ຫ້ອງວ່າການສູນກາງພັກ ຍົກລະດັບ ການບໍລິການ-ຄຸ້ມຄອງລັດ

18/09/2023 15:09
Email Print 782
ຂປລ ຂປລ. ໃນລະຫວ່າງວັນທີ 18-22 ກັນຍາ 2023 ນີ້, ຫ້ອງວ່າການສູນກາງພັກ ໄດ້ຈັດບັ້ນຝຶກອົບຮົມຫລັກສູດ ການບໍລິການ-ຄຸ້ມຄອງລັດ ສຳລັບ ຜູ້ບໍລິຫານລະດັບສູງ ໃຫ້ແກ່ພະນັກງານ ນໍາພາ-ຄຸ້ມຄອງ ພາຍໃນຫ້ອງວ່າການສູນກາງພັກ

ຂປລ. ໃນລະຫວ່າງວັນທີ 18-22 ກັນຍາ 2023 ນີ້, ຫ້ອງວ່າການສູນກາງພັກ ໄດ້ຈັດບັ້ນຝຶກອົບຮົມຫລັກສູດ ການບໍລິການ-ຄຸ້ມຄອງລັດ ສຳລັບ ຜູ້ບໍລິຫານລະດັບສູງ ໃຫ້ແກ່ພະນັກງານ ນໍາພາ-ຄຸ້ມຄອງ ພາຍໃນຫ້ອງວ່າການສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີພະນັກງານນໍາພາ-ຄຸ້ມຄອງ ຂັ້ນກົມເຂົ້າຮ່ວມ.

ຊຸດຝຶກອົບຮົມໃນຄັ້ງນີ້, ແນໃສ່ສ້າງການຫັນປ່ຽນໃໝ່ ຢ່າງແຂງແຮງເລິກເຊິ່ງ, ຮອບດ້ານໃຫ້ແກ່ພະນັກງານ ການນຳຫລັກແຫລ່ງ ພາຍໃນຫ້ອງວ່າການສູນກາງພັກ ໃຫ້ມີບາດກ້າວໃໝ່ ໃນການນຳພາ ທີ່ເຂັ້ມແຂງ, ທັງເປັນການຍົກລະດັບຄວາມຮູ້ ຄວາມສາມາດ, ທັກສະ, ທັດສະນະ, ພາວະຄວາມເປັນຜູ້ນຳ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ. ຊຸດຝຶກອົບຮົມດັ່ງກ່າວ, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ການຄຸ້ມຄອງບໍລິຫານລັດທັງໝົດ 10 ຫົວຂໍ້ ເປັນຕົ້ນ, ການບໍລິຫານລັດ ໃນລະບົບການເມືອງ; ທິດສະດີການນໍາພາ ແລະ ການຄຸ້ມຄອງ; ທິດສະດີການບໍລິການປ່ຽນແປງ ເພື່ອຄວາມກ້າວໜ້າ; ການຄຸ້ມຄອງ ແລະ ການກວດກາ ງົບປະມານແຫ່ງລັດ; ການກວດກາ, ການກວດສອບ ແລະ ການຕ້ານສໍ້ລາດບັງຫລວງ; ບົດຮຽນດ້ານພຶດຕິກໍາ ຂອງການນໍາພາ ແລະ ການຄຸ້ມຄອງ; ບົດຮຽນດ້ານພຶດຕິກໍາຕົວຈິງ ຂອງການບໍລິຫານ ການປ່ຽນແປງ ເພື່ອຄວາມກ້າວໜ້າ; ການວາງແຜນຍຸທະສາດ; ການຄຸ້ມຄອງພະນັກງານ-ລັດຖະກອນ, ການປະເມີນຜົນ ແລະ ພັດທະນາພະນັກງານ-ລັດຖະກອນ.


ໃນຊຸດຝຶກອົບຮົມ ຄັ້ງນີ້, ມີ
ທ່ານນາງ ຈັນທາ ອ່ອນໄຊວຽງ ຫົວໜ້າສະຖາບັນຄົ້ນຄວ້າ ວິທະຍາສາດການປົກຄອງ ແລະ ຝຶກອົບຮົມກະຊວງພາຍໃນ, ທ່ານ ສີພຸກ ວົງພັກດີ ອະດີດຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ເຂົ້າຮ່ວມຖ່າຍຖອດບົດຮຽນ. ພ້ອມນີ້ ຍັງມີວິທະຍາກອນ ຈາກກະຊວງການເງີນ, ອົງການກວດກາແຫ່ງລັດ, ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດບັນຍາຍບັນດາ ເອກະສານທີ່ກ່ຽວຂ້ອງ, ພ້ອມທັງມີການແລກປ່ຽນ ຖອດຖອນບົດຮຽນ ກັບນັກສໍາມະນາກອນ ຂອງຫ້ອງວ່າການສູນກາງພັກ ຢ່າງເລິກເຊິ່ງ, ມີເນື້ອໃນ ແລະ ມີບັນຍາກາດຟົດຟື້ນ.


ຂ່າວ: ຫ້ອງວ່າການສູນກາງພັກ
KPL

ຂ່າວອື່ນໆ

    • ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້ວັດທະນະທຳ-ສັງຄົມ

      ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້

      9/5/2024 2:59:54 PM

      ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.

    • ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງວັດທະນະທຳ-ສັງຄົມ

      ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງ

      9/5/2024 2:43:12 PM

      ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ວຽງ​ຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງ​ການ​ແບ່ງ​ປັນ​ຄວາມ​ຮູ້ (KSP) ພາຍ​ໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

    • ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກ

      9/5/2024 2:33:20 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

    • ເມືອງລະຄອນເພັງ ກຽມຄວາມພ້ອມ  ເປີດດ່ານສາກົນ ປາກຕາພານ 100%ວັດທະນະທຳ-ສັງຄົມ

      ເມືອງລະຄອນເພັງ ກຽມຄວາມພ້ອມ ເປີດດ່ານສາກົນ ປາກຕາພານ 100%

      9/5/2024 2:29:51 PM

      ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.

    • ການດຳລົງຊີວິດຂອງຊົນເຜົ່າກະຕູວັດທະນະທຳ-ສັງຄົມ

      ການດຳລົງຊີວິດຂອງຊົນເຜົ່າກະຕູ

      9/5/2024 12:33:30 PM

      ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະ ນາທໍາ, ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ.

ads
ads

Top