​ເຂດ​ແມ່​ນ້ຳຂອງຕອນ​ລຸ່ມ ມີຄວາມ​ສ່ຽງສູງ​ຕໍ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ

17/03/2023 16:12
Email Print 756
ຂປລ ຂປລ. ຄະນະກຳມາທິການແມ່ນໍ້າຂອງສາກົນ(ຄມສ) ລາຍງານໃຫ້ຮູ້ວ່າ: ໃນ​ເຂດ​ແມ່​ນ້ຳຂອງ ຕອນ​ລຸ່ມ ລວມມີ ກຳປູ​ເຈຍ, ລາວ, ​ໄທ ແລະ ຫວຽດນາມ ເປັນເຂດໜຶ່ງ​ໃນ​ບັນດາ​ພາກ​ພື້ນ​ທີ່ມີຄວາມ​ສ່ຽງສູງ​ ຕໍ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ

 

   ຂປລ. ຄະນະກຳມາທິການແມ່ນໍ້າຂອງສາກົນ(ຄມສ) ລາຍງານໃຫ້ຮູ້ວ່າ: ໃນ​ເຂດ​ແມ່​ນ້ຳຂອງ ຕອນ​ລຸ່ມ ລວມມີ ກຳປູ​ເຈຍ, ລາວ, ​ໄທ ແລະ ຫວຽດນາມ ເປັນເຂດໜຶ່ງ​ໃນ​ບັນດາ​ພາກ​ພື້ນ​ທີ່ມີຄວາມ​ສ່ຽງສູງ​ ຕໍ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ເຊິ່ງສົ່ງຜົນກະທົບຕໍ່ເສດຖະກິດ, ລະບົບນິເວດ, ຄວາມຍືນຍົງ ແລະ ຄວາມສາມັກຄີທາງສັງຄົມຂອງບັນດາປະເທດດັ່ງກ່າວ.
   ການ​ປ່ຽນ​ແປງ​​ດິນ​ຟ້າ​ອາ​ກາດ ​ບໍ່​ພຽງ​ແຕ່​ເປັນ​ໄພ​ຂົ່ມ​ຂູ່​ຢູ່​ເຂດ​ແມ່​ນ້ຳ​ຂອງຕອນລຸ່ມ​ເທົ່າ​ນັ້ນ
, ປັດຈຸບັນ ມັນໄດ້ສ້າງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນຫລາຍລ້ານຄົນ ທີ່ນໍາໃຊ້ຊັບພະຍາກອນທໍາມະຊາດຂອງແມ່ນໍ້າຂອງ. ໃນທົ່ວເຂດແມ່ນໍ້າຂອງຕອນລຸ່ມ ສາມາດເຫັນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ໄດ້ຢ່າງຊັດເຈນ ເຊັ່ນ: ອຸນຫະພູມທີ່ເພີ່ມຂຶ້ນ ແລະ ການປ່ຽນແປງຂອງປະລິມານນໍ້າຝົນ, ອັດຕານໍ້າໄຫລ, ນໍ້າຖ້ວມ ແລະ ໄພແຫ້ງແລ້ງ ທີ່ສ້າງຄວາມເສຍຫາຍຕໍ່ທີ່ພັກອາໄສ, ພື້ນຖານໂຄງລ່າງ, ພືດພັນການກະເສດ ແລະ ການປະມົງ. ດັ່ງນັ້ນ, ຊຸມຊົນທີ່ມີຄວາມສ່ຽງແມ່ນຜະເຊີນກັບການຂາດແຄນອາຫານ ແລະ ມາດຕະຖານຊີວິດການເປັນຢູ່ທີ່ຫລຸດລົງ. ນອກຈາກນັ້ນ, ລະດັບນໍ້າທະເລທີ່ຄາດວ່າຈະເພີ່ມຂຶ້ນ ຈະເພີ່ມຄວາມເຄັມ ແລະ ໄພນໍ້າຖ້ວມໃນເຂດທົ່ງພຽງແມ່ນໍ້າຂອງ, ເຊິ່ງກໍໃຫ້ເກີດຄວາມເສຍຫາຍຕໍ່ພືດພັນຕ່າາໆໃນພື້ນທີ່ ທີ່ມີຜົນຜະລິດດ້ານກະສິກໍາຫລາຍທີ່ສຸດ ຂອງອ່າງແມ່ນໍ້າຂອງ.
