ສາເຫດທີ່ພາໃຫ້ມີການເພີ່ມຄວາມຜິດຊອບທາງອາຍາ

22/01/2024 10:47
Email Print 4087
ຂປລ ໃນປະມວນກົດໝາຍອາຍາໄດ້ຍົກໃຫ້ເຫັນສາເຫດທີ່ພາໃຫ້ ມີການເພ່ີມຄວາມຮັບຜິດຊອບທາງອາຍາ ມີດັ່ງນີ້:
    

    *ໃນປະມວນກົດໝາຍອາຍາ ໄດ້ຍົກໃຫ້ເຫັນສາເຫດທີ່ພາໃຫ້ມີການເພ່ີມຄວາມຮັບຜິດຊອບທາງອາຍາ ມີດັ່ງນີ້: ຜູ້ທີ່ເຄີຍໄດ້ກະທຳຜິດມາກ່ອນແລ້ວ ມາກະທຳຜິດເທື່ອໃໝ່ອີກ; ການກະທຳຜິດທີ່ມີການຈັດຕັ້ງເປັນກຸ່ມ; ການກະທຳຜິດຍ້ອນຄວາມໂລບມາກ ໂລພາ; ການກະທຳຜິດຕໍ່ກຳມະສິດຂອງລັດ; ການກະທຳຜິດຂອງພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ຂອງລັດ; ການກະທຳຜິດຕໍ່ເດັກທີ່ມີອາຍຸຕ່ຳກວ່າສິບແປດປີ, ຜູ້ເຖົ້າ, ຜູ້ທີ່ບໍ່ສາມາດປ້ອງກັນຕົວໄດ້, ຜູ້ທີ່ຂຶ້ນກັບຕົນທາງດ້ານວັດຖຸ ຫລື ດ້ານອື່ນ, ຜູ້ທີ່ຢູ່ ໃຕ້ການບັງຄັບບັນຊາຂອງຕົນ; ການຍຸແຍ່ໃຫ້ເດັກທີ່ມີອາຍຸຕ່ຳກວ່າສິບແປດປີໄປກະທຳຜິດ, ການຂົນຂວາຍເດັກທີ່ມີອາຍຸຕ່ຳກວ່າສິບແປດປີໃຫ້ ເຂົ້າຮ່ວມໃນການກະທຳຜິດ; ການກະທຳຜິດແບບໂຫດຮ້າຍປ່າເຖື່ອນ ຫລື ແບບປະຈານຜູ້ຖືກເຄາະຮ້າຍ; ການກະ ທຳຜິດທີ່ພາໃຫ້ມີຜົນສະທ້ອນອັນໜັກໜ່ວງ; ການສວຍໂອກາດກະທຳຜິດໃນເວລາເກີດໄພພິບັດ; ການກະທຳຜິດດ້ວຍວິທີທີ່ມີລັກສະນະເປັນອັນຕະລາຍຕໍ່ສາທາລະນະຊົນ; ການກະທຳຜິດຍ້ອນເມົາເຫລົ້າ ຫລື ເມົາສິ່ງເສບຕິດ.

