ເສີມຂະຫຍາຍທາດແທ້ມູນເຊື້ອ ແລະ ມູນມໍລະດົກອັນລ້ຳຄ່າແຫ່ງສາຍສຳພັນສູ້ຮົບໃນໄລຍະໃໝ່ຂອງຖັນແຖວກຳລັງປະກອບອາວຸດກອງທັບປະຊາຊົນລາວກັັບກອງທັບປະຊາຊົນຫວຽດນາມອ້າຍນ້ອງໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ"

19/09/2022 11:31
Email Print 31785
ຂປລ ໝາກຜົນແຫ່ງໄຊຊະນະ, ມູນເຊື້ອນ້ຳໃຈແຫ່ງຄວາມສາມັກຄີສາມັກຄີແບບພິເສດ ແລະ ມິດຕະພາບອັນຍິ່ງ ໃຫຍ່ຂອງສອງຊາດລາວ-ຫວຽດນາມ ໄດ້ຜ່ານໄລຍະແຫ່ງ ປະຫວັດສາດ ອັນລະອິດລະອ້ຽວ.

(ເນື່ອງໃນໂອກາດປີສາມັກມິດຕະພາບລາວ-ຫວຽດນາມ, ຫວຽດນາມລາວ ປີ2022)

 
ໝາກຜົນແຫ່ງໄຊຊະນະ, ມູນເຊື້ອນ້ຳໃຈແຫ່ງຄວາມສາມັກຄີສາມັກຄີແບບພິເສດ ແລະ ມິດຕະພາບອັນຍິ່ງໃຫຍ່ ຂອງສອງຊາດລາວ-ຫວຽດນາມ ໄດ້ຜ່ານໄລຍະແຫ່ງ ປະຫວັດສາດ ອັນລະອິດລະອ້ຽວ, ໃນນັ້ນສິ່ງທີ່ເປັນປັດໄຈ ຕັດສິນເດັດຂາດ ໃຫ້ ແກ່ການປະຕິວັດຊາດນັ້ນ ແມ່ນການນຳໃຊ້ ກຳລັງປະກອບອາວຸດ ທີ່ເຂັ້ມແຂງທີ່ເປັນອາວຸດ ອັນແຫຼມຄົມຂອງພັກ ກໍຄືກັບກຳລັງປະກອບອາວຸດ ຂອງກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຫວຽດນາມ ທີ່ມີຈຸດກຳເນີດເຕີບໃຫຍ່ ບົນແປວໄຟ ແຫ່ງສົງຄາມປົດປ່ອຍຊາດ.


 
ນ້ຳໃຈສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຫວຽດນາມອ້າຍນ້ອງ ແມ່ນສັນຍະລັກທີ່ມີຊີວິດຊີວາ ຢູ່ໃນການພົວພັນແບບພິເສດ ລາວ-ຫວຽດນາມ, ສຳພັນສາມັກຄີ ສູ້ຮົບຮ່ວມກັບບັນດາກົມກອງ ທະ ຫານອາສາສະໝັກ ຫວຽດນາມໄດ້ປະກອບ ສ່ວນເຂົ້າ ໃນທຸກໄຊຊະນະ ທຸກດ້ານຂອງພາລະກິດ ປົດປ່ອຍຊາດ, ບັນດາພະນັກງານນັກຮົບ ແລະ ຊ່ຽວຊານການທະຫານຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ສູ້ຮົບ ຮ່ວມກັບກອງທັບ ແລະ ປະຊາຊົນລາວ ຢ່າງ ເນື່ອງນິດລຽນຕິດ, ໃກ້ຊິດຕິດແທດກັບໜ້າທີ່ວຽກງານ, ອາດຫານຊານໄຊ ໃນການ ສູ້ຮົບຢູ່ທຸກສະໜາມຮົບ.


