ທິດທາງຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂົ້າສູ່ລະບົບທະນາຄານ ເພີ່ມຂຶ້ື້ນ

26/02/2024 13:04
Email Print 959
ຂປລ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນ ຕາຕ່າງປະເທດ (ກຄງຕ), ທະນາ ຄານແຫ່ງ ສປປ ລາວ (ທຫລ) ໄດ້ ຍົກໃຫ້ເຫັນທິດທາງການຄຸ້ມຄອງ ເງິນຕາຕ້ອງຮັບປະກັນສະພາບທາງດ້ານເງິນຕາໂດຍລວມມີຄວາມຫງົບ, ໝັ້ນທ່ຽງ.

*ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ (ກຄງຕ), ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຍົກໃຫ້ເຫັນທິດທາງການຄຸ້ມຄອງເງິນຕາ ຕ້ອງຮັບປະກັນສະພາບທາງດ້ານເງິນຕາໂດຍລວມມີຄວາມຫງົບ, ໝັ້ນທ່ຽງ. ທຫລ ຈະສືບຕໍ່ຄຸ້ມຄອງແຫລ່ງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບທະນາຄານເພີ່ມຂຶ້ນ, ສ້າງຄວາມສົມດຸນລະຫວ່າງກະແສເງິນຕາເຂົ້າ-ອອກໄປເພື່ອຊຳລະກັບຕ່າງປະເທດ, ສ້າງຄວາມເຂ້ັມແຂງຄັງສຳຮອງເງິນຕາຕ່າງປະເທດ ສາມາດກຸ້ມການນຳເຂົ້າຫລາຍກວ່າ 5 ເດືອນ ແລະ ບັນລຸຄາດໝາຍມະຕິສະພາແຫ່ງຊາດກຳນົດ, ນຳລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ ເຂົ້າລະບົບທະນາຄານໃນສປປ ລາວ ໃຫ້ໄດ້ຢ່າງໜ້ອຍ 70%. ສະນັ້ນ ທຫລ ຈະສຸມໃສ່ໜ້າວຽກ ຕົ້ນຕໍດັ່ງນີ້: ຈະສ້າງ ແລະ ປັບປຸງນິຕິກຳລຸ່ມກົດໝາຍເປັນຕົ້ນ: ຂໍ້ກຳນົດ ກ່ຽວກັບການຄຸ້ມຄອງລາຍຮັບເງິນ ຕາຫົວໜ່ວຍຜູ້ສົ່ງອອກເພື່ອແລກ ເງິນຕາກັບລະບົບທະນາຄານຕາມ ສັດສ່ວນຂັ້ນຕ່ຳ, ກຳນົດເປົ້າໝາຍ ການນຳໃຊ້ເງິນຕາໃນ ສປປ ລາວ, ການຄຸ້ມຄອງເງິນຕາຈາກລາຍຮັບ ແຮງງານ, ການທ່ອງທ່ຽວ, ການ ເປີດບັນຊີເງິນຕາຕ່າງປະເທດຢູ່ພາຍ ໃນແລະຕ່າງປະເທດ ແລະ ອື່ນໆ.

    ຄຸ້ມຄອງກະແສເງິນຕາຕ່າງປະເທດ ດ້ານການຄ້າລະຫວ່າງປະເທດ ໂດຍໃຫ້ສຳເລັດການເປີດ/ຫັນບັນຊີ ເງິນຝາກສະເພາະບໍລິສັດນຳເຂ້ົາ- ສົ່ງອອກໃນໄຕມາດ 1 ປິ 2024. ເລັ່ງພັດທະນາລະບົບການຄຸ້ມຄອງ ກະແສເງິນຕາຕ່າງປະເທດໃຫ້ທົດລອງນຳໃຊ້ໃນໄຕມາດ 1 ປີ 2024  ແລະ ມີການຄຸ້ມຄອງຕິດຕາມແບບອອນລາຍໂດຍເຊື່ອມໂຍງກັບຂະແໜງການ ( ການເງິນ, ການຄ້າ ແລະ ທະ ນາຄານ). ຕິດຕາມຫົວໜ່ວຍຜູ້ສົ່ງອອກ ນໍາລາຍຮັບເງິນຕາເຂົ້າມາ ສປປ ລາວ ຜ່ານລະບົບທະນາຄານຕາມໄລຍະເວລາ ແລະ ອັດຕາສ່ວນນຳລາຍຮັບເຂົ້າມາ ພ້ອມທັງຂາຍອັດຕາສ່ວນຂັ້ນຕ່ຳໃຫ້ແກ່ລະບົບທະນາຄານ. ຕິດຕາມຊຸກຍູ້ວຽກງານຄຸ້ມຄອງເງິນຕາຕ່າງປະເທດນຳຫົວໜ່ວຍສົ່ງອອກ ແຕ່ລະຂະແໜງການຢູ່ທ້ອງຖິ່ນໃນດ່ານທີ່ມີການສົ່ງອອກ ເພື່ອນຳລາຍຮັບເງິນຕາເຂົ້າມາຕາມລະບຽບການ. ຄຸ້ມຄອງການອະນຸຍາດໂອນເງິນ ເພື່ອຊຳລະກັບຕ່າງປະເທດໂດຍສະເພາະຊຳລະສິນຄ້າ ແລະ ການບໍລິການທີ່ມີລັກສະນະຟຸມເຟືອຍຂອງບຸກຄົນ ແລະ ນິຕິບຸກຄົນຜ່ານທະນາຄານທຸລະກິດ (ເປັນຕົ້ນການໂອນເງິນຊື້ອະສັງຫາລິມະຊັບ, ພາຫະນະ ແລະ ອື່ນໆ).