    ອີງຕາມລັກສະນະຂອງການກະທຳຜິດດັ່ງກ່າວ ສານມີສິດຊີ້ຂາດວ່າການກະທຳນັ້ນບໍ່ເປັນສາເຫດທີ່ພາໃຫ້ມີການເພີ່ມຄວາມຮັບຜິດຊອບທາງອາຍາ; ການໃຫ້ການຊັດທອດຄວາມຜິດໃສ່ຜູ້ທີ່ຕົນຮູ້ແຈ້ງວ່າເປັນຄົນບໍລິສຸດ; ຜູ້ທີ່ໄດ້ກະທຳຜິດເພື່ອປົກປິດການ ກະທຳຜິດອື່ນ ຫລື ໃຊ້ຄວາມຮຸນແຮງເພື່ອຫລົບໜີ. ການວາງໂທດໃສ່ການກະທຳຜິດຫລາຍສະຖານ ໃນການວາງໂທດໃສ່ການກະທຳຜິດອັນດຽວທີ່ຜິດຕໍ່ ຫລາຍ ໃຫ້ເອົາມາດຕາກົດໝາຍທີ່ກຳນົດໂທດໜັກກວ່າໝູ່ມາວາງໃສ່. ໃນການວາງໂທດໃສ່ການກະທຳຜິດ ຫລາຍອັນທີ່ຜິດຕໍ່ຫລາຍມາດຕາ ໃຫ້ວາງໂທດໃສ່ແຕ່ລະການກະທຳຜິດ ແລ້ວຈຶ່ງເອົາມາສົມໃສ່ກັນແຕ່ໂທດທີ່ມີກຳນົດທີ່ວາງໃສ່ນັ້ນສູງສຸດ ບໍ່ໃຫ້ເກີນສິບປີສຳລັບສະຖານໂທດສານຸໂທດ ແລະ ບໍ່ໃຫ້ເກີນຊາວປີ ສຳລັບສະຖານຄະຣຸໂທດ. ໃນກໍລະນີ ການກະ ທຳຜິດ ຫລາຍ ອັນທີ່ຜິດຕ່ໍຫລາຍມາດຕາ ໃນສະຖານໂທສານຸໂທດ ແລະ ຄະຣຸໂທດ ໃຫ້ຖືເອົາສະຖານຄະຣຸໂທດເປັນຕົ້ນຕໍ. ສຳລັບການກະທຳຜິດໃນສະຖານຄະຣຸໂທດທີ່ມີໂທດຕັດອິດສະພາບຕະຫລອດຊີວິດ ຫລື ປະຫານຊີ ວິດໃຫ້ວາງໂທດຕາມທີ່ກຳນົດໄວ້ໃນມາດຕາ ຫລື ວັກທີ່ກ່ຽວຂ້ອງ. ໃນການວາງໂທດໃສ່ການກະທຳຜິດຫລາຍອັນທີ່ຜິດຕໍ່ຫລາຍມາດຕາ ທີ່ກົດໝາຍກຳນົດໂທດເທົ່າກັນໃຫ້ວາງໂທດໃສ່ແຕ່ລະການກະທຳຜິດ ແລ້ວເອົາບັນດາໂທດທັງໝົດມາສົມ ໃສ່ກັນ ແຕ່ໂທດທີ່ວາງໃສ່ນັ້ນ ບ່ໍໃຫ້ ເກີນໂທດສູງສຸດຂອງການກະ ທຳ ຜິດທີ່ກຳນົດໃນມາດຕາທີ່ກ່ຽວຂ້ອງ. ສານ ອາດຕື່ມໂທດເພີ່ມໃດໜຶ່ງໃສ່ ໂທດຕົ້ນຕໍອີກກໍໄດ້ໃນກໍລະນີທີ່ໂທດ ເພີ່ມນັ້ນ ຫາກໄດ້ບົ່ງໄວ້ໃນກົດໝາຍອາຍາ.