ຕະຫຼອດໄລຍະແຫ່ງການເຕີບໃຫຍ່ສູ້ຮົບມີໄຊຂອງສອງກອງທັບລາວ-ຫວຽດນາມອ້າຍນ້ອງ ໄດ້ຜ່ານບົດທົດສອບນາໆປະການ ບໍ່ວ່າຈະຢູ່ໃນໄລຍະແຫ່ງການ ຕໍ່ສູ້ປົດປ່ອຍຊາດ ກໍຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ຕົ້ນກຳເນີດ ຂອງການຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ໃນໄລຍະທຳອິດ ພາຍໃຕ້ການນຳພາ ຂອງພັກຄອມມູນິດອິນດູຈີນ ໃນການຕໍ່ສູ້ຕ້ານການຮຸກຮານ ຂອງລ່າເມືອງຂຶ້ນຝຣັ່ງ ໃນໄລຍະປີ 1930-1945 ໂດຍອີງໃສ່ທີ່ຕັ້ງພູມີ ສາດ-ຍຸດທະສາດ ແລະ ຍ້ອນເຫັນຊ່ອງທາງ ກູ້ຊາດທີ່ຖືກຕ້ອງ,ປະທານ ໂຮ່ຈີ່ມິງ ຜູ້ທີ່ໄດ້ນຳເອົາພາລະກິດ ການຕໍ່ສູ້ຂອງຫວຽດນາມ-ລາວ ປະສານກັນ ແລະ ອາໄສເຊິ່ງກັນ ແລະ ກັນ, ການປະຕິວັດລາວ ແລະ ຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ກັນ ດ້ວຍຄວາມສະໝັກໃຈ ແບ່ງ ປັນກຳລັງໄຟນຳກັນ, ກ້າວສູ່ສະໜາມຮົບອັນດຽວ, ສັດຕູຕົວດຽວກັນ ສຳພັນສູ້ຮົບ ໃນຂຸມຄອງດຽວກັນ ຢ່າງແໜ້ນແຟ້ນ, ຮ່ວມກັນປະຈັນບານ ໃນທຸກສະໜາມຮົບ ແບ່ງສຸກແບ່ງທຸກນຳກັນ ບົນມານາຈິດທີ່ວ່າ "ເຂົາເມັດຫັກ ຜັກເສັ້ນດຽວ ກໍບິແບ່ງ ກັນ" ໄຊຊະນະອັນຍິ່ງໃຫຍ່ ຂອງບັ້ນຮົບດຽນບຽນຟູນັ້ນ ແມ່ນສິ່ງມະຫັດສະຈັນ ເປັນປະຫວັດສາດຄັ້ງທຳອິດ ຂອງການຮ່ວມມື ສຳພັນສູ້ຮົບແບບພິເສດ ລະ ຫວ່າງສອງຊາດ ລາວ-ຫວຽດນາມ. ການຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ໃນໄລຍະຕ້ານ ພວກລ່າເມືອງຂຶ້ນ, ຈັກກະພັດຜູ້ຮຸກຮານ ໄລຍະປີ 1945-1975. ຄວາມສາມັກຄີ ຂອງສອງກອງທັບ ແລະ ປະຊາຊົນສອງປະເທດ ຍິ່ງເພີ່ມທະວີຄູນຂຶ້ນເລື້ອຍໆ. ບົນຈິດໃຈຊ່ວຍເພື່ອນ ກໍຄືຊ່ວຍ ຕົວເອງລາວ-ຫວຽດນາມ ໄດ້ສືບຕໍ່ເພີ່ມທະວີ ຮ່ວມ ສຳພັນຕໍ່ສູ້ ຕ້ານສົງຄາມພິເສດ ແລະ ສົງຄາມເພີ່ມທະວີ ຂອງຈັກກະພັດອາເມລິກາ ແລະ ລູກແຫຼ້ງຕີນມື ຢູ່ຫຼາຍບັ້ນຮົບ ເປັນຕົ້ນບັ້ນຮົບກູ້ກຽດ, ບັ້ນຮົບທະນົງກຽດ, ບັ້ນຮົບພູກູດ, ບັ້ນຮົບສາມສອນ, ບັ້ນຮົບສອນໄຊ, ບັ້ນຮົບລາມເຊິນ 719 ແລະ ອື່ນໆ. ໄຊຊະນະ ຂອງແຕ່ລະບັ້ນຮົບ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງ ເຖິງການເປັນຈິດໜຶ່ງໃຈດຽວ ຂອງສອງກອງທັບ ແລະ ປະຊາຊົນລາວ-ຫວຽດນາມ ອ້າຍນ້ອງດັ່ງປະທານ ໄກສອນ ພົມວິຫານ ໃຫ້ທັດສະນະວ່າ:" ຜົນສໍາເລັດທຸກດ້ານ ຂອງການປະ ຕິວັລາວ ລ້ວນແຕ່ມີ ການປະ ກອບສ່ວນ ຈາກການປະຕິວັດ ຫວຽດນາມ ຢູ່ສະໜາມຮົບ ຂອງປະເທດຊາດ ທີ່ແສນຮັກ ແລະ ຫວງແຫນ ຂອງພວກຂ້າພະເຈົ້າ ລ້ວນແຕ່ມີຢາດເລືອດສີແດງ ຂອງບັນດານັກຮົບສາກົນ ຫວຽດນາມເຈືອຈານ ກັບຢາດ ເລືອດຂອງພະນັກງານ ນັກຮົບ ແລະ ປະຊາຊົນລາວ ບັນດາເຜົ່າ"ກ້າວ ສູ້ໄລຍະ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນເຖິງວ່າ ສະພາບການຂອງໂລກ ແລະ ພາກພື້ນ ບັນນັບມື້ຜັນແປໄປ ຢ່າງສະຫຼັບຊັບຊ້ອນ ແລະ ສິ່ງ ທ້າທາຍຫຼາຍຢ່າງ ບັນດາອິດທິ ກຳລັງປໍລະປັກພວມສຸມທຸກກຳ ລັງແຮງເພື່ອຕ້ານ ແລະ ຫວັງທຳລາຍໝາກຜົນ ຂອງການປະຕິວັດ ຂອງແຕ່ລະປະເທດ ກໍຄືແບ່ງແຍກຄວາມສາມັກຄີ, ມິດຕະພາບ ຫວຽດນາມ-ລາວ, ແຕ່ດ້ວຍນ້ຳໃຈ ແລະ ມູນເຊື້ອແຫ່ງ ຄວາມສາມັກຄີ ຮ່ວມສຳພັນສູ້ຮົບ ທີ່ມີມາຍາວນານນັ້ນ, ກອງທັບ ລາວ-ຫວຽດນາມ ໄດ້ສືບຕໍ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບໍ່ວ່າຈະຢູ່ໃນສະ ຖານະການໃດ, ໃນເງື່ອນໄຂທີ່ຫຍຸ້ງຍາກ, ສຸກ ຫຼື ທຸກທັງສອງຝ່າຍ ລ້ວນແຕ່ແບ່ງປັນໃຫ້ແກ່ກັນ ເຊິ່ງນັບມື້ຍິ່ງ ໄດ້ຮັບການເຊີດຊູປັບປຸງ ຂະຫຍາຍຢ່າງຮອບດ້ານ, ໄດ້ຍົກສູງສ້າງຄວາມ ເຊື່ອໝັ້ນ ແລະ ບໍລິສຸດຕໍ່ກັນ ຂອງການຮ່ວມມືທຸກ ດ້ານ ນັບທັງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ບໍ່ວ່າຈະ ດ້ານການເມືອງ, ການທະຫານ, ພາລາທິການ ແລະ ເຕັກນິກ, ການກໍ່ ສ້າງພະນັກງາມ, ການຊ່ວຍເຫຼືອດ້ານຕ່າງໆ ທັງໝັດນີ້ ເປັນການປະກອບສ່ວນຢ່າງຕັ້ງໜ້າ ໃນການພັດທະນາກອງທັບ ຂອງແຕ່ລະປະເທດ ເພື່ອເປັນການ ຍົກລະດັບ ທີ່ຕັ້ງພາລະບົດບາດ ຂອງກອງທັບຂອງສອງ ປະເທດ ອອກສູ່ເວທີພາກພື້ນ ແລະ ສາກົນ, ມັນໄດ້ຕິດພັນກັບການ ສ້າງກອງທັບຕາມທິດນຳ ກໍ່ ສ້າງໃຫ້ເປັນກອງທັບປະຕິວັດ ທີ່ມີແບບແຜນທັນສະໄໝ.


