ອົງການແພລນສາກົນ ສືບຕໍ່ສົ່ງເສີມ ສຸຂະພາບ ແມ່ ​ແລະ ເດັກ ຢູ່​ແຂວງ​ສາລະ​ວັນ

07/06/2023 17:09
Email Print 988
ຂປລ ຂປລ. ອົງການແພລນສາກົນ ປະຈໍາ ສປປ ລາວ ຮ່ວມກັບ ພະແນກສາທາລະນະສຸກ ແຂວງ ສາລະວັນ ຈັດພິທິເຊັນບົດບັນທຶກຄວາມເຂົ້າໃຈ ໃນວັນທີ 7 ມິຖຸນາ 2023 ພາຍໃຕ້ໂຄງການເຊື່ອມສານວຽກຮັກສາສຸຂະພາບ

 

       

      ຂປລ. ອົງການແພລນສາກົນ ປະຈໍາ ສປປ ລາວ ຮ່ວມກັບ ພະແນກສາທາລະນະສຸກ ແຂວງ ສາລະວັນ ຈັດພິທິເຊັນບົດບັນທຶກຄວາມເຂົ້າໃຈ ໃນວັນທີ 7 ມິຖຸນາ 2023  ພາຍໃຕ້ໂຄງການເຊື່ອມສານວຽກຮັກສາສຸຂະພາບ, ໂພຊະນາການ, ນໍ້າສະອາດ, ສຸຂາພິບານ ແລະ ສຸຂານາໄມ ໄລຍະ 4 ຢູ່ທີ່ແຂວງສາລະວັນ, ຕາງໜ້າເຊັນສັນຍາໂດຍ ທ່ານ  ແສງສັນຕິສິດ ຊະນະສີສານ ຮອງອຳນວຍການອົງ ການ ແພລນສາກົນ ປະຈຳລາວ ​ແລະ ທ່ານ ດຣ ອາຄົມ ລໍ້າວິຈິດ ຫົວໜ້າພະແນກສາທາ ແຂວງ ສາລະວັນ. ທັງ​ນີ້, ກໍເພື່ອເປັນການປະກອບສ່ວນໃນການບັນລຸເປົ້າໝາຍ ຍຸດທະສາດໂພຊະນາການແຫ່ງຊາດໃນປີ 2025 ແລະ ເພື່ອປະກາດເມືອງ ແລະ ແຂວງສາລະວັນ ເປັນເມືອງຢຸດຕິການຖ່າຍຊະຊາຍໃນປີ 2024 ແລະ ກ້າວໄປສູ່ປະເທດຢຸດຕິການຖ່າຍຊະຊາຍໃນປີ 2025.
   ໂຄງການໄດ້ກວມເອົາ
52 ບ້ານ ແລະ 13 ໂຮງໝໍນ້ອຍເປົ້າໝາຍໃນເມືອງສາລະວັນ, ຈະ​ເລີ່​ມ ຈັດ​ຕັ້ງ​ປະຕິບັດໂຄງການນັບແຕ່ມື້ເຊັນອະນຸມັດເປັນຕົ້ນໄປ ຈົນເຖິງວັນທີ 30 ມິຖຸນາ 2025 ໂດຍໄດ້ຮັບທຶນສະໜັບສະໜູນຈາກ ອົງການແພລນສາກົນ ປະຈໍາ ອົດສະຕຣາລີ, ລັດຖະບານອົດສະຕຣາລີ ແລະ ຜູ້ໃຫ້ທຶນອື່ນໆ ໂດຍມີງົບປະມານທັງໝົດ 195.119 ໂດລາສະຫະລັດ ​ເຊິ່ງໂຄງການດັ່ງກ່າວ ໄດ້ສືບຕໍ່ຈາກຜົນສຳເລັດ ຂອງການຈັດຕັ້ງປະຕິບັດໂຄງການໄລຍະ 3 ທີ່ຜ່ານມາ ແລະ ເພື່ອເປັນການປະ ກອບສ່ວນເຂົ້າໃນການຫລຸດຜ່ອນການຂາດສານອາຫານ, ປະເພດລວງສູງບໍ່ໄດ້ມາດຕະຖານ ໂດຍສະ ເພາະແມ່ນໃນເດັກອ່ອນ ແລະ ເດັກນ້ອຍ ໂດຍເນັ້ນໃສ່ 1.000 ວັນທໍາອິດຂອງການມີຊີວິດ ແລະ ປັບປຸງໂພຊະນາການໃນກຸ່ມແມ່ຍິງຢູ່ໃນ 52 ບ້ານ ແລະ 13 ໂຮງໝໍນ້ອຍເປົ້າໝາຍ ລວມເຖິງການກ້າວໄປສູ່ການປະກາດເມືອງ ແລະ ແຂວງສາລະວັນ ໃຫ້ເປັນເມືອງ ແລະ ແຂວງຢຸດຕິການຖ່າຍ ພາຍໃນປີ 2024 ແລະ ເຮັດໃຫ້ ສປປ ລາວ ກ້າວໄປສູ່ປະເທດຢຸດຕິການຖ່າຍຊະຊາຍພາຍໃນປີ 2025. ພ້ອມທັງເປັນການປະກອບສ່ວນເຂົ້າໃນເປົ້າໝາຍຍຸດທະສາດແຫ່ງຊາດ ດ້ານໂພຊະນາການ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDG) 2 ແລະ 6.