   ອີງຕາມການຄົ້ນຄວ້າຂອງ ຄມສ ໄດ້ຄາດຄະເນວ່າ: ການປ່ຽນແປງທີ່ອາດຈະເກີດຂຶ້ນໃນໄລຍະ 20 ຫາ 50 ປີຂ້າງໜ້າ ອຸນ​ຫະ​ພູມ​ຈະ​ເພີ່ມ​ຂຶ້ນ​ໃນ​ທົ່ວ​ອ່າງ ແລະ ຕາມລະ​ດູ​ການ. ຮອດ​ປີ 2060
, ລະດັບ​ອູນຫະພູມ ​ໃນອ່າງຮັບ​ນ້ຳຈະເພີ່ມ​ຂຶ້ນ​​ໂດຍ​ສະ​ເລ່ຍ​ຕໍ່​ປີ​ອາດ​​ຢູ່​ລະຫວ່າງ 0.4˚C ຫາ 3.3˚C ອີງ​ຕາມ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ທົ່ວ​ໂລກ. ການ​ປ່ຽນ​ແປງ​ຂອງປະລິມານ​ນ້ຳ​ຝົນ​ໂດຍ​ສະ​ເລ່ຍ​ໃນ​ປີ 2060 ພາຍ​ໃຕ້​ມະໂນພາບ​ດິນ​ຟ້າ​ອາ​ກາດ​ແຫ້ງແລ້ງ ​(Dry Climate Scenario) ຄາດ​ວ່າ​ຈະ​ຫລຸດ​ລົງ 16% ແລະ ​ພາຍ​ໃຕ້​​ມະໂນພາບ​ດິນ​ຟ້າ​ອາ​ກາດ​ປຽກຊຸ່ມ​ (Wet Climate Scenario) ຈະ​ເພີ່ມ​ຂຶ້ນ 17%. ອາດເຮັດໃຫ້ພືດ ແລະ ສັດຫລາຍຊະນິດ ມີຄວາມສ່ຽງສູງຕໍ່ການປ່ຽນແປງຂອງດິນຟ້າອາກາດ. ໃນນັ້ນ, ມີປາຈໍານວນຫລາຍ ໂດຍສະເພາະ ມີຄວາມສ່ຽງ ເນື່ອງຈາກຄວາມອ່ອນໄຫວຕໍ່ກັບອຸທົກກະສາດ. ຮອດປີ 2060 ການສູນເສຍຈາກການເຊາະເຈື່ອນຂອງດິນຄາດວ່າຈະເພີ່ມຂຶ້ນ 16.9%. ພ້ອມກັນນີ້, ແນວໂນ້ມທີ່ຈະຮ້າຍແຮງອາດ ແມ່ນຊຸມຊົນທ້ອງຖິ່ນທີ່ມີການເອື່ອຍອີງຊັບພະຍາກອນທໍາມະຊາດ.
    ໄລຍະຜ່ານມາ
, ຄມສ ໄດ້ສະໜັບສະໜູນບັນດາປະເທດສະມາຊິກຂອງຕົນຢ່າງຈິງຈັງ ດ້ວຍຄໍາແນະນໍາດ້ານວິຊາການ, ການຄົ້ນຄວ້າ ແລະ ເວທີປຶກສາຫາລື ເພື່ອຊຸກຍູ້ການແລກປ່ຽນຄວາມຮູ້ ແລະ ສົ່ງເສີມຄວາມເຂົ້າໃຈ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໃນສະພາບການຂ້າມຜ່ານຊາຍແດນ ໂດຍສະເພາະແຜນປະຕິບັດງານ ແລະ ແຜນຍຸດທະສາດການປັບຕົວກັບການປ່ຽນແປງດິນຟ້າອາກາດ ໂດຍກຳນົດບຸລິມະສິດຍຸດທະສາດ ແລະ ການ ຈັດຕັ້ງປະຕິບັດໃນລະດັບອ່າງແມ່ນໍ້າ ເພື່ອແກ້ໄຂຄວາມສ່ຽງຕໍ່ການປ່ຽນແປງດິນຟ້າອາກາດ ແລະ ເສີມສ້າງຄວາມສາມາດໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໃນບໍລິເວນອ່າງ.

KPL

ຂ່າວອື່ນໆ

ads
ads

Top