ບໍລິສັດ ພູເບ້ຍມາຍນິ້ງ ສົ່ງເສີມການເຮັດວຽກໃຫ້ແຮງງານລາວ

08/04/2024 10:29
Email Print 1444
ຂປລ ບໍລິສັດ ພູເບ້ຍມາຍນິ້ງແມ່ນໜຶ່ງໃນບໍລິສັດຕົວແບບທີ່ດີ ແລະ ມີຊື່ສຽງໂດ່ງດັງໃນພາກພື້ນ-ສາກົນ ເຊິ່ງຕະຫລອດ 20 ກວ່າປີ ໄດ້ປະ ກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ ແລະ ສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວບັນດາເຜ່ົາ.

    *ບໍລິສັດ ພູເບ້ຍມາຍນິ້ງແມ່ນໜຶ່ງໃນບໍລິສັດຕົວແບບທີ່ດີ ແລະ ມີຊື່ສຽງໂດ່ງດັງໃນພາກພື້ນ-ສາກົນ ເຊິ່ງຕະຫລອດ 20 ກວ່າປີ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ ແລະ ສ້າງວຽກເຮັດງານ ທໍາໃຫ້ປະຊາຊົນລາວບັນດາເຜ່ົາ. ບ່ໍພຽງເທ່ົານ້ັນຍັງຊ່ວຍຊຸກຍູ້ສ່ົງເສີມການສ້າງການສ້າງວຽກທໍາໃຫ້ປະອາຊຽນ (ລາວ, ໄທ, ອິນໂດເນເຊຍ, ຫວຽດນາມ),ອົດສະຕຣາລີ, ຈີນ ແລະ ຊາດອື່ນໆ.ເມື່ອທ້າຍເດືອນມີນາ 2024 ຜ່ານມານີ້, ບໍລິສັດ ພູເບ້ຍມາຍນິ້ງ ຮ່ວມກັບສື່ມວນຊົນລາວ ໄດ້ເດີນທາງໄປຢ້ຽມຢາມ ແລະ ທັດສະນະສຶກສາຢູ່ຈຸດພັດທະນາຂຸດຄົ້ນ-ຜະລິດແຮ່ທາດຢູ່ເຂດພູຄໍາ ແລະ ຫ້ວຍຊາຍໃນແຂວງໄຊສົມບູນ ເຊິ່ງຄະນະນໍາ ແລະ ນັກວິຊາການຂອງບໍລິສັດ ດັ່ງກ່າວໄດ້ລາຍງານຄວາມເປັນມາແບບຫຍໍ້ໆວ່າ: ນັບແຕ່ຊຸມປີ 2003-2005 ທີ່ບໍລິສັດພູເບ້ຍ ເລີ່ມຈັດຕັ້ງປະຕິບັດໂຄງການ ໂດຍມີການຈ້າງງານທັງຄົນລາວ ແລະ ຄົນຕ່າງປະເທດເປັນຈໍານວນຫລາຍພັນຕໍາແໜ່ງ ແຕ່ສ່ວນໃຫຍ່ແມ່ນຈ້າງຄົນຕ່າງປະເທດເຂົ້າໃນການປະຕິບັດວຽກງານຂະແໜງທີ່ໃຊ້ທັກສະ ແລະ ວິຊາສະເພາະລະດັບສູງ ສ່ວນຄົນລາວແມ່ນຈະມີໜ້ອຍ ແຕ່ເຖິງແນວໃດກໍດີຍ້ອນຄວາມເອົາໃສ່ຂອງຄະນະບໍລິສັດພູເບ້ຍມາຍນິ້ງ ທີ່ມຸ່ງເນັ້ນປະຕິບັດຕາມນະໂຍບາຍ ອັນຖືຕ້ອງຂອງພັກ-ລັດຖະບານຄືການສ້າງບຸກຄະລາກອນກັບທ່ີ ໂດຍສົ່ງເສີມສ້າງຄົນລາວໃຫ້ມີຄວາມຊໍານານ ແລະ ມີທັກສະສູງ ດ້ວຍປະລິມານ-ຄຸນນະພາບ ໄປຄວບຄູ່ກັນຕາມມາດຕະຖານສາກົນ ເພື່ອຫລຸດຜ່ອນການຈ້າງງານຂອງຄົນຕ່າງປະເທດທີ່ມີຄ່າໃຊ້ຈ່າຍສູງກວ່າຄົນລາວເຮົາ ມາຮອດປັດຈຸບັນນີ້ ບໍລິສັດພູເບ້ຍໄດ້ມີພະນັກງານ ທັງໝົດ 3.900 ຄົນ ໃນນັ້ນເປັນຄົນລາວກວມເອົາ 93% ແລະ ສ່ວນທີ່ເຫລືອເປັນຄົນຕ່າງປະເທດ.

 

