ເສດຖະກິດຈີນ ຈະເຕີບໂຕ 5,3% ໃນປີ 2024

10/04/2024 12:47
Email Print 1778
ຂປລ ຫ້ອງການຄົ້ນຄວ້າ ເສດຖະກິດ ມະຫາພາກ ອາຊຽນ ກັບ ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ ຫລື AMRO ໄດ້ເປີດເຜີຍ ບົດລາຍງານ “ການຈ້ອງມອງເບິ່ງ ເສດຖະກິດພາກພື້ນອາຊຽນ ກັບ ຈີນ ຍີ່ປຸ່ນ ແລະ ສ.ເກົາຫລີ ປີ 2024” ຢູ່ສິງກະໂປ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ຫ້ອງການຄົ້ນຄວ້າ ເສດຖະກິດ ມະຫາພາກ ອາຊຽນ ກັບ ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ ຫລື AMRO ໄດ້ເປີດເຜີຍ ບົດລາຍງານ “ການຈ້ອງມອງເບິ່ງ ເສດຖະກິດພາກພື້ນອາຊຽນ ກັບ ຈີນ ຍີ່ປຸ່ນ ແລະ ສ.ເກົາຫລີ ປີ 2024” ຢູ່ສິງກະໂປ. ບົດລາຍງານເຫັນວ່າ: ການເຕີບໂຕ ດ້ານເສດຖະກິດ ພາກພື້ນ ອາຊຽນ ກັບ ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ ຈະເພີ່ມຈາກ 4,3% ໃນປີ 2023 ຂຶ້ນເປັນ 4,5% ໃນປີ 2024, ຄາດວ່າ ຈັງຫວະເຕີບໂຕ ຂອງເສດຖະກິດ ໃນປີ 2025 ຢູ່ໃນລະດັບ 4,2%. ຈັງຫວະເຕີບໂຕ ດ້ານເສດຖະກິດ ຂອງ ສປ ຈີນ ຈະເພີ່ມຈາກ 5,2% ໃນປີ 2023 ຂຶ້ນເປັນ 5,3% ໃນປີ 2024, ຄາດວ່າ ຈັງຫວະເຕີບໂຕ ຂອງເສດຖະກິດຈີນ ໃນປີ 2025 ຢູ່ໃນລະດັບ 4,9%. ບົດລາຍງານ ຄາດວ່າ: ປີ 2024, ສາມປະເທດ ທີ່ມີຈັງຫວະ ເສດຖະກິດ ເຕີບໂຕໄວ ທີ່ສຸດ ໃນພາກພື້ນ ອາຊຽນ ກັບ ສປ ຈີນ, ຍີ່ປຸ່ນ  ແລະ ສ.ເກົາຫລີ ໄດ້ແກ່ ຟີລິບປີນ, ກຳປູເຈຍ ແລະ ສສ ຫວຽດນາມ, ໃນນັ້ນ ເສດຖະກິດ ຂອງຟີລິບປີນ ຈະເຕີບໂຕ 6,3%, ກຳປູເຈຍ ຈະເຕີບໂຕ 6,2%, ສ່ວນ ສສ ຫວຽດນາມ ຈະເຕີບໂຕ 6,0%.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ads
ads

Top