  ໃນກໍລະນີທີ່ສານຫາກໄດ້ຕັດສີນ ຫລື ຄຳຕັດສີນໃຊ້ໄດ້ຢ່າງເດັດຂາດ ຫລື ຜູ້ກະທຳຜິດຫາກໄດ້ ປະຕິບັດຖທດສ່ວນໃດສ່ວນໜຶ່ງ ຫລື ທັງໝົດແລ້ວ ຫາກຍັງເຫັນຕື່ມວ່າຜູ້ກະທຳຜິດ ໄດ້ກະທຳຜິດມາກ່ອນການວາງໂທດ ກໍໃຫ້ປະຕິບັດຕາມວິທີທີ່ໄດ້ກຳນົດ ໄວ້ໃນວັກເທິງນີ້. ສຳລັບໂທດປັບໃໝນັ້ນໃຫ້ວາງໃສ່ການກະທຳຜິດແຕ່ລະສະຖານ, ຈະເອົາມາສົມໃສ່ກັນ ຫລື ສົມໃສ່ໂທດປະເພດອື່ນຕາມວິທີກ່າວມາເທິງນັ້ນແມ່ນບໍ່ໄດ້. ການວາງໂທດໃສການກະທຳຜິດຊ້ຳ ແລະ ການກະທຳຜິດຊ້ອນໃນການວາງໂທດໃສ່ການກະທຳ ຜິດຊ້ຳ ແລະ ການກະທຳຜິດຊ້ອນໃຫ້ປະຕິບັດເຊັ່ນດຽວກັນກັບ ການວາງໂທດໃສ່ການກະທຳຜິດຫລາຍສະຖານຕາມທີ່ໄດ້ກຳນົດໄວ້ໃນມາດຕາ 66 ຂອງປະມວນກົດໝາຍ ສະບັບນີ້.ການວາງໂທດໃສ່ການກະທຳຜິດທີ່ບໍ່ເຂັດຫລາບໃນການວາງໂທດໃສ່ການກະ ທຳຜິດທີ່ບໍ່ເຂັດຫລາບ ໃນການກະທຳຜິດຖານໂທສານຸໂທດ ຫລື ໃນການກະທຳຜິດຫລາຍສະຖານ ໃຫ້ເອົາໂທດທີ່ສານຈະວາງໃສ່ຜູ້ກະທຳຜິດໃນກໍລະນີທຳມະດາມາສົມໃສ່ເຄິ່ງໜຶ່ງ ຂອງໂທດດັ່ງກ່າວ. ສ່ວນການກະທຳຜິດທີ່ບໍ່ເຂັດຫລາບໃນການກະທຳຜິດຖານຄະຣຸ ໂທດນັ້ນ ເປັນສາເຫດໜຶ່ງທີ່ພາໃຫ້ ເພີ່ມຄວາມຮັບຜິດຊອບທາງອາຍາຕາມທີ່ໄດ້ກຳນົດໄວ້ໃນມາດຕາ 65 ຂອງປະມວນກົດໝາຍສະບັບນີ້. ໃນກໍລະນີທີ່ຄຳຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວ ຫລື ໃນເວລາປະຕິບັດໂທດ ຢູ່ນັ້ນຖ້າວ່າຜູ້ຖືກຕັດສິນຫາກໄດ ກະທຳ ຜິດໃໝ່ອີກ ສານຈະຕື່ມໂທດ ເກົ່າທີ່ຍັງບໍ່ທັນໄດ້ປະຕິບັດທັງໝົດ.ການວາງໂທດໃສ່ການກະກຽມ ໃຫ້ແກ່ການກະທຳຜິດ ໃນການວາງໂທດໃສ່ການກະກຽມໃຫ້ແກ່ການກະທຳຜິດໃຫ້ອີງຕາມລັກສະນະ ແລະ ລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງການກະ ທຳຜິດ, ຕາມລະດັບການປະຕິບັດ, ເຈດຕະນາຂອງຜູ້ກະທຳຜິດ ແລະ ສາເຫດທີ່ພາໃຫ້ການກະທຳຜິດບໍ່ສຳເລັດ.