         ທ່ານ ແສງສັນຕິສິດ ຊະນະສີສານ ຮອງອຳນວຍການຂອງອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການເຂົ້າເຖິງການບໍລິການດ້ານສຸຂາພິບານ, ດ້ານສຸຂະພາບ ແລະ ການປັບປຸງສະພາບໂພຊະນາການຂອງແມ່ຍິງ, ເດັກຍິງ-ເດັກຊາຍໃນຊຸມຊົນເປົ້າໝາຍ ເປັນໜຶ່ງໃນບັນດາວຽກງານບູລິມະສິດຂອງພວກເຮົາ. ຜົນໄດ້ຮັບຂອງການຈັດຕັ້ງປະຕິບັດໂຄງການທັງ 3 ໄລຍະທີ່ຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ພວກເຮົາກຳລັງກ້າວໄປຕາມເສັ້ນທາງທີ່ຖືກຕ້ອງ ໃນການສະໜັບສະໜູນຊຸມຊົນ ແລະ ຄູ່ຮ່ວມງານພາກລັດຖະບານ. ອົງການແພລນສາກົນ ໄດ້ເຮັດວຽກຄຽງບ່າຄຽງໄລ່ກັບລັດຖະບານ ເພື່ອປະກອບ ສ່ວນເຂົ້າໃນການສ້າງຜົນສໍາເລັດ ແລະ ໄດ້ສືບຕໍ່ໃຫ້ການສະໜັບສະໜູນ ພະແນກສາທາລະນະສຸກແຂວງສາລະວັນ ກໍຄື ຫ້ອງການສາທາລະນະສຸກເມືອງສາລະວັນ ໂດຍສ້າງຂີດຄວາມສາມາດໃນລະດັບກຸ່ມບ້ານ ເພື່ອຈັດຕັ້ງປະຕິບັດວຽກງານດ້ານສາທາລະນະສຸກ ໃຫ້ບັນລຸເປົ້າໝາຍແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ 2021-2025 ແລະ ຍຸດທະສາດຂອງອົງການແພລນສາກົນປະຈໍາ ລາວ 2021-2025.
    ໂຄງການໄລຍະທີ
4 ນີ້, ຈະໄດ້ສຸມໃສ່ວຽກງານດ້ານວິຊາການໃນ 2 ຂົງເຂດຕົ້ນຕໍຄື: ການສ້າງຄວາມອາດສາມາດໃຫ້ ຄະນະກຳມະການຊຸມຊົນເປັນເຈົ້າການດ້ານສຸຂານາໄມ ຫລື ຊຈສ ກ່ຽວກັບວຽກງານການສື່ສານ ເພື່ອປ່ຽນແປງພຶດຕິກໍາຂອງຊຸມຊົນ-ຊຸມຊົນເປັນເຈົ້າການດ້ານສຸຂານາໄມ ໂດຍມີການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ; ຈັດຕັ້ງປະຕິບັດກິດຈະກຳ "ເພື່ອນແທ້" ຢູ່ຂັ້ນໂຮງໝໍນ້ອຍ ເນັ້ນໜັກໃສ່ວຽກງານຮັກສາຄວາມສະອາດ, ປອດໄພ ແລະ ເປັນມິດກັບເດັກ ແລະ ແມ່ຍິງ ລວມເຖິງຜູ້ດ້ອຍໂອກາດ ແລະ ຄົນພິການ.
   ອົງການແພລນສາກົນ ໄດ້ລິເລີ່ມໂຄງການເຊື່ອມສານວຽກງານຮັກສາສຸຂະພາບ
, ໂພຊະນາການ, ນໍ້າສະອາດ, ສຸຂາພິບານ ແລະ ສຸຂານາໄມ ໃນປີ 2014 ຈົນຮອດທ້າຍໂຄງການໄລຍະ 3  ໄດ້ປະກາດບ້ານຢຸດຕິການຖ່າຍຊະຊາຍ ຈຳນວນ 218 ບ້ານ ຢູ່ໃນເມືອງຮຸນ, ເມືອງປາກແບງ ແຂວງອຸດົມໄຊ; ເມືອງຕະໂອ້ຍ ແລະ ເມືອງສາລະວັນ ແຂວງສາລະວັນ ເຊິ່ງໂຄງການດັ່ງກ່າວ ໄດ້ຮ່ວມມືກັບຫ້ອງການສາທາລະນະສຸກເມືອງ  ແລະ ພະແນກສາທາລະນະສຸກແຂວງ. ສະເພາະໃນແຂວງສາລະວັນ, ໄລຍະທີ່ຜ່ານມາໂຄງການດັ່ງກ່າວ ຍັງໄດ້ກໍ່ສ້າງໂຮງໝໍນ້ອຍຫລັງໃໝ່ 4 ແຫ່ງ, ພ້ອມທັງໄດ້ສະໜອງອຸປະກອນອຳນວຍຄວາມສະດວກໃນການເກີດລູກ ແລະ ຕໍ່ເຕີມອາຄານແມ່ ແລະ ເດັກ ຈຳນວນ 7 ແຫ່ງ ພາຍໃນເມືອງຕະໂອ້ຍ ແລະ ເມືອງສາລະວັນ.

ຂ່າວ: ສຸກສະຫວັດ

ຂໍ້ມູນ-ພາບ: ອົງການແພລນ


KPL

ຂ່າວອື່ນໆ

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງວັດທະນະທຳ-ສັງຄົມ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

      10/21/2026 9:14:19 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

ads
ads

Top