ປະກາດ- ປ່າວ-ແຈ້ງ ໃນພາສາລາວ

08/06/2023 09:02
Email Print 847
ຂປລ ຫລາຍບົດຜ່ານມາ ກໍ່ເຄີຍນໍາສະເໜີຄໍາສັບຊຸມໜຶ່ງ ທີ່ມີຄວາມໝາຍຄ້າຍຄືກັນ ເຊິ່ງສະຖາບັນຄົ້ນຄວ້າ ວິທະຍາສາດສັງຄົມແຫ່ງຊາດ ກໍານົດຊື່ຄໍາສັບເຫລົ່ານີ້ວ່າ ຄໍາພ້ອງຄວາມໝາຍ.


ຫລາຍບົດຜ່ານມາ ກໍ່ເຄີຍນໍາສະເໜີຄໍາສັບຊຸມໜຶ່ງ ທີ່ມີຄວາມໝາຍຄ້າຍຄືກັນ ເຊິ່ງສະຖາບັນຄົ້ນຄວ້າ ວິທະຍາສາດສັງຄົມແຫ່ງຊາດ ກໍານົດຊື່ຄໍາສັບເຫລົ່ານີ້ວ່າ ຄໍາພ້ອງ ຄວາມ ໝາຍ. ອາດຈະເວົ້າໄດ້ວ່າເປັນຄວາມອຸດົມຮັ່ງມີໃນຄັງສາງວັດຈະນະຂອງລາວເຮົາ. 

          ອີງຕາມວັດຈະນານຸກົມ ຄໍາພ້ອງຄວາມໝາຍ ແລະ ສໍານວນລາວ ຈັດພິມໂດຍສະຖາບັນຄົ້ນຄວ້າ ວິທະຍາສາດແຫ່ງຊາດ ລະເອົາໄວ້ຄື: ຄໍາ ປະກາດ ເປັນຄໍາກໍາມະ ໝາຍເຖິງອາ ການບອກເລື່ອງໃດໜຶ່ງ ໃຫ້ຄົນທົ່ວໄປຮູ້ດ້ວຍວິທີໃຊ້ສຽງເວົ້າໃຫ້ດັງ ຫລື ໃຊ້ວິທີຂຽນ ນໍາໄປຕິດໃສ່ຫລາຍບ່ອນ, ເລື່ອງທີ່ນໍາໄປປະກາດ ໄດ້ແກ່ເລື່ອງການເຄື່ອນໄຫວໃດໜຶ່ງ ທີ່ເປັນກິດຈະການ ທາງສັງຄົມ ກ່ຽວກັບການຄ້າ, ການບັນເທີງ... ເພື່ອໃຫ້ຄົນສົນໃຈເຂົ້າຮ່ວມ ຫລື ສົນໃຈ ຊື້-ຂາຍ ດ້ວຍຄວາມສະໝັກໃຈ ເຊັ່ນ: ປະກາດຂາຍເຄື່ອງຫ້ອງການອັນທີ່ເກົ່າແລ້ວ; ປະກາດຂາຍສິດນໍາ ໃຊ້ທີ່ດິນຂອງບຸກຄົນ; ປະກາດລາຍງານ ສະແດງວົງດົນຕີໃຫຍ່; ປະກາດການຈັດບຸນຊ່ວງເຮືອ...       

          ຄໍາ: ປ່າວໝາຍເຖິງອາການນໍາເລື່ອງໃດໜຶ່ງເວົ້າໃຫ້ຄົນໄດ້ຍິນຢູ່ຫລາຍບ່ອນ ຫລື ໃຊ້ສຽງເວົ້າດັງຢູ່ບ່ອນໜຶ່ງໃຫ້ຫລາຍຄົນໄດ້ຍິນນໍາກັນ. ເລື່ອງ ທີ່ນໍາມາປ່າວ ຈະກ່ຽວກັບເລື່ອງດີ ຫລື ເລື່ອງບໍ່ດີກໍ່ໄດ້, ຈຸດເນັ້ນສໍາຄັນຂອງຄວາມໝາຍ ແມ່ນເວົ້າໃຫ້ດັງ, ໃຫ້ກະຈາຍໄປ ເພື່ອໃຫ້ຫລາຍຄົນໄດ້ຍິນ ນໍາກັນ. ຕາມການສຶກສາມາ, ຄໍານີ້ ໃຊ້ຫລາຍໃນທາງພາສາເວົ້າ ແລະ ໃຊ້ຫລາຍໃນ ໄລຍະກ່ອນນີ້ 30 ກວ່າຄືນຫລັງ, ໃນໄລຍະຕໍ່ໆມາຄໍານີ້ມີ ການໃຊ້ອ່າວໜ້ອຍລົງ, ໃຊ້ຄໍາ ປະກາດ ຫລາຍຂຶ້ນ, ທັງທີ່ມັນມີຄວາມໝາຍສະເພາະກໍລະນີ ຫລື ຄວາມໝາຍໃນຕົວຂອງມັນ, ເຖິງວ່າມີຄວາມໝາຍຄ້າຍກັນ ກໍ່ຕາມ.

ຄໍາ: ປ່າວ ແລະ ປະກາດ ເປັນຄໍາກິລິຍາ ຫລື ຄໍານາມ,  ມີຄວາມໝາຍໃນແວດວົງດຽວກັນ ກ່ຽວກັບພຶດຕິກໍາ ກ່າວເວົ້າອອກໄປຂອງຄົນ, ແຕ່ມີ ຄວາມໝາຍສະເພາະ ແລະ ໃຊ້ໃນກໍ ລະນີຕ່າງກັນ...

          ສອງຄໍາທີ່ນໍາສະເໜີເປັນຄໍາກິລິຍາ ຫລື ໝາຍເຖິງອາການຂອງຄົນ, ມີຄວາມໝາຍໃນແວດວົງດຽວກັນ ກ່ຽວກັບພຶດຕິກໍາກ່າວເວົ້າອອກໄປ ຂອງ ຄົນ, ແຕ່ມີຄວາມໝາຍສະເພາະ ແລະ ໃຊ້ໃນກໍລະນີຕ່າງກັນ ຄື ປ່າວ ຈະບໍ່ໃຊ້ວິທີຂຽນ, ປະກາດ ໃຊ້ທັງວິທີເປັ່ງສຽງໃຫ້ດັງ ແລະ ຂຽນເປັນໜັງສື.

           ສ່ວນຄໍາ ແຈ້ງ ເປັນກໍາມະ ໝາຍເຖິງ ບອກ, ສະແດງ, ຮູ້ດັ່ງວ່າ ຂໍແຈ້ງໃຫ້ຊາບວ່າມື້ອື່ນຈະມີປະຊຸມ ຢູ່ຫ້ອງການບ້ານເວລາ 19:00 ໂມງ; ຂໍແຈ້ງ ຕໍ່ບັນດາທ່ານ...

          ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມກັນຄືດັ່ງນີ້ແລ,  ພໍ້ກັນໃໝ່ບົດຕໍ່ໄປ.


* ຮິບໂຮມໂດຍ: ພະກາ


KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top