ໃຫ້ຊົນນະບົດຫຍັບໃກ້ ການເປັນຕົວເມືອງນ້ອຍ.....

02/04/2024 09:23
Email Print 880
ຂປລ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນວຽກຍຸດທະສາດສໍາຄັນຂອງພັກ-ລັດເຮົາ ເຊິ່ງຍາມໃດກໍ່ໄດ້ມີການຊີ້ນໍາໃກ້ຊິດການຈັດຕັ້ງປະຕິບັດ ໂດຍໄດ້ມີການສຸມທຶນຮອນ ເຂົ້າໃສ່ການພັດທະນາຢ່າວແທດເຖິງ, ຕໍ່ເນື່ອງສາມາດເຮັດໃຫ້ຊົນນະບົດໄດ້ມີໃບໜ້າໃໝ່ ແລະ ມີການຫັນປ່ຽນດີຂຶ້ນເປັນກ້າວໆ.

      * ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນວຽກຍຸດທະສາດສໍາຄັນຂອງພັກ-ລັດເຮົາ ເຊິ່ງຍາມໃດກໍ່ໄດ້ມີການຊີ້ນໍາໃກ້ຊິດການຈັດຕັ້ງປະຕິບັດ ໂດຍໄດ້ມີການສຸມທຶນຮອນ ເຂົ້າໃສ່ການພັດທະນາຢ່າວແທດເຖິງ, ຕໍ່ເນື່ອງສາມາດເຮັດໃຫ້ຊົນນະບົດໄດ້ມີໃບໜ້າໃໝ່ ແລະ ມີການຫັນປ່ຽນດີຂຶ້ນເປັນກ້າວໆ. ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເປັນວຽກງານທີ່ຕິດພັນກັນ. ການແກ້ໄຂຄວາມທຸກຍາກບໍ່ພຽງແຕ່ມີຄວາມໝາຍດ້ານມະນຸດສະທໍາເພື່ອໃຫ້ຄົນພົ້ນທຸກເທົ່ານັ້ນ, ແຕ່ຍັງມີຄວາມໝາຍຕັດສິນຊີ້ຂາດເຖິງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ...ຍ້ອນແນວນັ້ນ, ຕະຫລອດໄລຍະຜ່ານມາ, ການແກ້ໄຂຄວາມທຸກຍາກຢູ່ປະເທດເຮົາ ຈຶ່ງຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ທັງບໍ່ອາດຕັດແຍກອອກເປັນບັນຫາທາງດ້ານເສດຖະກິດ-ສັງຄົມພຽງດ້ານດຽວໄດ້.

    ພັກເຮົາຈຶ່ງໄດ້ຖືການພັດທະນາຊົນນະບົດເປັນສະໜາມຮົບອັນດັບໜຶ່ງ ຂອງການພັດທະນາປະເທດ ແລະ ຖືເອົາວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕິດພັນກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ແມ່ນມາດຕະການຍຸດທະສາດພື້ນຖານຍາວນານຂອງການສືບຕໍ່ກໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນຕາມຈຸດໝາຍສັງຄົມນິຍົມ ໂດຍຮັບປະກັນໃຫ້ຖືກຕາມ 4 ເນື້ອໃນ ແລະ 4 ຄາດໝາຍ.ພາບລວມກ່ຽວກັບວຽກງານພັດທະນາຊົນນະບົດ...ຜ່ານການ ຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດຂອງການພັດທະນາ, ຫລາຍປະເທດໄດ້ມີຜົນສໍາເລັດ ແລະ ບົດຮຽນສໍາຄັນໆ, ລວມທັງບັນດາປະເທດຢູ່ອາຊີຕາເວັນອອກ ໂດຍສະເພາະແມ່ນ ສສ ຫວຽດນາມ ແລະ ສປ ຈີນ ໄດ້ເປັນສິ່ງເອື້ອອໍານວຍໃຫ້ເປັນສິ່ງກະຕຸ້ນ ແລະ ປຸກລະດົມທີ່ ສໍາຄັນສໍາລັບພວກເຮົາ.

