ຮ່ວມວຽກ ປກຊ-ປກສ

06/12/2022 16:21
Email Print 1755
ຂປລ ວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ຫາກໍ່ຜ່ານມາ, ບັນຍາກາດແຫ່ງການ ສະເຫລີມສະຫລອງຍັງອຸ່ນໆ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍຄວາມສໍາຄັນ ອັນເລິກເຊິ່ງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ. ຜ່ານບັ້ນນັ້ນ ເຫັນ ຕົວຈິງ ແລະ ຮັບຂໍ້ມູນຂ່າວສານ ມາຈາກຫລາຍເຂດແຂວງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະສ້າງຂະບວນການ ຕ້ອນຮັບວັນສໍາຄັນນີ້ ແມ່ນເຮັດໄດ້ດີ, ລວມທັງຂັ້ນຮາກຖານບ້ານ ແມ່ນເປັນຂະບວນແຂງແຮງ.


          ວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ຫາກໍ່ຜ່ານມາ, ບັນຍາກາດແຫ່ງການ ສະເຫລີມສະຫລອງຍັງອຸ່ນໆ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍຄວາມສໍາຄັນ ອັນເລິກເຊິ່ງ ທັງຢູ່ສູນກາງ  ແລະ ທ້ອງຖິ່ນ. ຜ່ານບັ້ນນັ້ນ ເຫັນ ຕົວຈິງ ແລະ ຮັບຂໍ້ມູນຂ່າວສານ ມາຈາກຫລາຍເຂດແຂວງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະສ້າງຂະບວນການ ຕ້ອນຮັບວັນສໍາຄັນນີ້ ແມ່ນເຮັດໄດ້ດີ, ລວມທັງຂັ້ນຮາກຖານບ້ານ ແມ່ນເປັນຂະບວນແຂງແຮງ. ນີ້ສົມ ວ່າວຽກງານ ປກຊ-ປກສ ເປັນໜ້າທີ່ຂອງທົ່ວປວງຊົນ, ຄວນສືບຕໍ່ເສີມຂະຫຍາຍມູນເຊື້ອ.

           ວຽກ ປກຊ-ປກສ ເວົ້າລວມ, ເວົ້າສະເພາະການປ້ອງກັນເວນຍາມ ຮັກສາຄວາມສະຫງົບ ຕາມສໍານັກງານ-ອົງການທັງສູນກາງ ແລະ ທ້ອງຖິ່ນ, ທັງຢູ່ຮາກຖານຂັ້ນບ້ານ ຕະຫລອດໄລຍະຜ່ານມາ ແມ່ນໄດ້ມີຄວາມເອົາໃຈໃສ່ ເພື່ອຮັກ ສາຄວາມສະຫງົບ ປອດໄພ, ໂດຍສະເພາະ ໃນບັ້ນຂະບວນການຕ່າງໆ ແມ່ນທຸກບ່ອນໄດ້ປະຕິບັດ ຢ່າງຕັ້ງໜ້າແທ້, ປະຊາຊົນກໍ່ໄດ້ເຂົ້າຮ່ວມ ຕາມສະພາບ-ເງື່ອນໄຂ ຂອງແຕ່ລະຄົນ-ແຕ່ລະຄອບຄົວ ເຊິ່ງໃນສະພາບເງື່ອນໄຂ ແຕ່ລະໄລຍະກໍ່ ແຕກຕ່າງກັນໄປ, ແຕ່ອັນສໍາຄັນ ແມ່ນໄດ້ພ້ອມກັນເຮັດໜ້າທີ່ ປະກອບສ່ວນວຽກງານນີ້ ເຮັດໃຫ້ທົ່ວສັງຄົມ ມີຄວາມສະຫງົບປອດໄພໂດຍພື້ນຖານ.

