ນໍ້າແອດ-ພູເລີຍ ແຫລ່ງທ່ອງທ່ຽວທຳມະຊາດ ທີ່ຫລາກຫລາຍດ້ານຊີວະນາໆພັນ

23/05/2023 10:22
Email Print 2668
ຂປລ ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ (NEPL) ເປັນເຂດປ່າສະຫງວນທີ່ໃຫຍ່ທີ່ສຸດ ແລະ ເປັນໜຶ່ງໃນ ປ່າສະຫງວນທີ່ມີຄວາມຫລາກຫລາຍທາງຊີວະນາໆພັນທີ່ສຸດໃນ ສປປ ລາວ.





ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ (NEPL) ເປັນເຂດປ່າສະຫງວນທີ່ໃຫຍ່ທີ່ສຸດ ແລະ ເປັນໜຶ່ງໃນປ່າສະຫງວນທີ່ມີຄວາມຫລາກຫລາຍທາງຊີວະນາໆພັນທີ່ສຸດໃນ ສປປ ລາວ. ອຸທິຍານ ແຫ່ງຊາດດັ່ງກ່າວຢູ່ໃນເຂດປ່າສະຫງວນນ້ຳແອດ-ພູເລີຍ ເປັນປ່າເຂດດຽວໃນລາວທີ່ມີຂໍ້ມູນລະບຸວ່າ ຍັງມີສັດປ່າຫາຍາກ ໂດຍສະເພາະເສືອໂຄ່ງ, ມີທີ່ຕັ້ງຢູ່ເມືອງຮ້ຽມ ແຂວງຫົວພັນ ມີ ເນື້ອ ທີ່ທັງໝົດ 410.720 ເຮັກຕາ, ປະກອບດ້ວຍບ້ານທີ່ຢູ່ຕິດຈອດປ່າສະຫງວນ ຈຳນວນ 129 ບ້ານ ເປັນເຂດເຊື່ອມຕໍ່ລະຫວ່າງ ແຂວງຫົວພັນ, ຊຽງຂວາງ ແລະ ຫລວງພະບາງ.

ອຸທິຍານແຫ່ງຊາດດັ່ງກ່າວຄືໝາກຫົວໃຈສີຂຽວທີ່ເຮັດໜ້າທີ່ປົກປັກຮັກສາສັດປ່ານາໆຊະນິດ, ເປັນແຫລ່ງອົກຊີ ໃຫຍ່ຂອງລາວ, ເປັນສະບຽງອາຫານຂອງປະຊາຊົນ ໃນເຂດນັ້ນ; ທັງເປັນຈຸດ ໝາຍປາຍທາງ ດ້ານການທ່ອງທ່ຽວ ທີ່ພວມໄດ້ຮັບຄວາມນິຍົມໃນປັດຈຸບັນ ອັນປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາ, ສ້າງ ລາຍ ໄດ້ໃຫ້ພາກບໍລິ ການໂຮງແຮມ, ເຮືອນພັກ ແລະ ອື່ນໆ. ອີງຕາມແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດລາວ ສໍາລັບປີ 2019 ຜ່ານມາ ໄດ້ກໍານົດໃຫ້ມີການສ້າງຕັ້ງ ອຸທິຍານແຫ່ງຊາດ ນໍ້າແອັດ- ພູເລີຍ ແລະ ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໃຫ້ເປັນຕົວແບບໃນການຈັດຕັ້ງປະຕິບັດ ເປັນອຸທິຍານແຫ່ງຊາດ ໃຫ້ເຂດອື່ນໆໃນປະເທດລາວ ເພື່ອການປົກປັກຮັກສາເຂດ ອຸທິຍານ ແລະ ການນໍາໃຊ້ເຂດອຸທິຍານ ເພື່ອດຶງດູດນັກທ່ອງທ່ຽວເຂົ້າຢ້ຽມຊົມ ແມ່ນຈະຊ່ວຍລັດຖະບານ ຮັກສາຄວາມສະຖຽນລະພາບ ການເຕີບໂຕ ທາງດ້ານເສດຖະກິດ ແລະ ການປົກ ຮັກສາຊັບ ພະຍາກອນທໍາມະຊາດແບບຍືນຍົງ. ສຳລັບຍຸດທະສາດ ການພັດທະນາສີຂຽວແຫ່ງຊາດ ທີ່ລັດຖະບານລາວ ໄດ້ຮັບຮອງເອົາໃນຊຸມ ປີຜ່ານມານີ້ ມີຈຸດປະສົງ ເພື່ອເປັນແນວທາງ ໃນການພັດ ທະນາແບບຍືນຍົງ ເຊິ່ງການທ່ອງທ່ຽວ ກໍ່ຖືເປັນຂໍກະແຈສໍາຄັນ ເພື່ອໃຫ້ບັນລຸຍຸດທະສາດສີຂຽວດັ່ງກ່າວ.