  ໃນການວາງໂທດໃສ່ການກະກຽມໃຫ້ແກ່ການກະທຳຜິດນັ້ນສານຈະວາງໂທດຕ່ຳກວ່າທີ່ກົດໝາຍກຳນົດໄວ້ກໍໄດ້. ການວາງໂທດໃສ່ຄວາມພະຍາຍາມກໍ່ ການກະທຳຜິດໃນການວາງໂທດໃສ່ຄວາມພະຍາຍາມກໍ່ການກະທຳຜິດໃຫ້ອີງຕາມລັກສະນະ ແລະ ລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງການກະທຳຜິດ, ຕາມລະດັບການປະຕິບັດ, ເຈດຕະນາຂອງຜູ້ກະທຳຜິດ ແລະ ສາເຫດທີ່ພາໃຫ້ການກະທຳຜິດບໍ່ສຳເລັດ. ໃນການວາງໂທດໃສ່ຄວາມພະຍາຍາມ ກໍ່ການກະທຳຜິດນັ້ນສານຈະວາງໂທດຕ່ຳກວ່າ ທີ່ກົດ ໝາຍກຳນົດໄວ້ກໍໄດ້.ການວາງໂທດໃສ່ຕົວການສານ ຕ້ອງວາງໂທດໃສ່ຜູ້ເຂົ້າຮ່ວມການກະທຳຜິດທີ່ເປັນຕົວການຕາມທ່ີກົດໝາຍກຳນົດໄວ້ສຳລັບການກະທຳຜິດນັ້ນ. ໂທດທີ່ວາງໃສ່ຕົວການນັ້ນອາດສູງກວ່າໂທດທີ່ວາງໃສ່ຜູ້ເຂົ້າຮ່ວມອື່ນໃນການກະທຳຜິດ ໂດຍອີງ ຕາມລັກສະນະ ແລະ ລະດັບຄວາມເປັນອັນຕະລາຍຕໍ່ສັງຄົມ ຂອງການກະທຳຜິດ, ບຸກຄະລິກກະພາບຂອງຕົວການ ແລະ ສາເຫດທີ່ພາໃຫ້ມີການຫລຸດຜ່ອນ ຫລື ການເພີ່ມຄວາມຮັບຜິດຊອບທາງອາຍາ. ການວາງໂທດໃສ່ຜູ້ປະຕິບັດສານອາດວາງ ໂທດໃສ່ຜູ້ ປະຕິບັດ ເທົ່າກັບຕົວການໂດຍອີງຕາມລັກສະນະ ແລະ ລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງການກະທຳຜິດ, ບຸກຄະລິກກະພາບຂອງຜູ້ປະຕິບັດ ແລະ ສາເຫດທີ່ພາໃຫ້ມີການຫລຸດຜ່ອນ ຫລື ການເພີ່ມຄວາມຮັບຜິດຊອບທາງອາຍາ. ການວາງໂທດໃສ່ຜູ້ຍຸຍົງ ສານອາດວາງໂທດໃສ່ຜູ້ຍຸຍົງເທົ່າກັບ ຜູ້ເຂົ້າຮ່ວມອື່ນໃນການກະທຳຜິດ ຫລື ຕ່ຳກວ່າທີ່ກົດໝາຍກຳນົດໄວ້ ກໍໄດ້ໂດຍອີງຕາມລະດັບ ແລະ ລັກສະນະຂອງການຍຸຍົງ. ສຳລັບການຍຸຍົງໃນການກະທຳຜິດທີ່ກົດໝາຍ ໄດ້ກຳນົດໂທດຕັດອິດສະລະພາບ ຕະຫລອດຊີວິດ ຫລື  ປະຫານຊີວິດນັ້ນ ສານອາດຈະຫລຸດລົງມາເປັນ ໂທດຕັດອິດສະລະພາບແຕ່ສິບຫ້າປີ ຫາ ຊາວປີກໍໄດ້. ການວາງໂທດໃສ່ຜູ້ສົມຮູ້ຮ່ວມ ຄິດສານອາດວາງໂທດໃສ່ຜູ້ສົມຮູ້ຮ່ວມຄິດເທົ່າກັບຜູ້ເຂົ້າຮ່ວມອື່ນໃນການກະທຳຜິດ ຫລື ຕ່ຳກວ່າທີ່ກົດໝາຍກຳ ນົດໄວ້ກໍໄດ້ ໂດຍອີງຕາມລະດັບ ແລະ ລັກສະນະຂອງການສົມຮູ້ຮ່ວມຄິດ.

