ລັດຖະມົນຕີກະຊວງສຶກສາ ແລະ ທູດ ອົດສະຕຣາລີ ຢ້ຽມຢາມໂຮງຮຽນປະຖົມເມືອງຄຳ

26/03/2024 22:16
Email Print 1852
ຂປລ ຂປລ. ເມື່ອບໍ່ດົນມານີ້, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ລົງຢ້ຽມຢາມໂຮງຮຽນປະຖົມແຫ່ງໜຶ່ງ ຢູ່ເມືອງຄຳ ແຂວງຊຽງຂວາງ



ຂປລ. ເມື່ອບໍ່ດົນມານີ້
, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ລົງຢ້ຽມຢາມໂຮງຮຽນປະຖົມແຫ່ງໜຶ່ງ ຢູ່ເມືອງຄຳ ແຂວງຊຽງຂວາງ ເພື່ອສັງເກດການສອນຫລັກສູດ ຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່ ເປັນຕົ້ນ ວິຊາພາສາລາວ, ວິຊາວິທະຍາສາດ ແລະ ສິ່ງແວດ ລ້ອມ ແລະ ວິຊາພາສາອັງກິດ  ພ້ອມດ້ວຍສື່ການຮຽນ-ການສອນອື່ນໆ ຈຳນວນໜຶ່ງ.

ທ່ານ ພຸດ ສິມມາລາວົງ ໄດ້ກ່າວວ່າ: ລັດຖະບານ ສປປ ລາວ ຮັບຮູ້ວ່າ ການສຶກສາຂັ້ນພື້ນຖານ ທີ່ມີຄຸນນະພາບ ເປັນພື້ນຖານຂອງປະເທດຊາດ ທີ່ຈະເລີນຮຸ່ງເຮືອງ ແລະ ສະຫງົບສຸກ. ດ້ວຍການສະໜັບສະໜູນ ຂອງລັດຖະບານອົດສະຕຣາລີ ໂດຍຜ່ານແຜນ ງານປັບປຸງ ການສຶກສາຂັ້ນພື້ນຖານ (ບີຄວາ), ພວກເຮົາໄດ້ປັບປຸງຫລັກສູດ ຊັ້ນປະຖົມສຶກສາແຫ່ງຊາດ ເພື່ອປະສົມປະສານວິທີການສິດສອນແບບໃໝ່ ເຊິ່ງສົ່ງເສີມການມີສ່ວນຮ່ວມ ແລະ ການຮຽນຮູ້ຂອງນັກຮຽນ ຜ່ານກິດຈະກຳການຮຽນ-ການສອນ, ການປະຕິບັດຕົວຈິງ ແລະ ການນຳໃຊ້ໃນຊີວິດຕົວຈິງ. ການລົງຢ້ຽມຢາມໂຮງຮຽນດັ່ງກ່າວ, ກໍເພື່ອສັງເກດວິທີການສອນ ແລະ ການຮຽນແບບໃໝ່ ທີ່ເປັນທິດທາງໃນການພັດທະນາ ຊັບພະຍາກອນ ມະນຸດຢູ່ ສປປ ລາວ ໃນອະນາຄົດ. ຜ່ານ​ການລົງສັງເກດ ການຄັ້ງນີ້, ເຫັນໄດ້ວ່າ ນັກຮຽນຮ່ວມມືຊ່ວຍເຫລືອກັນໃນການຮຽນ, ມີສ່ວນຮ່ວມກັບສື່ການຮຽນ-ການສອນ, ຮຽນຮູ້ໂດຍຜ່ານການທົດລອງ ແລະ ການທົບທວນຄືນໃນສິ່ງທີ່ເຂົາເຈົ້າກໍາລັງເຮັດ.




ໂອກາດ​ນີ້, ທ່ານ ພຸດ ສິມມາລາວົງ ຍັງໄດ້ເນັ້ນເຖິງບົດບາດສໍາຄັນຂອງຄູທີ່ຈະນໍາເອົາຫລັກສູດສະບັບປັບປຸງໃໝ່ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ການປ່ຽນແປງອັນສຳຄັນ ແມ່ນການເລີ່ມນຳໃຊ້ວິທີການຮຽນທີ່ເນັ້ນໃສ່ນັກຮຽນເປັນໃຈກາງ ແລະ ເນັ້ນການປະຕິບັດຕົວຈິງ
, ໄດ້ຫັນຈາກການຮຽນຮູ້ແບບເກົ່າ ໄປສູ່ການຊ່ວຍໃຫ້ນັກຮຽນໄດ້ຮຽນຮູ້ ທັກສະທີ່ຈຳເປັນສຳລັບສັດຕະວັດທີ 21 ເຊິ່ງຄູຈະຕ້ອງໄດ້ສືບຕໍ່ຝຶກອົບຮົມ ແລະ ສ້າງຄວາມເຂັ້ມແຂງຢ່າງຕໍ່ເນື່ອງ ເພື່ອຮັບປະກັນວ່າເຂົາເຈົ້າສາມາດ ປະຕິບັດ ການຮຽນ-ການສອນແບບໃໝ່ຢ່າງຄົບຖ້ວນ.



ທ່ານ ນາງ ເມແກນ ຈອນ ໄດ້ມີຄຳເຫັນວ່າ: ລັດຖະບານອົດສະຕຣາລີ ມີການຮ່ວມມືອັນຍາວນານກັບລັດຖະບານລາວ ໃນດ້ານການສຶກສາ
ເປົ້າໝາຍ ກໍຄື ການຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ເພື່ອຊ່ວຍໃຫ້ເດັກນ້ອຍ ໃນເກນເຂົ້າຮຽນ ຊັ້ນປະຖົມສຶກສາ ໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ດ້ອຍໂອກາດ, ມີຄວາມຫ້າວຫັນປະກອບສ່ວນໃນການຮຽນ ແລະ ມີຜົນການຮຽນທີ່ດີຂຶ້ນ. ລັດຖະບານອົດສະຕຣາລີ ຈະສືບຕໍ່ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ໂດຍຜ່ານແຜນງານບີຄວາ ຈະສຸມໃສ່ການພັດທະນາ ວິຊາຊີບຄູໃນ ສປປ ລາວ ໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ.

ໃນມື້ດຽວກັນ, ທ່ານທູດ ຍັງໄດ້ເຂົ້າຮ່ວມເປັນເຈົ້າພາບຈັດສຳມະນາ ເພື່ອໃຫ້ຂໍ້ມູນກ່ຽວກັບທຶນ ການສຶກສາຂອງລັດຖະບານອົດສະຕຣາລີ ໃຫ້ຜູ້ທີ່ສົນໃຈຢາກຍື່ນສະໝັກເອົາທຶນ ໄປສຶກສາຕໍ່ທີ່ປະ ເທດ ອົດສະຕຣາລີນຳອີກ.

ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍ ລັດຖະບານແຫ່ງ ສປປ ລາວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID. ແຜນງານບີຄວາ ເນັ້ນໃສ່ການປັບປຸງຜົນການຮຽນ ສຳລັບໄວໜຸ່ມ ແລະ ຜູ້ທີ່ດ້ອຍໂອກາດ ໃນ ສປປ ລາວ. ນອກນັ້ນ, ແຜນງານບີຄວາ ຍັງຈະສືບຕໍ່ເອົາໃຈໃສ່ການຮັບປະກັນ ດ້ານຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ແລະ ສົ່ງເສີມການສຶກສາຮຽນຮ່ວມສຳລັບທຸກຄົນ ໃນທຸກກິດຈະກໍາຂອງແຜນງານ.
KPL

ຂ່າວອື່ນໆ

ads
ads

Top