ຄຳມ່ວນເນັ້ນການທ່ອງທ່ຽວປອດໄພ ແລະ ຍືນຍົງ

01/03/2023 13:10
Email Print 3040
ຂປລ *ຄຳລຳທ່ອງທ່ຽວເມືອງລາວໃນໜ້າໜັງສືພິມປະເທດລາວສະບັບກ່ອນ ໍໄດ້ສະເໜີກ່ຽວແຂວງຄຳມ່ວນ ເນັ້ນການທ່ອງທ່ຽວແບບຍືນຍົງ ຄູ່ກັບຄວາມປອດໄພ ໃຫ້ທ່ານຜູ້ອ່ານແລ້ວ ເຊິ່ງມາສະບັບນີ້ ຂໍສະເໜີຕື່ມ ແລະ ຂໍເນັ້ນກ່ຽວກັບການບໍລິການ ດ້ານພາຫະນະ ໃຫ້ແກ່ນັກ ທ່ອງທ່ຽວ ທີ່ຍັງມີບາງຈຸດຕ້ອງໄດ້ເອົາໃຈໃສ່ແກ້ໄຂ.




*ຄຳລຳທ່ອງທ່ຽວເມືອງລາວໃນໜ້າໜັງສືພິມປະເທດລາວສະບັບກ່ອນ ໍໄດ້ສະເໜີກ່ຽວແຂວງຄຳມ່ວນ ເນັ້ນການທ່ອງທ່ຽວແບບຍືນຍົງ ຄູ່ກັບຄວາມປອດໄພ ໃຫ້ທ່ານຜູ້ອ່ານແລ້ວ ເຊິ່ງມາສະບັບນີ້ ຂໍສະເໜີຕື່ມ ແລະ ຂໍເນັ້ນກ່ຽວກັບການບໍລິການ ດ້ານພາຫະນະ ໃຫ້ແກ່ນັກທ່ອງທ່ຽວ ທີ່ຍັງມີບາງຈຸດຕ້ອງໄດ້ເອົາໃຈໃສ່ແກ້ໄຂ ຈາກບົດສຳພາດຂອງທ່ານ ມະໂນທອງ ພົງສະຫວັດ ຮອງຫົວໜ້າພະແນກ ຖວທ ແຂວງຄຳມ່ວນຕື່ມ ໂດຍ ທ່ານ ມະໂນທອງ ພົງສະຫວັດ ໃຫ້ສຳພາດຕໍ່ນັກຂ່າວ ໜັງສືພິມປະເທດລາວວ່າ: ແຂວງ ຕົນ ເປັນແຂວງໜຶ່ງ ທີ່ມີແຫລ່ງທ່ອງທ່ຽວທີ່ໜ້າສົນໃຈ ແລະ ໜ້າໄປພັກຜ່ອນບໍ່ວ່າ ແຫລ່ງທ່ອງທ່ຽວທາງປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດຫລາຍກວ່າ 200 ແຫ່ງ ເຊິ່ງແຫລ່ງທ່ອງທ່ຽວເຫລົ່ານັ້ນ, ພວກເຮົາກໍໄດ້ເອົາໃຈໃສ່ ສົ່ງເສີມຜູ້ປະກອບການ, ປະຊາຊົນໃຫ້ມີສ່ວນຮ່ວມຫລາຍຂຶ້ນ ເພື່ອປະກອບສ່ວນເອົາໃຈໃສ່ ພັດທະນາໃຫ້ມີຄວາມດຶງດູດ ນັກທ່ອງທ່ຽວເຂົ້າມາທ່ຽວ ຢ່າງໜາແໜ້ນ. ນອກຈາກນີ້, ກໍຍັງໄດ້ເອົາຊຸກຍູ້ບັນດາບໍລິສັດ ທ່ອງທ່ຽວພາຍໃນແຂວງ ໂດຍສະເພາະແມ່ນບັນດາບໍລິສັດໃຫຍ່ ເອົາໃຈໃສ່ ບໍລິການນັກທ່ອງທ່ຽວ ດ້ວຍຄວາມຈິງໃຈ ບໍ່ເອົາລັດເອົາປຽບນັກທ່ອງທ່ຽວ ແລະ ປັດຈຸບັດໄດ້ເຄື່ອນນຳພານັກທ່ອງທ່ຽວ ທ່ຽວປົກກະຕິ ອັນເຮັດໃຫ້ການທ່ອງທ່ຽວ ຢູ່ແຂວງຄຳມ່ວນ ມີບັນຍາກາດຟົດຟື້ນຂຶ້ນ.