    ນອກຈາກນັ້ນ ບົດຮຽນຂອງຫລາຍປະເທດອາຊຽນ ກໍ່ສາມາດເປັນຕົວແບບທີ່ດີສຳລັບການພັດທະນາຢູ່ປະເທດເຮົາ. ຄວາມກ້າວໜ້າອັນວ່ອງໄວ ແລະ ເຕັກນິກວິທະຍາສາດ ແລະ ການເຊື່ອມໂຍງເສດຖະກິດ ເປັນຕົ້ນແມ່ນປະຊາຄົມເສດຖະກິດອາຊຽນ, ການເຂົ້າເປັນສະມາຊິກ ອົງການການຄ້າໂລກ ແລະ ຜົນສຳເລັດອື່ນໆ ໃນດ້ານການຕ່າງປະເທດຂອງພວກເຮົາກໍ່ຈະເປັນໂອກາດອັນດີສຳລັບ ສປປ ລາວ ໃນການສົ່ງເສີມຜະລິດເປັນສິນຄ້າ ຢູ່ຊົນນະບົດ ແລະ ຫັນປ່ຽນໄປສູ່ການຜະລິດ ທີ່ໃຊ້ວິທະຍາສາດ ວິທະຍາການຫລາຍຂຶ້ນ. ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ລະບຽບຮຽບຮ້ອຍທາງສັງຄົມ ການເຕີບໃຫຍ່ຂອງການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນການລົງທຶນໃສ່ພື້ນຖານເສດຖະກິດ ຂອງປະເທດເຮົາພວມເກີດດອກອອກຜົນເອື້ອອຳນວຍໃຫ້ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄດ້ເປັນຢ່າງດີ. ພື້ນຖານທ່າແຮງທາງດ້ານພື້ນຖານ ຊັບພະຍາກອນທຳມະຊາດ ແລະ ຄວາມເຂັ້ມແຂງຂອງໂຄງການປົກຄອງກໍ່ຄືືຮາກຖານປະຊາຊົນ ຕາມທິດສາມສ້າງຈະເປັນພື້ນຖານອັນດີສໍາລັບການແກ້ໄຂຄວາມທຸກຍາກໃນຕໍ່ໜ້າ.

     ໃນເວລາດຽວ ກັນກໍ່ຍັງມີສິ່ງທ້າທາຍຫລາຍປະການ ໂດຍສະເພາະສະພາບພາກພື້ນ-ສາກົນ ເປັນຕົ້ນຄວາມຂັດແຍ້ງທາງການເມືອງ, ການປະທະທາງທະຫານ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ບັນຫາພະລັງງານ...  ສົ່ງຜົນໃຫ້ການຈັດຕັ້ງປະຕິບັດແຜນເສດຖະກິດ-ສັງຄົມຂອງ ພວກເຮົາບໍ່ໄດ້ດີເທົ່າທີີ່ຄວນ. ມີຫລາຍຄໍາເຫັນທ່ີເກັບກໍານໍາມາສະເໜີຕໍ່ກ່ຽວກັບວຽກພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ມີລັກສະນະລວງດຽວກັນວ່າພວກເຮົາຕ້ອງສືບຕໍ່ສູ້ຊົນ ແລະ ບືນຕົວຢ່າງແຂງແຮງເຮັດໃຫ້ຊາວຊົນ ນະບົດຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ມີຊີວິດການເປັນຢູ່ ນັບມື້ນັບດີຂຶ້ນເຊິ່ງນັ້ນແມ່ນການສະແດງອອກເຖິງຄວາມຈົງຮັກພັກດີຂອງພັກ ແລະ ລັດຕໍ່ປະຊາຊົນ. ຊົນນະບົດຂອງປະເທດມີບົດບາດດ້ານການເມືອງ ແລະ ເສດຖະກິດ-ສັງຄົມ ໃນປະຫວັດສາດອັນຍາວນານຂອງຊາດ... ເປັນຮາກຖານການເມືອງ ທີ່ກວ້າງຂວາງ ແລະ ໜັກແໜ້ນ ເປັນກອງໜູນສະໜອງກຳລັງປ້ອງກັນຊາດປ້ອງກັນຄວາມສະຫງົບ ຄໍ້າປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງ. 