 
ວິລະກຳອັນລ້ຳເລີດ, ໝາກຜົນແຫ່ງໄຊຊະນະທີ່ສອງກອງທັບ ລາວ-ຫວຽດນາມ ຍາດມາໄດ້ໃນພາລະກິດ ຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືພາລະກິດປ່ຽນແປງໃໝ່ ໄດ້ກາຍເປັນແວ່ນແຍງ ອັນໃສແຈ້ງ ແລະ ກາຍເປັນມູນມໍລະດົກ ອັນລ້ຳຄ່າ ທີ່ເປັນ ຫຼັກ ຖານຢັ້ງຢືນ ໃຫ້ຊາວໂລກຮັບຮູ້ ເຖິງ ນ້ຳໃຈຄວາມສາມັກຄີ ແບບພິເສດ ແລະ ມິດຕະພາບອັນຍິ່ງໃຫຍ່ ລະຫວ່າງສອງຊາດ ລາວ-ຫວຽດນາມ, ເປັນການເຮັດໃຫ້ ພະນັກງານນັກຮົບ ສອງກອງທັບ ໄດ້ສືບທອດຮຽນຮູ້ ເຖິງນໍ້າໃຈຄວາມສາມັກຄີ ຮ່ວມ ສຳພັນສູ້ຮົບ, ຄວາມອົງອາດກ້າຫານ ແລະ ການເສຍສະລະຊີວິດ ເພື່ອປະ ເທດຊາດ, ເພື່ອປະຊາຊົນ ນ້ຳໃຈແຫ່ງຄວາມເປັນມິດແທ້ ຖານສະຫາຍອ້າຍນ້ອງ ດັ່ງໃນບົດເພງປະຕິວັດຫວຽດນາມ "TRƯỜNG SƠN ĐỒNG TRƯỜNG SƠN TÂY" ສອງ ເປິ້ນພູຫຼວງ ກໍຄືສອງຊາດລາວຫວຽດນາມ ທີ່ພ້ອມກັນອີງຫຼັງໃສ່ ສາຍພູຫຼວງທີ່ສູງສະຫງ່າ ທີ່ບໍ່ສາມາດ ຕັດແຍກອອກຈາກກັນໄດ້.