   ສຳລັບການສົມຮູ້ຮ່ວມ ຄິດໃນການກະທຳຜິດ ທີ່ກົດໝາຍ ໄດ້ກຳນົດໂທດຕັດອິດສະລະພາບຕະຫລອດຊີວິດ ຫລື ປະຫານຊີວິດ ນັ້ນສານອາດຈະຫລຸດລົງມາເປັນ ໂທດຕັດອິດສະລະພາບແຕ່ ສິບຫ້າປີ ຫາ ຊາວປີ ກໍໄດ້. ການວາງໂທດໃສ່ການກະ ທຳຜິດທີ່ເປັນສາເຫດພາໃຫ້ມີການຫລຸດຜ່ອນຄວາມຮັບຜິດຊອບທາງອາຍາ ໃນການວາງໂທດໃສ່ການກະທຳຜິດ ທ່ີເປັນສາເຫດພາໃຫ້ມີການ ຫລຸດຜ່ອນຄວາມຮັບຜິດຊອບທາງອາຍານັ້ນ ໃຫ້ອີງຕາມລັກສະນະ ແລະ ລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງ ການກະທຳຜິດ, ລະດັບການປະຕິບັດ ແລະ ເຈດຕະນາ, ປະຫວັດ, ບຸກຄະລິກກະພາບຂອງຜູ້ກະທຳຜິດ. ໃນການວາງໂທດໃສ່ການກະທຳຜິດ ທີ່ເປັນສາເຫດພາໃຫ້ມີການຫລຸດຜ່ອນ ຄວາມຮັບຜິດຊອບທາງ ອາຍານັ້ນ ສານອາດວາງໂທດ ຕ່ຳກວ່າທີ່ ກົດໝາຍ ກຳນົດໄວ້ກໍໄດ້. ການວາງໂທດໃສ່ການກະທຳຜິດທີ່ເປັນສາເຫດພາໃຫ້ມີການເພີ່ມຄວາມຮັບຜິດຊອບທາງອາຍາ ໃນການວາງໂທດໃສ່ການກະທຳຜິດທ່ີເປັນສາເຫດພາໃຫ້ມີການເພີ່ມຄວາມຮັບຜິດຊອບທາງອາຍາ ນັ້ນໃຫ້ອີງຕາມລັກສະນະ ແລະ ລະດັບຄວາມ ເປັນອັນຕະລາຍຕໍ່ສັງຄົມ ຂອງການກະທຳຜິດ, ລະດັບການປະຕິບັດ ແລະ ເຈດຕະນາ, ປະຫວັດ, ບຸກຄະລິກກະພາບຂອງຜູ້ກະທຳຜິດ. ການວາງໂທດໃສ່ການກະທຳຜິດທີ່ເປັນສາເຫດພາໃຫ້ມີການເພີ່ມ ຄວາມຮັບຜິດຊອບບໍ່ໃຫ້ເກີນຂອບ ເຂດຂອງມາດຕາ ທີ່ກ່ຽວຂ້ອງ. ການວາງໂທດໃສ່ການກະທຳຜິດທີ່ເປັນທັງສາເຫດພາໃຫ້ມີການ ຫລຸດຜ່ອນ ແລະ ເພີ່ມຄວາມຮັບຜິດຊອບທາງອາຍາໃນການວາງໂທດ ໃສ່ການກະທຳຜິດທີ່ເປັນທັງສາເຫດພາໃຫ້ມີການຫລຸດຜ່ອນ ແລະ ເພີ່ມຄວາມຮັບຜິດຊອບທາງອາຍານັ້ນໃຫ້ອີງ ຕາມລັກສະນະ ແລະ ລະດັບຄວາມເປັນອັນຕະລາຍຕໍ່ສັງ ຄົມຂອງການກະທຳຜິດ, ລະດັບການປະຕິບັດ ແລະ ເຈດຕະນາ, ປະຫວັດ, ບຸກຄະລິກກະພາບຂອງຜູ້ກະທຳຜິດ.


KPL

ຂ່າວອື່ນໆ

    • ສາຍການບິນຫວຽດເຈັດຕົກລົງຊື້ເຮືອບິນ 20 ລຳ ມູນຄ່າ 7,4 ຕື້ໂດລາ ເສດຖະກິດ

      ສາຍການບິນຫວຽດເຈັດຕົກລົງຊື້ເຮືອບິນ 20 ລຳ ມູນຄ່າ 7,4 ຕື້ໂດລາ

      7/24/2024 4:13:23 PM

      ຂປລ. ສາຍການບິນຫວຽດເຈັດ (VietJet) ແລະ ແອບັດ (Airbus) ໄດ້ລົງນາມຢ່າງເປັນທາງການໃນສັນຍາຊື້ເຮືອບິນ A330neo (A330-900) ລຸ້ນໃໝ່ຈໍານວນ 20 ລໍາ, ລວມມູນຄ່າ 7,4 ຕື້ໂດລາຕາມລາຄາຂອງລາຍຊື່ຜູ້ຜະລິດ ຢູ່ທີ່ງານວາງສະແດງການບິນສາກົນ Farnborough. ລົງນາມໃນສັນຍາດັ່ງກ່າວມີ ທ່ານ Nguyen Thi Phuong Thao ປະທານບໍລິສັດສາຍການບິນ VietJet ແລະ ທ່ານ Christian Scherer ຄະນະບໍລິຫານສູງສຸດຂອງບໍລິສັດ Airbus Commercial Aircraft.

