ນັກທ່ອງທ່ຽວເຂົ້າຊົມ ທົ່ງໄຫຫີນ ຫລາຍກວ່າ 43 ພັນຄົນ ພາຍຫລັງຮັບຮອງເປັນມໍລະດົກໂລກ

23/01/2023 15:30
Email Print 756
ຂປລ ຂປລ. ປັດຈຸບັນ, ບັນຍາ​ການ​ການທ່ອງທ່ຽວ​ຢູ່ ທົ່ງໄຫຫີນ ​ແຂວງ​ຊຽງ​ຂວາງ ມີ​ຄວາມຄຶກຄື້ນເຕັມດ້ວຍນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ພາຍຫລັງທີ່ ທົ່ງໄຫຫີນ ແຂວງຊຽງຂວາງ ໄດ້ຖືກຮັບຮອງເປັນ ມໍລະດົກໂລກ ຈາກອົງການອຸຍແນັສໂກ.

 

ຂປລ. ປັດຈຸບັນ, ບັນຍາ​ການ​ການທ່ອງທ່ຽວ​ຢູ່ ທົ່ງໄຫຫີນ ​ແຂວງ​ຊຽງ​ຂວາງ ມີ​ຄວາມຄຶກຄື້ນເຕັມດ້ວຍນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ພາຍຫລັງທີ່ ທົ່ງໄຫຫີນ ແຂວງຊຽງຂວາງ ໄດ້ຖືກຮັບຮອງເປັນ ມໍລະດົກໂລກ ຈາກອົງການອຸຍແນັສໂກ.
  ທ່ານ ທົງສະຫວັນ ຄຳມະນີຈັນ ຮອງຫົວໜ້າຫ້ອງການ ມໍລະດົກໂລກໄຫຫີນແຂວງ ຊຽງຂວາງ ໃຫ້ສໍາພາດ​ຕໍ່​ສື່​ມວນ​ຊົນ ​ເມື່ອ​ບໍ່​ດົນ​ນີ້ວ່າ: ພາຍຫລັງ​ທີ່ ອົງການອຸຍແນັສໂກ ຮັບຮອງເອົາ
ໄຫຫີນເຂົ້າເປັນມໍລະດົກໂລກຢ່າງເປັນທາງການ ​ແລ້ວ, ​ເຫັນ​ວ່າ​ຈໍານວນນັກທ່ອງທ່ຽວໄດ້ເຂົ້າໄປທ່ອງທ່ຽວທົ່ງໄຫຫີນ ເພີ່ມຂຶ້ນທົບເຄິ່ງ, ໃນປີ 2022 ມີນັກ​ທ່ອງ​ທ່ຽວທັງໝົດ 43.200 ກວ່າຄົນ ​ແລະ ​ເຊື່ອ​ໝັ້ນ​ວ່າ ຈາກການຖືກຮັບຮອງເປັນມໍລະດົກໂລກ ຈະເຮັດໃຫ້ທົ່ງໄຫຫີນກາຍ ເປັນສະຖານທີ່ທ່ອງທ່ຽວສໍາຄັນທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ອງທ່ຽວພາຍໃນແຂວງຊຽງຂວາງ ນັບມື້ເພີ່ມຂຶ້ນ ແລະ ໃນປີ 2023 ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ມໍລະດົກໂລກ ທົ່ງໄຫຫີນ ແຂວງຊຽງ ຫລາຍກວ່າ 70.000 ຄົນ.
  ທ່ານ ທົງສະຫວັນ ຄຳມະນີຈັນ ຍັງ​ໃຫ້​ຮູ້​ອີກ​ວ່າ: ວັນທີ
10 ກໍລະກົດ 2019 ກອງປະຊຸມໃຫຍ່ຄັ້ງທີ 43 ຂອງອົງການອຸຍແນັສໂກ ໄດ້ຈັດຂຶ້ນຢູ່ເມືອງບາກູ ປະເທດອາແຊກໄບຊານ ໄດ້ຮັບຮອງເອົາ ໄຫຫີນເຂົ້າເປັນມໍລະດົກໂລກຢ່າງເປັນທາງການ ເຊິ່ງປະກອບມີແຫລ່ງມໍລະດົກໄຫຫີນ 11 ແຫ່ງທີ່ປະກອບດ້ວຍ 15 ອົງປະກອບ ໄດ້ກວມເອົາເນື້ອທີ່ຂະໜາດໃຫຍ່ ກວມເອົາ 4 ເມືອງຂອງແຂວງຊຽງຂວາງ ຄື: ເມືອງແປກ, ເມືອງຜາໄຊ, ເມືອງພູກູດ ແລະ ເມືອງຄຳ ປະກອບດ້ວຍໄຫຫີນໃຫຍ່-ນ້ອຍ ທີ່ຖືກຄວັດເຈາະຢ່າງປານີດ ຈຳນວນ 1.325 ໜ່ວຍ ຢັ່ງຢາຍກັນຢູ່, ໜ່ວຍໄຫຫີນມີຂະໜາດ 1-3 ແມັດ, ມີແຜ່ນຫີນຈຳນວນໜຶ່ງອາດມີຄວາມເປັນໄປໄດ້ ທີ່ຈະເປັນຝາປິດໄຫຫີນ, ບັນດາອົງປະກອບຕ່າງໆ ລ້ວນແຕ່ແມ່ນຫລັກຖານທີ່ໂດດເດັ່ນທີ່ສຸດ ສະແດງໃຫ້ເຫັນຄວາມຈະເລີນຮຸ່ງເຮືອງຂອງຊຸມຊົນໃນສັງຄົມຍຸກເຫລັກທີ່ເປັນຜູ້ສ້າງ ແລະ ນຳໃຊ້ບັນດາໄຫຫີນເຫລົ່ານັ້ນ ​ເຊິ່ງມີອາຍຸລະຫວ່າງ 2.500-3.000 ປີ.
  ໃນຈຳນວນ
15 ອົງປະກອບ ຂອງບັນດາແຫລ່ງໄຫຫີນນັ້ນ ແມ່ນປະກອບມີ 5 ແລ່ງໄຫຫີນໃຫຍ່ ຄື: ແຫລ່ງໄຫຫີນ 1, ໄຫຫີນ 2, ໄຫຫີນ 3, ໄຫຫີນ 42 ແລະ ໄຫຫີນ 52. ຈາກນັ້ນ, ຍັງປະກອບມີ ແຫລ່ງໄຫຫີນນ້ອຍ ເຊັ່ນ: ໄຫຫີນ 23, 25 ແລະ 28 ທີ່ຖືກຄັດເລືອກດ້ວຍເຫດຜົນທີ່ມີຄວາມໝາຍສໍາຄັນທາງດ້ານຫລັກຖານບູຮານຄະດີ, ສ່ວນອີກ 3 ແຫລ່ງແມ່ນຖືກຄັດເລືອກດ້ວຍເຫດຜົນທີ່ເປັນຕົວແທນໃຫ້ແກ່ແຫລ່ງຕັດຫີນ ແລະ ແຫລ່ງຜະລິດໄຫຫີນເຊັ່ນ: ແຫລ່ງໄຫຫີນ 8, 21 ແລະ 12 ຕາມລໍາດັບ.

ຂ່າວ-ພາບ: ສຸກສະຫວັດ

KPL

ຂ່າວອື່ນໆ

ads
ads

Top