          ໃນໄລຍະຕ້ອນຮັບວັນສໍາຄັນຂອງຊາດໃນອາທິດຜ່ານມາ, ພົບວ່າຫລາຍອົງການລັດ-ເອກະຊົນ... ໂດຍສະເພາະບ້ານ ໄດ້ປຸກລະດົມເຂົ້າຮ່ວມ ວຽກງານນີ້ໄດ້ດີ ເປັນພື້ນຖານສໍາຄັນ, ໂທລະໂຄ່ງປະກາດລະດົມ, ແບ່ງຜຽນກັນ ແລະ ຍົກ ໃຫ້ເຫັນບັນດາ ຫົວເຮືອນ ກໍ່ຄືບັນດາຈຸ-ໜ່ວຍ ປະກອບສ່ວນກໍາລັງຄົນ ແລະ ປັດໄຈຊຸກຍູ້ຕ່າງໆ. ຜູ້ອ່ານຫລາຍທ່ານ ຢູ່ນະຄອນຫລວງວຽງຈັນ ໄດ້ມີຄໍາເຫັນນໍາຜູ້ຂຽນວ່າ ວຽກງານປ້ອງກັນ ເວນຍາມ ຢູ່ບ້ານຂອງຊຸມ ເພິ່ນແມ່ນໄດ້ເຮັດ ປົກ ກະຕິຢູ່ແລ້ວ, ເຖິງວ່າບໍ່ມີຂະບວນການ ສະເພາະກໍ່ຕາມ, ແຕ່ໃນໄລຍະວັນສໍາຄັນ ຂອງພັກ-ຂອງຊາດ ຫລື ມີເຫດການສໍາຄັນ ຈະຮູ້ສຶກເປັນຂະບວນ ຍ້ອນວ່າມີການປ່າວປະກາດ ທາງໂທລະໂຄ່ງ ຫລື ລະດົມກັນຜ່ານຈຸ-ໜ່ວຍ. ເຖິງຢ່າງໃດກໍ່ດີ, ການເວັນຍາມດຽວນີ້ ອາດຈະແຕກຕ່າງ ຈາກໄລຍະຊຸມປີ 80-90, ແຕ່ຢາກວ່າແມ່ນທຸກຄອບຄົວ ຫົວເຮືອນໄດ້ປະກອບສ່ວນ ບໍ່ຂາດ ຕາມສະພາບເງື່ອນໄຂ ຂອງໃຜລາວ. ວຽກງານນີ້ ເປັນຂອງທົ່ວປວງຊົນ, ທັງຄວນເຮັດຢ່າງປົກກະຕິ ເພື່ອ ສ້າງຄວາມສະຫງົບ ປອດໄພທົ່ວສັງຄົມ, ຈະວ່າເປັນໜ້າທີ່ຂອງຝ່າຍ ກໍາລັງຢ່າງດຽວກໍ່ບໍ່ແມ່ນ, ທຸກຄົນ, ທຸກຄອບຄົວ ແມ່ນມີພັນທະ ໃນການປະກອບສ່ວນ. 

          ບັນຫາທີ່ມັກຖືກຕັ້ງຂຶ້ນແມ່ນ ການປະກອບສ່ວນມີລັກສະນະແປະໆບາງໆ ຂອງບຸກຄົນ, ນິຕິບຸກຄົນ ກໍ່ຄືຫົວໜ່ວຍຄອບຄົວ ຫົວເຮືອນຕໍ່ວຽກງານດັ່ງກ່າວມາ ເຊິ່ງໃນຕົວຈິງ ກໍ່ບໍ່ປາສະຈາກ ໄດ້ຜູ້ເຮັດໄດ້ດີ ແລະ ຜູ້ບໍ່ເອົາໃຈໃສ່, ແຕ່ໃດ ມາກໍ່ມີ, ສໍາຄັນວຽກງານນີ້ ສໍາເລັດເປັນພື້ນຖານ ໄດ້ແມ່ນຍ້ອນຄົນສ່ວນຫລາຍ ໄດ້ປະກອບສ່ວນຢ່າງແຂງແຮງ. ສະນັ້ນ ຈຶ່ງມີບາງຄໍາເຫັນວ່າ ຜູ້ບໍ່ປະກອບສ່ວນເດ ຈະເຮັດແນວໃດ, ນັ້ນກໍ່ແມ່ນສິ່ງທ້າທາຍ ສໍາລັບຜູ້ເຮັດວຽກງານ ປຸກລະດົມ ເຊິ່ງເຊື່ອແນ່ວ່າ ລະດົມກັນຫລາຍຫລົບຫລາຍຕ່າວ ໃຫ້ເຂົາເຈົ້າເຫັນຄວາມສໍາຄັນ ແລະ ຂາດບໍ່ໄດ້, ບໍ່ມື້ໃດມື້ໜຶ່ງ ກໍ່ຈະໄດ້ຮັບຄວາມຮ່ວມໄມ້ຮ່ວມມື ຫລື ອາດຈະມີວິທີສະເພາະ ຕາມແຕ່ລະບ່ອນ ໃນການລະດົມກໍາລັງແຮງ, ເພາະນີ້ມັນ ພົວພັນ ເຖິງແນວຄິດ ຈິດຕະສາດຂອງຄົນ, ມັນກໍ່ໍງ່າຍ, ແຕ່ກໍ່ບໍ່ຍາກ ຖ້າສາມາດເຂົ້າເຖິງຮາກເຫງົ້າໃຈຄົນໄດ້.

          ສະຫລຸບວ່າວຽກງານ ປກຊ-ປກສ ແມ່ນສໍາຄັນທຸກໆຍາມ, ຄວນເຮັດປົກກະຕິທົ່ວສັງຄົມ, ໃຫ້ທຸກຄົນເຫັນວ່າ ແມ່ນພັນທະ ທີ່ຕ້ອງປະກອບສ່ວນ ເພື່ອເຮັດໃຫ້ປະເທດຊາດ-ສັງຄົມ ມີຄວາມສະຫງົບປອດໄພ.

* ຄ້ອງໃໝ່

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top