ສັງລວມແລ້ວມູນເຊື້ອແຫ່ງສາຍສຳພັນຮ່ວມສູ້ຮົບລະຫວ່າງສອງກອງທັບ ລາວ ແລະຫວຽດນາມ ອ້າຍນ້ອງນັ້ນ ບໍ່ແມ່ນເກີດຂຶ້ນໂດຍບັງເອີນ, ແຕ່ຫາກເກີດຂຶ້ນ ໂດຍຜ່ານການທົດສອບ ແຫ່ງແປວໄຟ ຂອງສົງຄາມແຫ່ງການຕໍ່ສູ້ ອັນດຸເດືອດຂ້ຽວຂາດ ທີ່ ສຸດ, ເກີດຈາກເລືອດເນື້ອ ແລະ ຢາດ ນ້ຳຕາ ແຫ່ງຄວາມເສຍສະລະ ບໍ່ຈັກວ່າເທົ່າໃດຮຸ່ນຄົນ, ເປັນຄວາມຮັກແພງ ອັນດູດດື່ມບໍລິສຸດຜ່ອງໃສ ທີ່ຫາໄດ້ຍາກໃນໂລກນີ້ ມີໜຶ່ງບໍ່ມີສອງບົນຈິດໃຈ ສະຫາຍອ້າຍນ້ອງ ໄດ້ກາຍເປັນມູນເຊື້ອ ອັນດີງາມເຊິ່ງນັບ ມື້ ຍິ່ງໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ຢ່າງມີຄຸນນະພາບ, ກ້າວເຂົ້າສູ່ລວງເລິກ, ສອງກອງທັບສາມາດ ໄດ້ເຮັດສຳເລັດໜ້າທີ່ ປົກປັກຮັກສາອຳນາດອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນຂອງຊາດ ໃຫ້ໝັ້ນຄົງ ແລະ ສິດຜົນປະ ໂຫຍດ ຄວາມຮັ່ງມີຜາສຸກ ຂອງປະຊາຊົນສອງຊາດ ນັບມື້ຍິ່ງຮ່ວມກັນພັດທະນາ ສອງກອງທັບ ໃຫ້ເປັນກອງທັບທີ່ ເຂັ້ມແຂງ, ເປັນກອງທັບປະຕິວັດ ທີ່ມີແບບແບບທັນສະໄໝຍິ່ງໆຂຶ້ນ.

ໂດຍ: ທິບພະວົງ ສຸມາວັດ


KPL

ຂ່າວອື່ນໆ

ads
ads

Top