ເມືອງຮົ່ມ ກຽມຄວາມພ້ອມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຕິດພັນກັບການວາງແຜນວຽກພັດທະນາເສດຖະກິດ

28/02/2024 09:33
Email Print 5103
ຂປລ ມາຮອດປັດຈຸບັນ ເມືອງຮົ່ມແຂວງໄຊສົມບູນ ໄດ້ເອົາໃຈໃສ່ຕິດຕາມກວດກາບັນດາໜ້າວຽກ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກຢ່າງຕໍ່ເນື່ອງ ເພື່ອໃຫ້ການຈັດຕັ້ງດຳເນີນກອງປະຊຸມດັ່ງກ່າວມີເນື້ອໃນຄົບຖ້ວນ ແລະ ປະສົບຜົນສຳເລັດທີ່ວາງໄວ້.

    *ມາຮອດປັດຈຸບັນ ເມືອງຮົ່ມແຂວງໄຊສົມບູນ ໄດ້ເອົາໃຈໃສ່ຕິດຕາມກວດກາບັນດາໜ້າວຽກການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກຢ່າງຕໍ່ເນື່ອງ ເພື່ອໃຫ້ການຈັດຕັ້ງດຳເນີນກອງປະຊຸມດັ່ງກ່າວມີເນື້ອໃນຄົບຖ້ວນ ແລະ ປະສົບຜົນສຳເລັດທີ່ວາງໄວ້. ຂະນະດຽວກັນ ກໍ່ໄດ້ເອົາໃຈໃສ່ຕໍ່ການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ- ສັງຄົມຕິດພັນກັບ 2 ວາລະແຫ່ງຊາດມາໂດຍຕະຫລອດ ອັນໄດ້ເຮັດໃຫ້ດ້ານເສດຖະກິດນັບມື້ເຂັ້ມແຂງ ແລະ ກາຍເປັນສິນຄ້າຫລາຍຂຶ້ນ. ຢ່າງໃດກໍ່ຕາມເນື່ອງໃນໂອກາດທີ່ ສະຫາຍ ນາງ ເພັດສະໄໝ ໂພ ໄຊຍະວົງ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກ, ອົງການກວດກາລັດແຂວງໄຊສົມບູນ ພ້ອມດ້ວຍທີມງາມໄດ້ເຄື່ອນໄຫວເຮັດວຽກຢູ່ເມືອງຮົ່ມນັ້ນ, ກໍ່ໄດ້ຮັບຟັງການລາຍງານແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ປະຈຳປີ 2024, ແຜນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ແຜນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂອງເມືອງປີ 2024, ລາຍງານການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ໂດຍສາມາດຮັບຮູ້ດ້ານການສ້າງເສດຖະກິດຈະໃຫ້ເຂັ້ມແຂງ, ຂະຫຍາຍດ້ວຍຈັງຫວະຕໍ່ເນື່ອງ ແລະ ໝັ້ນທ່ຽງ, ພ້ອມທັງເອົາໃຈໃສ່ຊຸກຍູ້ການຜະລິດເປັນສິນຄ້າໃຫ້ຫລາຍຂຶ້ນ ສາມາດກາຍເປັນສິນຄ້າສົ່ງອອກຕິດພັນກັບການສ້າງໜໍ່ແໜງພາຍໃນໃຫ້ເຂັ້ມແຂງ ໂດຍສະເພາະເຮັດໃຫ້ໂຄງປະກອບເສດຖະກິດມີການຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ.

    ຂະນະທີ່ການກະກຽມດຳເນີນກອງປະຊູມໃຫຍ່ 3 ຂ້ັນຂອງພັກທ່ົວເມືອງຮົ່ມນັ້ນ, ໂດຍໄດ້ປະຕິບັດຕາມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ 11 ໝວດ 4 ມາດຕາ 21, ໝວດທີ 6 ມາດຕາ 31 ແລະ ຄໍາ ສ່ັງເລກທີ 411/ຄລສພ, ຄຳແນະນຳເລກທີ 211/ຄຈສພ, ຄຳສັ່ງ ເລກທີ 0787/ພຂ,ຊບ ດັ່ງກ່າວຄະນະຮັບຜິດຊອບໄດ້ເອົາໃຈໃສ່ຊຸກຍູ້, ເຜີຍແຜ່ນິຕິກຳຕ່າງໆຂອງພັກເຂົ້າສູ່ການຈັດຕັ້ງຮາກຖານພັກ ແລະ ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາເອກະສານ, ນິຕິກຳວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດພາຍໃນເມືອງ ໂດຍເລັ່ງໃສ່ພະນັກງານຂັ້ນຊີ້ນຳບັນຊາ, ພະ ແນກການອ້ອມຂ້າງ ແລະ ບັນດາກຸ່ມ ບ້ານ 3 ກຸ່ມບ້ານທົ່ວເມືອງ, ຕິດປ້າຍໂຄສະນາຜົນຮ້າຍຂອງຢາເສບຕິດ ພ້ອມທັງໂຄສະນາຜ່ານລະບົບໂທລະໂຄ່ງພາຍໃນເທດສະບານເມືອງ ແລະ ບ້ານແຕ່ລະບ້ານຢ່າງເປັນປົກກະຕິ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ, ຊາວໜຸ່ມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ນອກຈາກທີ່ກ່າວມານັ້ນແລ້ວ, ອົງການກວດກາລັດແຂວງຍັງໄດ້ເຜີຍແຜ່ກົດໝາຍວ່າດ້ວຍການກວດກາລັດ ແລະ ກົດໝາຍວາດ້ວຍການຕ້ານການສໍ້ລາດບັງຫລວງສະບັບປັບປຸງ.

    ຂະນະທີ່ສະຫາຍ ນາງເພັດສະໄໝ ໂພໄຊຍະວົງ     ໄດ້ຊີ້ນຳຕໍ່ບັນດາໜ້າວຽກໂດຍໃຫ້ທຸກພາກສ່ວນເອົາໃຈໃສ່ສຶກສາອົມຮົມທາງດ້ານການເມືອງແນວຄິດໃຫ້ສະມາຊິກພັກ, ປະຊາຊົນບັນດາເຜົ່າເປັນປົກກະຕິ, ຊຸກຍູ້ສົ່ງເສີມປະຊາຊົນທຳການຜະລິດປູກຝັງ-ລ້ຽງ ສັດໃຫ້ກາຍເປັນສິນຄ້າ, ສືບຕໍ່ເຊື່ອມຊຶມ, ມະຕິ, ຄຳສັ່ງ, ຄຳແນະນຳ, ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກໃຫ້ທົ່ວເຖິງ, ສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງເມືອງ ໃຫ້ໄດ້ຮັບປະສິດທິພາບສູງສຸດ.

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top