    • ທົ່ວແຂວງອຸດົມໄຊ ມີຄອບຄົວພົ້ນທຸກ ກວມເອົາ 60,83%ເສດຖະກິດ

      ທົ່ວແຂວງອຸດົມໄຊ ມີຄອບຄົວພົ້ນທຸກ ກວມເອົາ 60,83%

      7/24/2024 9:57:54 AM

      ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນໄລຍະຜ່ານມາ ໄດ້ຍຶດໝັ້ນ ແລະ ສືບຕໍ່ຈັດຕັ້ງປະຕິບັດຕາມທິດສ້າງຊົນນະບົດໃໝ່ ໂດຍໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ແຂວງ.

    • ຊຽງຂວາງ ຄຸ້ມຄອງການລົງທຶນ ຢ່າງມີປະສິດທິຜົນດີຂຶ້ນເສດຖະກິດ

      ຊຽງຂວາງ ຄຸ້ມຄອງການລົງທຶນ ຢ່າງມີປະສິດທິຜົນດີຂຶ້ນ

      7/23/2024 10:43:36 AM

      ຊຽງຂວາງເອົາໃຈໃສ່ປະຕິບັດວຽກງານສົ່ງເສີມການລົງທຶນ ຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດມີປະສິດທິຜົນດີຂຶ້ນສະແດງອອກໃນໄລຍະ 6 ເດືອນຕົ້ນປີ 2024 ສາມາດປະຕິບັດໄດ້ທັງໝົດ 319 ຫົວໜ່ວຍ, ມູນຄ່າທັງໝົດ 711,52 ຕື້ກີບ, ເທົ່າກັບ 49,16%ຂອງແຜນການປີ.

    • ອຸດົມໄຊ ສຸມໃສ່ຜະລິດກະສິກຳເປັນສິນຄ້າ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດເສດຖະກິດ

      ອຸດົມໄຊ ສຸມໃສ່ຜະລິດກະສິກຳເປັນສິນຄ້າ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ

      7/18/2024 10:38:39 AM

      ແຂວງອຸດົມໄຊ ມີທ່າແຮງທາງດ້ານກະສິກຳ ໂດຍສະເພາະແມ່ນມີພື້ນທີ່ກວ້າງຂວາງ, ອຸດົມສົມບູນ, ດິນກໍເໝາະສົມກັບການປູກພຶດຫລາຍຊະນິດລວມທັງພືດລົ້ມລຸກ, ໄມ້ຢືນຕົ້ນ, ໄມ້ໃຫ້ໝາກຕ່າງໆ ແລະ ເໝາະສົມກັບການລ້ຽງສັດ; ຫລາຍເມືອງກໍມີທ່າແຮງແຕກຕ່າງກັນ.

    • ຈຳປາສັກ ສຸມໃສ່ການຜະລິດກະສິກຳ ເປັນທາແຮງໃນການສົ່ງອອກສິນຄ້າເສດຖະກິດ

      ຈຳປາສັກ ສຸມໃສ່ການຜະລິດກະສິກຳ ເປັນທາແຮງໃນການສົ່ງອອກສິນຄ້າ

      7/16/2024 5:14:32 PM

      ຂປລ. ແຂວງຈຳປາສັກ ເລັ່ງແກ້ໄຂບັນຫາຄວາມຫຍຸງຍາກ ທາງດ້ານເສດຖະກິດ-ການເງິນ ເປັນວຽກງານບູລິມະສິດ ເຊິ່ງໄດ້ສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ ທົດແທນການ ນໍາເຂົ້າ, ຫລຸດຜ່ອນການໄຫລອອກເງິນຕາຕ່າງປະເທດ; ສຸມໃສ່ການຜະລິດກະສິກຳ ແລະ ປຸງແຕ່ງເປັນສິນຄ້າ ເພື່ອສົ່ງອອກ ແລະ ເຮັດໃຫ້ເງິນຕາຕ່າງປະເທດ ໄຫລເຂົ້າມາໃຫ້ໄດ້ຫລາຍຂຶ້ນ; ສ້າງຄວາມເຂັ້ມ ແຂງໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງພາຍໃນແຂວງ; ຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກສິນຄ້າ

ads
ads

Top