ຈີນ-ຫວຽດນາມ ຈັດກອງປະຊຸມລະດັບລັດຖະມົນຕີຄັ້ງທຳອິດກົນໄກການສົນທະນາຍຸດທະສາດ 3+3
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ: ວັນທີ 16 ມີນານີ້, ກອງປະຊຸມລະດັບ ລັດຖະມົນຕີ ຄັ້ງທຳອິດຂອງ ກົນໄກການສົນທະນາ ຍຸດທະສາດ “3+3” ໃນດ້ານການ ຕ່າງປະເທດ, ການປ້ອງກັນ ປະເທດ ແລະ ການປ້ອງກັນຄວາມສະຫງົບ ລະຫວ່າງຈີນ-ຫວຽດນາມ ໄດ້ຈັດຂຶ້ນຢູ່ນະຄອນຫລວງ ຮ່າໂນ້ຍ ຂອງຫວຽດນາມ.
ສອງຝ່າຍໄດ້ປຶກສາຫາລື ພາຍໃຕ້ຫົວຂໍ້ “ການປະສານງານ ການພັດທະນາ ແລະ ຄວາມໝັ້ນຄົງ, ເດີນຕາມເສັ້ນທາງ ສັງຄົມນິຍົມໃຫ້ດີ, ຮ່ວມຮັບມືກັບ ສິ່ງທ້າທາຍຮ່ວມກັນ”, ສຸມໃສ່ການແລກປ່ຽນ ຄວາມເຫັນຢ່າງເລິກເຊິ່ງ ກ່ຽວກັບການປ່ຽນແປງ ຂອງສະຖານະການສາກົນ, ການປົກປ້ອງ ຄວາມໝັ້ນຄົງ ດ້ານການເມືອງ, ການຮ່ວມມື ດ້ານວຽກງານ ປ້ອງກັນ ປະເທດ ແລະ ການບັງຄັບໃຊ້ກົດໝາຍ ແລະ ຫົວຂໍ້ສຳຄັນອື່ນໆ, ໄດ້ບັນລຸຄວາມເຫັນ ທີ່ເປັນເອກະພາບກັນຢ່າງກວ້າງຂວາງ.
ສອງຝ່າຍໄດ້ເຫັນ ເປັນເອກະພາບກັນວ່າ: ຈະຈັດກອງປະຊຸມ ລະດັບລັດຖະມົນຕີ ຄັ້ງທີ 2 ຂອງກົນໄກການສົນທະນາ ຍຸດທະສາດ “3+3” ຢູ່ຈີນ, ລົງເລິກການແລກປ່ຽນກັນ ດ້ານການຕ່າງປະເທດ, ການປ້ອງກັນປະເທດ ແລະການປ້ອງກັນ ຄວາມສະຫງົບ.
ໃນໄລຍະຈັດກອງປະຊຸມນີ້ ຍັງຈະຈັດກອງປະຊຸມ ລະດັບ ລັດຖະມົນຕີຄັ້ງທີ 9 ກ່ຽວກັບການຮ່ວມມື ປາບປາມການກໍ່ອາຊະຍາກຳ ລະຫວ່າງກະຊວງ ປ້ອງກັນ ຄວາມສະ ຫງົບຈີນ-ຫວຽດນາມ ແລະ ກິດຈະກຳການແລກປ່ຽນ ໄມຕີຈິດຄັ້ງທີ 10 ກ່ຽວກັບການ ປ້ອງກັນປະເທດ ຕາມຊາຍແດນ.
