ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າພຣະບໍຣົມລາຊິນີ ແຫ່ງລາຊະອານາຈັກໄທ ເດີນທາງເຖິງ ນວ

17/03/2026 10:22
Email Print 83
KPL - Asean 2024 ໃນຕອນແລງວັນທີ 16 ມີນາ 2026 ນີ້, ພະບາດສົມເດັດພຣະວະຊິຣະເກ້ົາເຈ້ົາຢູ່ຫົວ ແລະ ສົມເດັດພະນາງເຈົ້າພຣະບໍຣົມລາຊິນີ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍຄະນະໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ ເພື່ອດໍາ ເນີນການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ແຕ່ວັນທີ 16-18 ມີນາ 2026.

      ຂປລ.  ພິທີຕ້ອນຮັບຢູ່ສະໜາມບິນ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມ ກຽດໂດຍການອອກຕ້ອນຮັບຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນ ສູງຂອງ ສປປ ລາວ, ລວມທັງ ພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍ ລາວ ແລະ ຝ່າຍໄທ.

      ການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ໃນຄັ້ງນີ້, ແມ່ນຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຮັດແໜ້ນການພົວພັນຮ່ວມມືທີ່ມີມູນເຊື້ອອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ. ການເຄື່ອນໄຫວສຳຄັນຂອງພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າພຣະບໍຣົມຣາຊິນີ ແຫ່ງລາຊະອານາຈັກໄທຄັ້ງນີ້ ນອກຈາກການພົບປະກັບການນຳຂັ້ນສູງຂອງ ສປປ ລາວ ແລ້ວ, ຍັງຈະສະເດັດຢ້ຽມຢາມສູນພັດທະນາ ແລະ ບໍລິການດ້ານກະສິກໍາຫ້ວຍຊອນ-ຫ້ວຍຊົ້ວ, ຢ້ຽມຊົມຕໍານັກຜ້າໄໝລາວບູຮານ ແລະ ພິພິທະພັນພະທາດຫລວງວຽງຈັນອີກດ້ວຍ.

ພາບ: ເກດສະໜາ

KPL