ບ້ານຜານົມ ຈັດບຸນປະເພນີ ປ່ອຍນໍ້າເດືອນຫົກ ຕົກນໍ້າປີໃໝ່ເຜົ່າລື້

17/04/2024 13:38
Email Print 532
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນວັນທີ 14 ເມສາ 2024 ປະຊາຊົນບ້ານຜານົມ ນະຄອນຫລວງພະບາງ ຈັດບຸນປະເພນີ ປ່ອຍນໍ້າເດືອນຫົກຕົກນໍ້າປີໃໝ່ ຂອງເຜົ່າລື້ ໂດຍມີທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ ພ້ອມດ້ວຍເຈົ້ານະຄອນຫລວງພະບາງ, ຄະນະນໍາຈາກສູນກາງ, ແຂວງ, ເມືອງ ແລະ ປະຊາຊົນພາຍໃນບ້ານ



ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນວັນທີ
14 ເມສາ 2024 ປະຊາຊົນບ້ານຜານົມ ນະຄອນຫລວງພະບາງ ຈັດບຸນປະເພນີ ປ່ອຍນໍ້າເດືອນຫົກຕົກນໍ້າປີໃໝ່ ຂອງເຜົ່າລື້ ໂດຍມີທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ ພ້ອມດ້ວຍເຈົ້ານະຄອນຫລວງພະບາງ, ຄະນະນໍາຈາກສູນກາງ, ແຂວງ, ເມືອງ ແລະ ປະຊາຊົນພາຍໃນບ້ານ ຕະຫລອດຮອດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫລວງຫລາຍ.



ທ່ານ ນາງ ສຸກສາຄອນ ດາວົງ ນາຍບ້ານ ຜານົມ ໄດ້ໃຫ້ຮູ້ວ່າ: ໄຕລື້ ແມ່ນເຜົ່າໜຶ່ງ ຂອງວົງຄະນະນາຍາດແຫ່ງຊາດລາວ
ເຊິ່ງມີຖິ່ນຖານຕົ້ນກໍາເນີດຢູ່ສິບສອງປັນນາ ສປ ຈີນ ແລະ ໄດ້ເຄື່ອນຍ້າຍມາຕັ້ງຖິ່ນຖານ ຢູ່ຫລາຍແຫ່ງທາງພາກເໜືອ ຂອງປະເທດລາວ ໂດຍສະເພາະເຜົ່າໄຕລື້ ບ້ານຜານົມ ໄດ້ເຄື່ອນຍ້າຍຈາກດິນແດນພາກໃຕ້ ຂອງສິບສອງປັນນາ ເຂົ້າມາຢູ່ນໍ້າແດນດິນເມືອງຫລວງພະບາງ ໃນປີ 1876 ໃນສະໄໝຂອງພະເຈົ້າມັນທາຕຸລາດ ເປັນເຈົ້າແຜ່ນດິນ (ອານາຈັກລາວລ້ານຊ້າງຫລວງພະບາງ), ເບື້ອງຕົ້ນ ບ້ານນີ້ຍັງບໍ່ມີຊື່ເທື່ອ ແຕ່ສັງເກດເຫັນວ່າຢູ່ບ້ານທ່ານໍ້າ ມີຜີຜາຫີນຄືກັບອຸ້ຍ (ເຕົ້ານົມຂອງແມ່ຍິງ) ຕັ້ງຢູ່ນັ້ນຈຶ່ງພ້ອມກັນຄິດໃສ່ຊື່ບ້ານວ່າ “ບ້ານຜານົມ” ສືບທອດກັນມາເທົ່າທຸກວັນນີ້.



ເຜົ່າໄຕລື້ມີຮີດຄອງປະເພນີ ຄືກັບປະຊາຊົນເຜົ່າອື່ນໆ ໃນປະເທດລາວ
, ສໍາລັບຄວາມໝາຍຂອງບຸນປະເພນີ ປ່ອຍນໍ້າເດືອນຫົກຕົກນໍ້າປີໃໝ່ ນັ້ນໝາຍວ່າ: ວັນປີໃໝ່ມາຮອດແລ້ວ ເປັນຈຸດເລີ່ມຕົ້ນ ເຂົ້າສູ່ລະດູທໍາການຜະລິດ ເປັນຕົ້ນ ການປູກຝັງ ແລະ ລ້ຽງສັດ ເພື່ອສ້າງເສດຖະກິດຄອບຄົວ ໃຫ້ອຸ ດົມສົມບູນ, ຮັ່ງມີເຂັ້ມແຂງຂຶ້ນເລື້ອຍໆ ແລະ ກ່ອນປ່ອຍນໍ້າເດືອນຫົກ (ກ່ອນຈະປັກດໍາເຂົ້ານາ ໃນເດືອນຫົກ) ຕ້ອງແມ່ນຫລິ້ນບຸນປີໃໝ່ກ່ອນ.



ບ້ານຜານົມ ມີປະຊາກອນ
1.440 ກວ່າຄົນ, ຍິງ 749 ຄົນ, 280 ກວ່າຄອບຄົວ, ປະຊາຊົນບ້ານຜານົມ ເປັນຄົນມີມູນເຊື້ອດຸໝັ່ນຂະຫຍັນພຽນ ໃນການທໍາມາຫາກິນ ນອກຈາກມີອາຊີບເປັນກະ ສິກອນແລ້ວ ຍັງເປັນຊ່າງສີມືທີ່ດີເລີດ ໃນການຕໍ່າຫູກ-ທໍໄໝ ຊຶ່ງມີຊື່ສຽງມາແຕ່ຮຸ່ນປູ່, ຍ່າ-ຕາຍາຍ ສືບມາເຖິງຈົນຮອດປັດຈຸບັນນີ້.

ໃນງານຄັ້ງນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຊົມການສະແດງ ສິລະປະວັນນະຄະດີ ຂອງເຜົ່າໄຕລື້ ໂດຍສະເພາະແມ່ນ ການຟ້ອນ, ຂັບ-ລໍາ ຕະຫລອດຮອດການຸ່ງຖື, ສໍານຽງການປາກເວົ້າ ທີ່ສະແດງເຖິງ ເອກະລັກຂອງເຜົ່າ. ນອກນີ້, ຍັງມີການວາງສະແດງສິນຄ້າ ແລະ ຜະລິດຕະພັນຕ່າງໆ ຂອງປະຊາຊົນ ອີກດ້ວຍ.

ຂ່າວ: ເພັດສາຄອນ ສິມມະວົງ
KPL

ຂ່າວອື່ນໆ

ads
ads

Top