອບ 138 ປີ (1/5/1886-1/5/2024) ໃນວັນທີ 30 ເມສາ 2024 ໂດຍການເປັນປະທານຂອງທ່ານ ທອງຄູນ ໝອນບຸນໂຮມ ປະທານແນວລາວສ້າງຊາດເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ກຳມະບານຮາກຖານ, ໜ່ວຍກຳມະບານຮາກຖານ, ຮາກຖານຊາວໜຸ່ມ, ໜ່ວຍຊາວໜຸ່ມ ແລະເຍົາວະຊົນພາຍໃນເມືອງເຂົ້າຮ່ວມ.
   ທ່ານ ທອງຄູນ ໝອນບຸນໂຮມ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການຕໍ່ສູ້ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງຊາວໜຸ່ມ ທີ່ໄດ້ປະກອບສ່ວນ ໃນພາລະກິດຕໍ່ສູ້ຕ້ານການຮຸກຮານ ຂອງສັດຕູ ນຳເອົາປະເທດຊາດ ຫລຸດພົ້ນຈາກພາຍຸລົມແດງ ແລະ ສາມາດຮັກສາຜືນແຜ່ນດິນໄວ້ຢ່າງໝັ້ນຄົງ
, ຊີ້ໃຫ້ເຫັນນໍ້າໃຈຮັກເຊື້ອແພງຊາດ ບໍ່ຍອມຈຳນົນຕໍ່ສັດຕູ, ເສຍສະຫລະເລືອດເນື້ອ ເພື່ອປະເທດຊາດ ໂດຍສະເພາະໃນໄລຍະປະຫວັດສາດ ນັບແຕ່ມື້ສ້າງຕັ້ງພັກປະຊາຊົນປະຕິວັດລາວ ເປັນຕົ້ນມາ ຊາວໜຸ່ມໄດ້ຖືກຂະໜານນາມວ່າ: ເປັນລຳແຂ່ງທີ່ແຂງແກ່ນຂອງພັກ, ເປັນກະດູກສັນຫລັງຂອງຊາດ, ເປັນຜູ້ສືບທອດພາລະກິດຂອງພັກ ແລະ ຂອງປະເທດຊາດ. ພ້ອມທັງໃຫ້ທິດເຍືອງທາງ ຕໍ່ບັນດາພະນັກງານ-ລັດຖະກອນ ກໍຄື ສະມາຊິກຊາວໜຸ່ມ ຈົ່ງເພີ່ມທະວີສຶກສາອົບຮົມການເມືອງແນວຄິດ, ນຳເອົາແນວທາງນະໂຍບາຍມະຕິຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ມູນເຊື້ອອັນດີງາມຂອງພັກຂອງຊາດ ລົງເຜີຍແຜ່ເຊື່ອມຊຶມເຮັດໃຫ້ສະມາຊິກຊາວໜຸ່ມ-ໄວໜຸ່ມ ແລະ ເຍົາວະຊົນ ຮັບຮູ້ເຂົ້າໃຈຢ່າງໜັກແໜ້ນ ແລະ ພ້ອມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ, ຕື່ນໂຕປະກອບສ່ວນເຂົ້າໃນ ການສ້າງສາພັດທະນາ ປະເທດຊາດ ໃຫ້ມີຄວາມຮັ່ງມີເຂັ້ມແຂງ, ຮຸ່ງເຮືອງສີວິໄລ ແລະ ຍຸຕິທຳ ດັ່ງຄຳຂວັນທີ່ວ່າ ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ບ່ອນໃດຊາດຕ້ອງການ ຊາວໜຸ່ມຂານອາສາ”.
   ໂອກາດດຽວກັນ, ທ່ານ ທອງຄູນ ໝອນບຸນໂຮມ ໄດ້ຫວນຄືນມູນເຊື້ອ ວັນກໍາມະກອນສາກົນ
1 ພຶດສະພາ ຄົບຮອບ 138 ປີ ໂດຍຍົກໃຫ້ເຫັນເຖິງການກໍາເນີດເກີດຂຶ້ນ ໃນທ້າຍສັດຕະວັດທີ XVIII ຫາຕົ້ນສັດຕະວັດທີ XIX ຫລາຍປະເທດໃນທະວີບເອີລົບ ແລະ ອາເມລິກາ ໄດ້ສຳເລັດການໂຄ້ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ. ຍ້ອນຄວາມຮຽກຮ້ອງຕ້ອງການຂອງສັງ ຄົມ ໃນການຕອບສະໜອງວັດຖຸ ແລະ ສິ່ງຂອງຕ່າງໆ ເຂົ້າໃນການຮັບໃຊ້ຊີວິດ ປະຈຳວັນນັບມື້ສູງຂຶ້ນ ແລະ ບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງສັງຄົມໄດ້, ໄປພ້ອມໆກັບການຂະຫຍາຍຕົວຂອງການຜະລິດ. ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກຳມະກອນຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງ, ອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກ ໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການກົດຂີ່ຂູດຮີດ, ບັງຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານ ໂດຍບໍ່ມີເວລາພັກຜ່ອນມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ, ອອກແຮງງານໜັກແຕ່ໄດ້ຮັບຄ່າແຮງງານໜ້ອຍ, ບໍ່ມີການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານ ໃນສະຖານທີ່ເຮັດວຽກ, ບໍ່ໄດ້ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມ, ເຮັດໃຫ້ຊີວິດການເປັນລໍາບາກ, ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ  ຕໍ່ໜ້າສະພາບການຄືແນວນັ້ນ, ວັນທີ 14 ກໍລະກົດ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ, ເຊິ່ງມີຜູ້ແທນເຂົ້າຮ່ວມກອງປະຊຸມ ທັງໝົດ 393 ຄົນ ຊຶ່ງແມ່ນຜູ້ແທນມາຈາກ 22 ປະເທດ ເອີຮົບ, ອາເມລິກາ ແລະ ອາກຊັງຕິນ, ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື:  ຊົນຊັ້ນກຳມະກອນ ສາມັກຄີຕໍ່ສູ້ແມ່ນທວງເອົາສິດ ແລະ ຜົນປະໂຫຍດ ຂອງຕົນຢູ່ບັນດາປະເທດທຶນນິຍົມ ແລະ ລັດເຊຍ ໂດຍໂຄ້ນລົ້ມລະບອບນາຍທຶນ ເພື່ອປະຕິບັດຄຳຂວັນ ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ  ແລະ ກຳນົດເອົາ ວັນທີ 1 ພຶດ ສະພາ 1886 ເປັນວັນກຳມະກອນສາກົນ”, ນັບແຕ່ນັ້ນມາ  ວັນທີ  1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ ຂອງຊົນຊັ້ນກຳມະກອນໃນທົ່ວໂລກ.

KPL

ຂ່າວອື່ນໆ

ads
ads

Top