ປັດຈຸບັນມີນັກທ່ອງທ່ຽວຈາກທົ່ວໂລກ ເຂົ້າມາທ່ຽວ ແລະ ສຶກສາຮຽນຮູ້ດເານຊີວະນາໆພັນ ຢູ່ໃນເຂດອຸທິຍານແຫ່ງຊາດນໍ້າແອດ-ພູເລີຍໂດຍສວ່ນໃຫຍ່ແມ່ນນັກທ່ອງທ່ຽວຊາວ ເອີຣົບ, ອາເມລິກາ, ອາຊຽນ ແລະ ອື່ນໆເຂົ້າໃນນອນແຮມຄືນ, ຍ່າງປ່າ, ຊົມສັດປ່່າໃນຍາມກາງຄືນ ແລະ ອື່ນໆ. ໃນນັນກິດຈະກຳທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມແມ່ນ: ແມ່ນການ ເດີນທາງ  24 ຊົ່ວໂມງ. ຈຸດເດັ່ນຂອງການເດີນທາງນີ້ ແມ່ນການໄດ້ເຝົ້າສັງເກດການສັດປ່າ ໃນຕອນກາງຄືນ, ຊອກເບິ່ງສັດປ່າທີ່ໃກ້ຈະສູນພັນ ໃນຂະນະທີ່ເຮືອ ຫາງຍາວລ່ອງລອຍຢູ່ເທິງແມ່ນໍ້າ. ໂດຍບາງ ຄັ້ງຈະພົບເຫັນສັດປ່າຫາຍາກເຊັ່ນ: ກວາງປ່າ, ເກ້ງໝໍ້, ເຫງັນ, ນາກ, ເສືອໄຟ, ແມວດາວ ແລະ ງູເຫລືອມ. ສ່ວນການເດີນເຮືອໃນກາງເວັນ ກໍ່ຍັງຍັງມີໂອກາດເຫັນນົກຫລາຍຊະນິດ ເປັນຕົນ: ນົກກະເຕັນ ເຮີຄິວລິສ, ນົກແກ້ວແລ້ວຫູຍາວ, ນົກຫົວຂວານຄໍແດງ ແລະ ອື່ນໆອີກຫລາກຫລາຍ.


ນອກຈາກການລ່ອງເຮືອແລ້ວຍັງມີການທ່ອງທ່ຽວແບບຍ່າງປ່າ ແມ່ນໃຊ້ເວລາ 2-5 ມື້ ແລະ ຈະມອບໂອກາດພິເສດ ໃຫ້ນັກທ່ອງທ່ຽວໄດ້ສໍາຜັດ ກັບຄວາມຮູ້ສຶກຄືກັບກໍາລັງເປັນ ນັກຊີວະວິ ທະຍາພາກສະໜາມ ໃນເວລາທີ່ລົງຕິດຕາມ ແລະ ຄົ້ນຫາສັດປ່າຕາມເສັ້ນທາງ. ມາຮ່ວມວິເຄາະຮອຍຕີນ, ຮອຍເລັບ, ມູນສັດ ແລະ ເບິ່ງຮູບພາບທີ່ດັກຖ່າຍສັດປ່າໄວ້ ຕາມເສັ້ນທາງ ໃນ ແຕ່ລະຈຸດ ໄປກັບຜູ້ນໍາທ່ຽວ ອຸທິຍານ ແລະ ນັກເຝົ້າສັງເກດການສັດປ່າປະຈໍາບ້ານ. ທ່ານອາດຈະໄດ້ພົບເຫັນຮ່ອງຮອຍ ຂອງເສືອດາວ, ໝາໄນ ຫລື ໝີ ທີ່ໃກ້ຈະສູນພັນ ກໍ່ເປັນໄດ້. ພ້ອມນີ້, ທ່ານຍັງມີໂອກາດຍ່າງໄປຮອດຈຸດສຸດຍອດ ຂອງພູເລີຍພູ ທີ່ມີສູງ 2.000 ກວ່າແມັດ ເຊິງເປັນຈຸດທີ່ສູງທີ່ສຸດຂອງອຸທິຍານແຫ່ງຊາດແຫ່ງນີ້ ແລະ ເປັນຍອດພູທີ່ສູງທີ່ສຸດ ເປັນອັນ ດັບ 3 ໃນລາວ./.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top