    ປັດຈຸບັນ ບໍລິສັດ ພູເບ້ຍມາຍນິ້ງ ມີພະນັກງານທັງໝົດ 3.900 ຄົນ, ມີບໍລິສັດ ທີ່ເປັນຜູ້ຮັບເໝົາທັງພາຍໃນ ແລະ ຕ່າງປະເທດມີພະນັກງານລວມ 1.000 ຄົນ, ໃນນັ້ນສະເພາະພະນັກງານ ຫລື ກໍາມະກອນທີ່ເປັນຄົນລາວກວມອັດຕາສູງ 93% ໂດຍສ່ວນໃຫຍ່ແມ່ນກຸ່ມຊົນເຜົ່າໃນເຂດທ້ອງຖິ່ນທີ່ຢູ່ໃກ້ຄຽງຂອງໂຄງການ, ແມ່ຍິງກວມເອົາ 21% ຂອງ ພະນັກງານພາຍໃນບໍລິສັດທັງໝົດ. ພ້ອມນີ້ບໍລິສັດ ຍັງໄດ້ຮ່ວມມືກັບວິທະຍາໄລເຕັກນິກລາວ-ເຢຍລະມັນ ເພື່ອຈັດຕັ້ງປະຕິບັດໂຄງການສ້າງສີມືແຮງງານໃນ 5 ວິຊາ ຄື: ກົນຈັກໜັກ, ສ້ອມແປງ ແລະ ບໍາລຸງຮັກສາ, ໄຟຟ້າ, ໄຟຟ້າລົດຍົນ ແລະ ເຊື່ອມຈອດຫລັງຈາກຮຽນຈົບກໍສາມາດສອບເສັງ ເພື່ອເຂົ້າເຮັດວຽກນໍາບໍລິສັດ ພູເບ້ຍມາຍນິ້ງ ຕາມຕໍາແໜ່ງງານ ແລະ ຈໍານວນທີ່ບໍລິສັດຕ້ອງການ. ຄຽງຄູ່ກັນນ້ີບໍລິສັດດັ່ງກ່າວໄດ້ສ້າງໂອກາດໃຫ້ຊຸມຊົນທ້ອງ ຖິ່ນນັບແຕ່ການຈ້າງງານໄປເຖິງການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ໂດຍໄດ້ຈັດສັນງົບປະມານ 380.000 ກວ່າໂດລາສະຫະລັດຕໍ່ປີ ເຂົ້າໃນໂຄງການທຶນພັດທະນາຊຸມຊົນ ແລະ ຈະເພີ່ມຂຶ້ນເປັນ 750.000ໂດລາສະຫະລັດຕໍ່ປີ ເຊິ່ງງົບປະມານດັ່ງກ່າວໄດ້ນໍເຂົ້າຈັດຕັ້ງປະຕິບັດໂຄງການຕ່າງໆ ນັບແຕ່ປີ 2002-2022 ລວມມີ 436 ໂຄງການ, ໂດຍສຸມໃສ່ 6 ຂະແໜງການສໍາຄັນ ຄື: ກະສິກໍາ, ສຶກສາ, ສາທາລະນະສຸກ, ໂຄງລ່າງພື້ນຖານ, ການພັດທະນາທຸລະກິດທ້ອງຖິ່ນ ແລະ ການເຂົ້າເຖິງການເງິນ.ດັ່ງທີ່ຮູ້ນໍາກັນ, ບໍລິສັດພູເບ້ຍມາຍນິ້ງ ເປັນໜຶ່ງໃນໂຄງການພັດທະນາຕົວແບບໃນອາຊຽນ ພາຍຫລັງຄວ້າລາງວັນດີເດັ່ນຈາກອາຊຽນ ແລະ ສາກົນໂດຍສະເພາະລາງວັນແຮ່ທາດອາຊຽນ (ສະມາຄົມອາຊີຕາເວັນອອກສ່ຽງໃຕ້) ປີ 2023 ການປະຕິບັດທີ່ດີທີ່ສຸດໃນການແຈກຢາຍ ແລະ ຂົນສົ່ງແຮ່ທາດຢ່າງມືອາຊີບ; ລາງວັນຄວາມປອດໄພດີເດັ່ນຂອງເຄືອຂ່າຍຄວາມປອດໄພ ແລະ ສຸຂະພາບອາຊີບອາຊຽນ (OSHNET) ຄັ້ງທີ 19,  ລາງວັນສະພາບແວດລ້ອມການເຮັດວຽກທີ່ປອດໄພ-ສຸຂະພາບດີຜ່ານໂຄງການປູກຈິດສໍານຶກ. 

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ວັນການທູດລາວຄົບຮອບ 80 ປີອາຊຽນ ASEAN

      ວັນການທູດລາວຄົບຮອບ 80 ປີ

      10/13/2025 2:09:17 PM

      ເນື່ອງໃນວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງ ປະຫວັດສາດ ຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ, ແລະ ຄວາມສຳເລັດຂອງພາລະກິດຕ່າງໆ ນັບຕັ້ງແຕ່ອາດີດ ຮອດປັດຈຸບັນ

    • ປະເທດ ຣັດເຊຍອາຊຽນ ASEAN

      ປະເທດ ຣັດເຊຍ

      10/8/2025 10:28:19 AM

      ສະຫະພັນ ຣັດເຊຍ (Russian Federation), ມີນະຄອນຫລວງ ຊື່ວ່າ: ມົດສະກູ(Moscow), ຣັດເຊຍ ເປັນປະເທດໃນຢູເຣເຊຍເໜືອ ແລະ ໃຫຍ່ທີ່ສຸດໃນໂລກ ດ້ວຍເນື້ອທີ່ 17.098.242 ກິໂລຕາແມັດ ກວມເອົາ ປະຊາກອນ 144.596.443 ຄົນ(ໃນປີ 2024).

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      10/1/2025 1:14:23 PM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ປະຊາຊົນຈີນ (People’s Republic of China) ຫລືເອີ້ນວ່າ ສປຈີນ ຄົບຮອບ 76 ປີ ວັນທີ (01.10.1949-01.10.2025). ໂດຍມີນະຄອນຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ

    • ປະເທດ ເມັກຊິກອາຊຽນ ASEAN

      ປະເທດ ເມັກຊິກ

      9/16/2025 3:25:32 PM

      ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ

    • ປະເທດ ຫວຽດນາມອາຊຽນ ASEAN

      ປະເທດ ຫວຽດນາມ

      9/3/2025 9:35:43 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(Vietnam) ຄົບ ຮອບ 80 ປີ(2/9/1945-2/9/2025) ຫວຽດນາມ ເປັນປະເທດ

ads
ads

Top