ຢູເອອີ ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ຮັບມືກັບຄວາມໝັ້ນຄົງດ້ານພະລັງງານ
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ: ວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Bader Abdullah Almatrooshi ເອກອັກຄະລັດຖະທູດ ສະຫະນະຄອນ ເອເມເຣັດ ອາຣັບ (ຢູເອອີ)ປະຈຳ ຫວຽດນາມ.
ໂດຍທ່ານ ຟ້າມມິງຈິງ ສະເໜີໃຫ້ ທ່ານ Bader Abdullah Almatrooshi ໃຫ້ການສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຮີບເລັ່ງຊຸກຍູ້ ບັນດາເນື້ອໃນຮ່ວມມື, ໃນນັ້ນ ມີການຜັນຂະຫຍາຍ ສະໜອງນ້ຳມັນອາຍແກັສໃຫ້ ຫວຽດນາມ; ຫວຽດນາມ ປາດຖະໜາວ່າ ຈະໄດ້ຮັບປະລິມານ ນ້ຳມັນ ງວດທຳອິດຈາກ ຢູເອອີ ໃນໄວໆນີ້.
ສ່ວນທ່ານ Bader Abdullah Almatrooshi ໃຫ້ຮູ້ວ່າ: ໄດ້ຮັບຂໍ້ສະເໜີຈາກ ຫວຽດນາມ ແລະ ພວມແກ້ໄຂຂໍ້ສະເໜີກ່ຽວກັບ ການຜັນຂະຫຍາຍ ສະໜອງນ້ຳມັນອາຍແກັສ ໃຫ້ ຫວຽດນາມ ຕາມຄວາມຕ້ອງການ, ຮັບປະກັນ “ຄວາມປອດໄພ ແລະ ຖືກຕ້ອງຕາມກຳນົດເວລາ”; ພ້ອມທັງໃຫ້ຄຳໝັ້ນສັນຍາຢ່າງສູງ ຈະຜັນຂະຫຍາຍ ເພື່ອໜູນຊ່ວຍ ຫວຽດນາມ ຮັບມືກັບບັນດາ ສິ່ງທ້າທາຍກ່ຽວກັບ ຄວາມໝັ້ນຄົງ ດ້ານພະລັງງານ. ຊຸກຍູ້ບັນດາວິສາຫະກິດ ຂອງ ຢູເອອີ ລົງທຶນການເງິນ ເຂົ້າສູນການເງິນສາກົນຢູ່ ຫວຽດນາມ; ຫັນເປົ້າໝາຍ ການຄ້າສອງຝ່າຍບັນລຸ 10 ຕື້ໂດລາສະຫະລັດ ໃຫ້ປະກົດຜົນເປັນຈິງ ໃນໄລຍະໄວທີ່ສຸດ ເທົ່າທີ່ໄວໄດ້.
ພ້ອມທັງໃຫ້ຮູ້ວ່າ ມີບັນດາມາດຕະການ ແກ້ໄຂເພື່ອສະໜັບສະໜູນ ການເຄື່ອນໄຫວ ຂອງເຮືອບິນຂົນສົ່ງສິນຄ້າ ຫວຽດນາມ, ຫລຸດຜ່ອນຄວາມຫຍຸ້ງຍາກ ດ້ານນ້ຳມັນ, ຊ່ວຍສິນຄ້າສືບຕໍ່ ຈະລາຈອນຢ່າງລຸລ່ວງ.
