ການທ່ອງທ່ຽວແບບອະນຸລັກສິ່ງເວດລ້ອມ

05/02/2024 09:35
Email Print 1970
ຂປລ ເມື່ອບໍ່ດົນມານີ້, ກະຊວງກະສິກຳ ແລະ ປ່າໄມ້, ກົມປ່າໄມ້, ສູນຝຶກອົບຮົມປ່າໄມ້ ແລະ ອົງການ Takao Green club ປະເທດ ຍີ່ປຸ່ນ ພ້ອມດ້ວຍການຈັດຕັ້ງບ້ານ ຫ້ວຍປາມ້ອມ ເມືອງວັງວຽງ ແຂວງວຽງຈັນ ໄດ້ຈັດກິດຈະກຳການເປີດທົດລອງການທ່ອງທ່ຽວແບບອະນຸລັກ Ecotourism ຢູ່ ໃນເຂດປ່າສາທິດຂອງສູນຝຶກອົບ ຮົມປ່າໄມ້ທີ່ມີໄລຍະຄວາມຍາວ 1.800 ແມັດ.

     *ເມື່ອບໍ່ດົນມານີ້, ກະຊວງກະສິກຳ ແລະ ປ່າໄມ້, ກົມປ່າໄມ້, ສູນຝຶກອົບຮົມປ່າໄມ້ ແລະ ອົງການ Takao Green club ປະເທດ ຍີ່ປຸ່ນ ພ້ອມດ້ວຍການຈັດຕັ້ງບ້ານ ຫ້ວຍປາມ້ອມ ເມືອງວັງວຽງ ແຂວງວຽງຈັນ ໄດ້ຈັດກິດຈະກຳການເປີດທົດລອງການທ່ອງທ່ຽວ ແບບອະນຸລັກ Ecotourism ຢູ່ ໃນເຂດປ່າສາທິດຂອງສູນຝຶກອົບຮົມປ່າໄມ້ທີ່ມີໄລຍະຄວາມຍາວ 1.800 ແມັດ. ອກິດຈະກຳດັ່ງງກ່າວແມ່ນເພື່ອເປັນການຊຸກຍູ້ການທ່ອງທ່ຽວ ແລະ ຍັງເປັນການອະນຸລັກທໍາມະຊາດຊີວະນາໆພັນຂອງປ່າໄມ້ຕະຫລອດຮອດວັດທະນະທໍາດັ່ງເດີມໃນເຂດ ທໍາມະຊາດແລະທັງເປັນການສ້າງ ລາຍຮັບໃຫ້ແກ່ຊຸມຊົນໃນທ້ອງຖິ່ນ. ການເປີດທົດລອງການທ່ອງຄັ້ງນີ້, ເພື່ອສ້າງສິ່ງແວດລ້ອມ, ການຟື້ນຟູປ່າໄມ້ໃຫ້ມີຄວາມອຸດົມສົມບູນຍິ່ງ ຂຶ້ນ.

     ຂະນະທີ່ດ້ານຊຸມຊົນກໍເພື່ອໃຫ້ນັກທ່ອງທ່ຽວ ໄດ້ເຫັນວິຖີຊີວິດດັ່ງເດີມຂອງປະຊາຊົນທີ່ຢູ່ກັບທໍາມະຊາດ, ການສ້າງອາຊີບທີ່ໝັ້ນຄົງໃຫ້ແກ່ປະຊາຊົນຕິດພັນກັບການສ້າງເສດຖະກິດໃຫ້ຄອບຄົວ ແລະ ຊຸມຊົນ ໃນການປະກອບສ່ວນປົກປັກຮັກສາສິ່ງແວດລ້ອມທາງທຳມະຊາດ ໃຫ້ຄົງຢູ່ເພື່ອການທ່ອງທ່ຽວທີ່ຍືນຍົງ. ການພັດທະນາແຫລ່ງທ່ອງທ່ຽວໃຫ້ມີຄວາມຍືນຍົງ ແລະ ສີຂຽວ ໂດຍໃຫ້ປະຊາຊົນເຂົ້າມາມີສ່ວນຮ່ວມແມ່ນຍຸດທະສາດທີ່ພັກ-ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ ໂດຍສະເພາະການພັດທະນາແຫລ່ງທ່ອງທ່ຽວທີ່ຄົ້ນພົບໃໝ່.ຜ່ານມາການພັດທະນາແຫລ່ງທ່ອງທ່ຽວແບບອະນຸລັກ ປະຊາຊົນມີສ່ວນຮ່ວມແມ່ນໄດ້ເຮັດຢູ່ຫລາຍສະຖານທີ່ທ່ອງທ່ຽວໃນຂອບເຂດທົ່ວປະເທດ. ປັດຈຸບັນພວມສຸມໃສ່ພັດທະນາແຫລ່ງທ່ອງທ່ຽວທີ່ຄົ້ນພົບໃໝ່ໃຫ້ມີມົນສະເໜ່ ຊຶ່ງການພັດ ທະນາແມ່ນຄຳນຶງເຖິງການອະນຸລັກທຳມະຊາດເປັນສຳຄັນ ແລະ ດຶງເອົາປະຊາຊົນເຂົ້າມາມີສ່ວນຮ່ວມ ດ້ວຍການສ້າງວຽກເຮັດງານທຳ ແລະ ສ້າງອາຊີບເສີມໃຫ້ເຂົາເຈົ້າ ເພື່ອໃຫ້ມີລາຍຮັບຈາກການບໍລິການທ່ອງທ່ຽວແບບຄົບວົງຈອນ. ພ້ອມທັງຈະສຸມໃສ່ໂຄສະນາແຫລ່ງທ່ອງທ່ຽວໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ຂໍ້ມູນ ຂ່າວສານຜ່ານສື່ສັງຄົມອອນລາຍ, ເວັບໄຊ, ແຜ່ນພັບ ແລະ ສື່ຕ່າງໆດ້ວຍຫລາຍຮູບຫລາຍສີ, ສືບຕໍ່ຄຸ້ມຄອງຜູ້ປະກອບການທ່ອງທ່ຽວ ສ້າງເງື່ອນໄຂໃຫ້ເຂົາເຈົ້າມີຄວາມເຂັ້ມແຂງ ເພື່ອເປັນເຈົ້າການປະກອບສ່ວນພັດທະນາວຽກງານທ່ອງທ່ຽວຂອງ ແຂວງໃຫ້ຂະຫຍາຍຕົວຕາມຍຸດທະສາດທີ່ວາງໄວ້.

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top