    ຊົນນະບົດຍັງແມ່ນບໍລິເວນ ເຊື່ອມຕໍ່ລະຫວ່າງບັນດາຕົວເມືອງຂອງປະເທດ ແລະ ເຊື່ອມຕ່ໍປະເທດເຮົາກັບບັນດາປະເທດອ້ອມຂ້າງ. ຄວາມສະຫງົບເປັນລະບຽບຮຽບຮ້ອຍຂອງຊົນນະບົດເປັນປັດໄຈໜຶ່ງ ທີ່ສໍາຄັນຄໍ້າປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງປະເທດເຮົາຕະຫລອດມາ. ຊົນນະບົດ ຍັງເປັນພື້ນຖານໃຫ້ການພັດທະນາເສດຖະກິດ ແລະ ວັດທະນະທໍາ ເປັນຕົ້ນເປັນແຫລ່ງສະໜອງວັດຖຸດິບ, ພະລັງງານ, ສະບຽງອາຫານໃຫ້ແກ່ຕົວເມືອງກໍ່ຄືທົ່ວສັງຄົມ, ສະໜອງແຮງງານໃຫ້ຂະແໜງອຸດສາຫະກໍາ-ບໍລິການ, ເປັນບ່ອນຮັກສາ ແລະ ເສີມຂະຫຍາຍສິລະປະວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ, ຂອງບັນດາເຜົ່າ; ປົກປັກຮັກສາປູສະນິຍະສະຖານ-ວັດຖຸບູຮານ ຮ່ອງຮອຍປະຫວັດສາດ, ບົດບາດໃນການປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທໍາມະຊາດ ແລະ ອື່ນໆ.ເມື່ອເຫັນຄວາມສໍາຄັນແນວນັ້ນ, ພວກເຮົາພ້ອມກັນສຸມໃສ່ຈັດຕັ້ງຜັນຂະຫຍາຍແນວທາງ-ນະໂຍບາຍຂອງພັກ-ລັດ ໃນການຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍການ ພັດທະນາຊົນນະບົດຮອບດ້ານ, ຖືເປັນໜ້າທີ່ຍຸດທະສາດ, ເປັນວຽກບຸລິມະສິດສໍາຄັນ ຂອງພັກ-ລັດ ແລະ ທົ່ວສັງຄົມ.

   ການພັດທະນາຊົນນະບົດ ຍາມໃດກໍ່ຕິດພັນກັບການແກ້ໄຂຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນ ເຊິ່ງບໍ່ພຽງແຕ່ແມ່ນການເຮັດຕາມຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຊົນ ແລະ ອຸດົມການອັນສູງສົ່ງຂອງພັກເຮົາເທົ່ານັ້ນ, ມັນຍັງ ແມ່ນການເຂົ້າຮ່ວມປະຕິບັດພັນທະສາກົນໃນການພັດທະນາແບບຍືນຍົງ. ທິດນໍາຂອງພັກເຮົາເວົ້າແຈ້ງຕ້ອງເຮັດໃຫ້ລະບົບການເມືອງຢູ່ຊົນນະບົດມີຄວາມເຂັ້ມແຂງ, ໜັກແໜ້ນ, ສາມາດນໍາພາປະຊາຊົນເປັນເຈົ້າປົກປັກຮັກສາ, ພັດທະນາຕົນເອງ ແລະ ພັດທະ ນາບ້ານຊ່ອງ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ. ພັດທະນາຊົນນະບົດຕ້ອງຮັບປະກັນຄວາມສົມດູນລະຫວ່າງການພັດທະນາເສດຖະກິດກັບການພັດທະນາສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ, ຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ...ດັ່ງນີ້ເປັນຕົ້ນ.


KPL

ຂ່າວອື່ນໆ

ads
ads

Top