ເຖິງຢ່າງໃດກໍຕາມ ພວກເຮົາຍັງພົບບັນຫາບາງດ້ານເປັນຕົ້ນແມ່ນກ່ຽວກັບການຄຸ້ມຄອງລົດບໍລິການນັກທ່ອງທ່ຽວ ເຫັນວ່າຍັງຈັດຕັ້ງປະຕິບັດ ບໍ່ໄດ້ຮ້ອຍສ່ວນຮ້ອຍ ເພາະການໃຫ້ບໍລິການ ແລະ ເບິ່ງແຍງນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວພາຍໃນແຂວງ ຢ່າງຫລວງຫລາຍ. ໃນນັ້ນ, ບາງຄັ້ງມີທັງນັກທ່ອງທ່ຽວທີ່ມາຈາກຢູຣົບ ໂດຍນັກທ່ອງສ່ວນຫລາຍ ມັກມາໃຊ້ບໍລິການເຊົ່າລົດຈັກ ເປັນພາຫະນະທ່ອງທ່ຽວ ຕາມເສັ້ນທາງຕ່າງໆ ທີ່ເລີ່ມຈາກເມືອງທ່າແຂກ ໄປຕາມເສັ້ນທາງເມືອງມະຫາໄຊ, ຍົມມະລາດ, ນາກາຍຕໍ່ ໃສ່ເມືອງຄຳເກີດ ແລ້ວອອກສູ່ເມືອງຄູນຄຳຕໍ່ໃສ່ຫີນບູນ ແລ້ວກັບມາເມືອງທ່າແຂກຄືນ ເຊິ່ງນັກທ່ອງທ່ຽວດັ່ງກ່າວ ຈະມີທ່າອ່ຽງນິຍົມໃຊ້ບໍລິການລົດຈັກຫລາຍກວ່າລົດໃຫຍ່.

ການໃຊ້ບໍລິການເຊົ່າລົດຈັກນັ້ນ, ນັກທ່ອງທ່ຽວເອງຢູ່ບ້ານເຂົາເຈົ້າບາງຄົນແມ່ນບໍ່ເຄີຍຂີ່ລົດຈັກ ແລະ ມາບ້ານເຮົາຈຶ່ງຮຽນຂີ່ເຮັດໃຫ້ ການຄຸ້ມຄອງລະບຽບກົດຈໍລະຈອນຍາກ, ບາງເທື່ອກໍ່ໃຫ້ເກີດອຸບັດເຫດກໍມີ. ຂະນະທີ່ການຄຸ້ມຄອງ ລົດຕູ້ນຳທ່ຽວເຫັນວ່າ ບາງ ຄັ້ງຍັງບໍ່ທັນໄດ້ເອົາໃຈໃສ່ຕິດຕາມຄຸ້ມຄອງ ແລະ ຍັງເກີດມີການເອົາລັດ ເອົາປຽບນັກທ່ອງທ່ຽວ ເຮັດໃຫ້ມີຜົນກະທົບຕາມມາເຊັ່ນກັນ.

ສຳລັບການອຳນວຍຄວາມສະດວກຂອງພະນັກງານ ຫລື ພາກສ່ວນກ່ຽວຂ້ອງ ຍັງມີບາງຈຸດເຮັດບໍ່ທັນເຮັດໄດ້ດີ ເປັນຕົ້ນເກັບຄ່າທຳນຽມສຳຊ້ອນ, ເກັບເງິນແລ້ວ ຍັງເກັບອີກ. ນີ້ແມ່ນອີກຈຸດໜຶ່ງ ທີ່ຕ້ອງໄດ້ເອົາໃຈໃສ່ ແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການ ບໍລິການນັກທ່ອງທ່ຽ ວມີຄວາມສະດວກສະບາຍຂຶ້ນກວ່າເກົ່າ ແລະ ຕິດພັນກັບການຈັດຕັ້ງປະຕິບັດ ຄຳຂວັນທີ່ວ່າ ທ່ອງທ່ຽວດ້ວຍຄວາມສົນໃຈ ມີຄວາມປອດໄພຮອບດ້ານປະກົດຜົນເປັນຈິງ.

ສຳລັບປີຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງຄຳມ່ວນ 363.000 ຄົນ. ໃນນັ້ນ, ມີນັກທ່ອງທ່ຽວຕ່າງປະເທດ 138.000 ຄົນ ເຊິ່ງການເຂົ້າມາທ່ຽວ ຂອງນັກທ່ອງທ່ຽວດັ່ງກ່າວ ໄດ້ສ້າງລາຍຮັບເຂົ້າແຂວງຄຳມ່ວນ, ຜູ້ປະກອບການກໍຄື ປະຊາຊົນຫລາຍກວ່າ 251 ຕື້ກີບ.

ໂດຍ: ຢາຕົ້ງ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top