ລັດຖະບານ ໃຫ້ປະຕິບັດມາດຕາການສຸກເສີນໄລຍະນໍ້າມັນແພງ ແລະ ອາດຈະຂາດແຄນບາງໄລຍະ
ຂປລ. ສະນັ້ນ, ເພື່ອແກ້ໄຂບັນຫາສະເພາະໜ້າ ນາຍົກລັດຖະມົນຕີ ໄດ້ອອກຄໍາສັ່ງໃຫ້ບັນດາກະຊວງ, ອົງການທຽບເທົ່າ ເພີ່ມທະວີຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດາມາດຕະການສຸກເສີນ ແລະ ສະເພາະໜ້າຂອງລັດຖະບານເປັນຕົ້ນໃຫ້ດໍາເນີນມາດຕະການປະຢັດ, ຫລຸດຜ່ອນ ການຈັດກອງປະຊຸມທີ່ໄດ້ເດີນທາງໄປທ້ອງຖິ່ນ, ຫັນມາປະຊຸມແບບທາງໄກຫລາຍຂຶ້ນ; ໃຫ້ສັບປ່ຽນໝູນວຽນກັນມາປະຈຳການສໍາລັບພະນັກງານທົ່ວໄປ ຕາມເງື່ອນໄຂຂອງກົມກອງເພ່ືອຫລຸດຜ່ອນພາລະການນໍາໃຊ້ນໍ້າມັນຂອງພະ ນັກງານ-ລັດຖະກອນ ໂດຍກໍານົດໜ້າວຽກ ແລະ ຕົວຊີ້ວັດຕໍ່ຜົນສໍາເລັດຂອງການເຮັດວຽກທາງໄກ, ພ້ອມທັງຕິດຕາມກວດກາຢ່າງເປັນປົກກະຕິ.
![]()
ພ້ອມນີ້, ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການສົມ ທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ, ຄະນະກຳມະການປົກຄອງທ້ອງຖິ່ນ ແລະ ພາກສ່ວນ ຕ່າງໆກວດກາຄືນບັນດາບໍລິສັດ ນໍາເຂົ້ານໍ້າມັນເຊື້ອໄຟ, ປໍ້າຈໍາໜ່າຍນໍ້າມັນເຊື້ອໄຟຖ້າມີປະກົດການລະເມີດ ຫລື ດໍາເນີນການບໍ່ສອດຄ່ອງ ແມ່ນໃຫ້ນໍາໃຊ້ມາດຕະການເດັດຂາດ ກ້າວໄປເຖິງການດັດສົມໃຫ້ສອດຄ່ອງກັບດຳລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ; ສົມທົບກັບກະຊວງໂຍທາທິການ ແລະ ການຂົນສົ່ງກຳນົດໂຄງປະກອບລາຄາຄ່າຂົນສົ່ງ ສຳລັບຂະແໜງບໍລິການບຸລິມະສິດ ເພື່ອຄວບຄຸມລາຄາຄ່າບໍລິການຂົນສົ່ງ ແລະ ໃຫ້ຄົ້ນຄວ້າມາດຕະການສົ່ງເສີມບັນດາບໍລິສັດໃຫ້ນໍາໃຊ້ລົດຂົນສົ່ງໄຟຟ້າໃຫ້ກວມ 10% ຂຶ້ນໄປ ຂອງພາຫະນະຂົນສົ່ງທັງໝົດໃນປີ 2026, ໃຫ້ບັນດາບໍລິສັດກ່ຽວຂ້ອງ ມີແຜນການກະກຽມ ແລະ ເລີ່ມຈັດຕັ້ງປະຕິບັດ; ໃຫ້ເອົາໃຈໃສ່ຕິດຕາມກວດກາຢ່າງໃກ້ຊິດເປົ້າໝາຍທີ່ສວຍໂອກາດຂຶ້ນລາຄາສິນຄ້າເກີນເຫດ ທີ່ຈະພາໃຫ້ເກີດບັນຫາເງິນເຟີ້ສູງຕາມມາ, ພ້ອມທັງເອົາໃຈໃສ່ດັດສົມຫົວໜ່ວຍນໍາເຂົ້າສິນຄ້າໃຫ້ເປັນຮູບປະທຳ; ຄຸ້ມຄອງລາຄາສິນຄ້າກະສິກຳເປັນຕ້ົນລາຄາເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກຕ່າງໆໃຫ້ຢູ່ໃນສະພາບປົກກະຕິ, ບໍ່ໃຫ້ເໜັງຕີງຫລາຍ, ພ້ອມທັງສືບຕ່ໍປຸກລະດົມໃຫ້ມີການຜະລິດ ແລະ ການຊື້-ການຂາຍຢູ່ພາຍໃນປະເທດໃຫ້ຫລາຍຂ້ຶນ ເພ່ືອເປັນການສົ່ງເສີມຜະລິດຕະພັນພາຍໃນໃຫ້ແຂງແຮງ.
ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າການສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ, ຄະນະກຳມະການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆສົມທົບກັບອົງການປົກຄອງນະຄອນຫລວງວຽງຈັນ ຄົ້ນຄວ້າເຊື່ອມຕໍ່ໂຄງການລົດ BRT ໃຫ້ ເຂົ້າເຖິງສະຖານີລົດໄຟ ແລະ ສະ ໜາມບິນໂດຍກຳນົດຈຸດດັ່ງກ່າວເປັນບ່ອນຂຶ້ນ-ລົງລົດ ເພື່ອຫລຸດຜ່ອນການແອອັດຂອງລົດໄປຮັບ- ໄປສ່ົງຜູ້ໂດຍສານ, ໃຫ້ລົດນໍາໃຊ້ໂດຍສານສາທາລະນະ ໂດຍສະເພາະແມ່ນລົດຂົນສົ່ງ BRT ໃຫ້ຫລາຍຂຶ້ນ, ສະຖານທີ່ຈອດລົດທ່ີແອອັດ ແມ່ນໃຫ້ສິດລົດໄຟຟ້າ ໃນການຈອດກ່ອນລົດທີ່ນໍາໃຊ້ນໍ້າມັນເຊື້ອໄຟ; ໃຫ້ຄົ້ນຄວ້າ, ປັບປຸງ, ຄ່າທໍານຽມ ແລະ ຄ່າບໍລິການຕາມລັດຖະບັນຍັດ ສະບັບເລກທີ 002/ ປປທ ທີ່ຕິດພັນກັບຂະບວນການຂຶ້ນທະບຽນ ແລະ ຂົນສົ່ງທາງບົກ, ໃຫ້ຫລຸດຄ່າທໍານຽມ ແລະ ຄ່າບໍລິ ການຂອງຍານພາຫະນະໄຟຟ້າລົງ 30% ໂດຍເພີ່ມ 30% ຂອງຄ່າທໍາ ນຽມ ແລະ ຄ່າບໍລິການດັ່ງກ່າວ, ກັບ ຍານພາຫະນະທີ່ນໍາໃຊ້ນໍ້າມັນເຊື້ອໄຟ. ນອກຈາກນັ້ນ, ໃຫ້ຄົ້ນຄວ້ານະ ໂຍບາຍຄ່າບໍລິການຈອດລົດຕາມແຄມທາງ ແລະ ນອກເສັ້ນທາງສໍາລັບຍານພາຫະນະໄຟຟ້າຢ່າງເໝາະສົມ; ໃຫ້ສົມທົບກັບຄະນະກຳມະ ການປົກຄອງນະຄອນຫລວງວຽງຈັນ, ບັນດາແຂວງຂຶ້ນແຜນຄວາມຕ້ອງການນໍາໃຊ້ນໍ້າມັນເຊື້ອໄຟຂອງບັນດາບໍລິສັດກໍ່ສ້າງພື້ນຖານໂຄງລ່າງໃຫ້ຮູ້ຈໍານວນ ແລະ ປະເພດນໍ້າມັນເຊື້ອໄຟລະອຽດເພື່ອຄົ້ນຄວ້າດຸ່ນດ່ຽງໃຫ້ໂຄງການໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ.