   ເອົາໃຈໃສ່ຄຸ້ມຄອງກະແສການລົງທຶນໂດຍກົງຕ່າງປະເທດທັງສູນກາງ ແລະ ທ້ອງຖິ່ນໃຫ້ມາຢັ້ງຢືນທຶນໃຫ້ທັນເວລາ, ເມື່ອນຳທຶນເຂົ້າມາຜ່ານທະນາຄານຢູ່ ສປປ ລາວ ເພື່ອສະດວກໃນການໂອນທຶນກັບຄືນປະເທດໃນອານາຄົດ. ປະຕິບັດຜູ້ລົງທຶນຕ່າງປະເທດເປີດບັນຊີກະກຽມການລົງທຶນກັບທະນາຄານທຸລະກິດ ກ່ອນໄດ້ຮັບອະນຸຍາດລົງທຶນ ຫລື ທະບຽນວິສາຫະກິດ ແລະ ຫັນບັນຊີເງິນຝາກສະເພາະກ່ຽວກັບການລົງທຶນ. ຊຸກຍູ້ຫົວໜ່ວຍ FDI ແລກປ່ຽນເງິນນຳທະນາຄານຜ່ານບັນຊີດັ່ງກ່າວ ເມື່ອມີການໃຊ້ຈ່າຍຢູ່ພາຍໃນ ສປປ ລາວ ເປັນເງິນກີບເປັນຕົ້ນ: ຄ່າສິນຄ້າ, ຄ່າບໍລິການ, ເບີກຈ່າຍເງິນເດືອນ ຫລື ຄ່າແຮງງານ ແລະ ອື່ນໆ. ສ້າງຍຸດທະສາດ ຄຸ້ມຄອງໜີ້ສິນຕ່າງປະເທດໃນລະດັບຄວບຄຸມໄດ້ ແລະ ກຳນົດຂອບເຂດເພດານອະນຸຍາດກູ້ຢືມຕ່າງປະເທດຂອງຂະແໜງການ (ພາກລັດ, ເອກະຊົນ, ສະຖາບັນການເງິນ ແລະ ສະຖາບັນການເງິນທີບໍ່ແມ່ນທະນາຄານ) ໃຫ້ຢູ່ລະດັບລວມສະເລ່ຍ 60-70% ຂອງ GDP ໃນ 5 ປີຕໍ່ໜ້າ. ສົ່ງເສີມການນໍາໃຊ້ເງິນກີບໃນການຊໍາລະ ແລະ ການຕິດປະກາດລາຄາສິນຄ້າ ແລະ ບໍລິການພາຍໃນປະເທດໃຫ້ເປັນເງິນກີບ ແລະ ຜ່ານລະບົບທະນາຄານໂດຍສະເພາະການຊຳລະຄ່າທີດິນແລະພາຫະນະ, ສົ່ງເສີມການນຳໃຊ້ສະກຸນທ້ອງຖິ່ນໃນການ ຊຳລະກັບປະເທດອ້ອມຂ້າງຂອງພາກທຸລະກິດໂດຍສະເພາະກີບ- ດົງ; ກີບ-ຢວນ ແລະ ກີບ-ບາດ.

   ຕິດຕາມກວດກາການເຄ່ືອນໄຫວທຸລະກໍາການເງິນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍເປັນຕົ້ນການແລກປ່ຽນບໍ່ຖືກຕ້ອງໃຫ້ຫລຸດລົງ, ການໂອນເງິນດ່ວນຜ່ານບັນຊີ, ໂດຍສະເພາະການເປີດບັນຊີການສົ່ງອອກ-ນຳເຂົ້າ ແລະ ການເປີດບັນຊີການລົງທຶນ.ສັງລວມແລ້ວ, ການປັບປຸງການຄຸ້ມຄອງເງິນຕາຕ່າງປະເທດທີ່ດໍາເນີນແມ່ນມາຖືກທິດທາງແລ້ວ, ຂໍ ໃຫ້ສັງຄົມມີຄວາມເຊື່ອໝັ້ນ ແລະ ສະໜັບສະໜູນເປັນກຳລັງແຮງຊຸກຍູ້ທິດທາງນະໂຍບາຍ ແລະ ມາດຕະການຕ່າງໆຂອງລັດໃຫ້ເປັນຈິງ, ແລະ ຕ້ອງເຮັດໃຫ້ເຖິງຖອງ ໂດຍການມີສ່ວນຮ່ວມຂອງຫລາຍຂະແໜງການ ແລະ ພ້ອມກັນປະຕິບັດເປັນເອກະພາບທຸກຂັ້ນທາງສູນກາງ ແລະ ທ້ອງຖິ່ນເຊິ່ງຈະເຮັດໃຫ້ການຄຸ້ມຄອງເງິນຕາຕ່າງປະເທດ ໄດ້ຮັບການປັບປຸງເປັນລະບົບຄົບຊຸດ ແລະ ມີບາດກ້າວຫັນປ່ຽນຢ່າງແທ້ຈິງ ແລະ ນຳສະຖຽນລະພາບທາງດ້ານເສດຖະກິດ-ການເງິນກັບຄືນສູ່ສະພາບປົກກະຕິໂດຍໄວ.

ໂດຍ: ຣັດສະໝີ ດວງສັດຈະ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top