ໃຫ້ກະຊວງການເງິນເປັນເຈົ້າການສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ, ຄະນະກຳມະການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ຄົ້ນຄວ້າປັບປຸງອັດຕາອາກອນຊົມໃຊ້ (ອກຊ) ສໍາລັບພາຫະນະທີ່ນໍາໃຊ້ນໍ້າມັນເຊື້ອໄຟໂດຍປັບປຸງເພີ່ມອັດຕາອາກອນຊົມໃຊ້ຂຶ້ນຕາມຄວາມເໝາະສົມ ຂອງທຸກປະເພດພາຫະນະທີ່ນໍາໃຊ້ນໍາມັນເຊື້ອໄຟ ເພື່ອຊຸກຍູ້ໃຫ້ປະຊາຊົນຫັນມານໍາໃຊ້ລົດໄຟຟ້າ; ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຫັນປ່ຽນການນໍາໃຊ້ລົດບໍລິຫານລັດທີ່ນໍາໃຊ້ນໍ້າມັນເຊື້ອໄຟມາເປັນລົດທີ່ນໍາໃຊ້ພະລັງງານໄຟຟ້າ ຫລື ພະລັງງານທົດແທນ, ພ້ອມທັງຈຳກັດການຊື້ພາຫະນະທີ່ນໍາໃຊ້ນໍ້າມັນເຊື້ອໄຟ ທີ່ບໍ່ຈໍາເປັນມາຮັບໃຊ້ວຽກບໍລິຫານເພື່ອເປັນແບບຢ່າງ ແລະ ຫລຸດຜ່ອນງົບປະມານເບີກຈ່າຍຄ່ານໍ້າມັນເຊື້ອໄຟໃນໄລຍະຍາວ.
ໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນເຈົ້າການສົມທົບກັບຂະແໜງການກ່ຽວຂ້ອງສົ່ງເສີມຊາວກະສິກອນ ແລະ ວິສາຫະກິດຫັນມາໃຊ້ພະລັງງານທົດແທນເຊ່ັນ: ພະລັງງານແສງຕາເວັນ, ພະລັງງານລົມ, ພະລັງງານຊີວະພາບ ແລະ ຮີບຮ້ອນປັບປຸງຂະຫຍາຍລະບົບຊົນລະປະທານນ້ໍາໄຫລເອງໃຫ້ມີປະສິດທິພາບ ເພື່ອຫລຸດຜ່ອນການໃຊ້ນໍ້າມັນເຊື້ອໄຟໃນການສູບນໍ້າ; ໃຫ້ສົມທົບກັບທະນາຄານແຫ່ງ ສປປ ລາວ, ຄົ້ນຄວ້າມາດຕະການສະໜັບສະໜູນດ້ານການເງິນ ໃຫ້ສິນເຊື່ອດອກເບ້ຍຕໍ່າແກ່ຊາວກະສິກອນ ເພື່ອຊື້ປັດໄຈການຜະລິດ ແລະ ຫລຸດຜ່ອນຜົນກະທົບຈາກລາຄານໍ້າມັນເຊື້ອໄຟທີ່ເພີ່ມຂຶ້ນ. ຄົ້ນຄວ້າສ້າງຄັງສໍາຮອງສະບຽງອາຫານ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ໃນກໍລະນີທີ່ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນ ສົ່ງຜົນກະທົບຕໍ່ການຜະລິດ; ຄົ້ນຄວ້າ ນະໂຍບາຍການຫລຸດຜ່ອນພາສີ ຫລື ຍົກເວັ້ນພາສີນໍາເຂົ້າວັດຖຸດິບທີ່ນໍາມາຜະລິດຝຸ່ນ, ປຸ໋ຍ ແລະ ຫົວອາຫານສັດຊຶ່ງເປັນປັດໄຈການຜະລິດທີ່ສໍາຄັນເພື່ອນໍາມາຊຸກຍູ້ສົ່ງເສີມການຜະລິດຢູ່ພາຍໃນ.
ໃຫ້ທະນາຄານ ແຫ່ງ ສປປ ລາວ ເປັນເຈົ້າການສົມທົບກັບຂະແໜງການກ່ຽວຂ້ອງປະສານສົມທົບຢ່າງໃກ້ຊິດກັບບັນດາທະນາຄານທຸລະກິດສ້າງກົນໄກຈັດສັນ ແລະ ກະກຽມເງິນຕາຕ່າງປະເທດໃຫ້ແກ່ບໍລິສັດຜູ້ນໍາເຂ້ົານ້ໍາມັນເຊ້ືອໄຟ ທີ່ມີຕົວຕົນແທ້ໃຫ້ພຽງພໍ ແລະ ທັນສະພາບ.ຢ່າງໃດກໍຕາມ, ໃຫ້ຖືວິກິດໃຫ້ເປັນໂອກາດ ໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ເຊີດຊູຈິດໃຈຮັກຊາດ, ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕິດພັນກັບການສ້າງພື້ນຖານເສດຖະກິດເຊື່ອມໂຍງກັບເພື່ອນມິດ, ພາກພື້ນ ແລະ ສາກົນໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຂ່າວ: ທະນູທອງ
