ສ.ອາເມລິກາ-ຈີນ ເລີ່ມດຳເນີນການເຈລະຈາຮອບໃໝ່ກ່ຽວກັບການຄ້າ

17/03/2026 19:09
Email Print 83
KPL - Asean 2024 ທ່ານ He Lifeng ຮອງນາຍົກລັດຖະມົນຕີຈີນ ແລະ ທ່ານ Scott Bessent ລັດຖະມົນຕີ ການຕ່າງປະເທດ ສ.ອາເມລິກາ ພ້ອມກັບທ່ານ Jamieson Greer ຜູ້ຕາງໜ້າດ້ານການຄ້າ ສ.ອາເມລິກາ ໄດ້ເລີ່ມຕົ້ນການເຈລະຈາ ຮອບໃໝ່ຢູ່ນະຄອນຫລວງປາຣີ ຂອງຝຣັ່ງ ເພື່ອແນໃສ່ແກ້ໄຂບັນດາຂໍ້ຕິດຂັດ

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 15 ມີນາ, ທ່ານ He Lifeng ຮອງນາຍົກລັດຖະມົນຕີຈີນ ແລະ ທ່ານ Scott Bessent ລັດຖະມົນຕີ ການຕ່າງປະເທດ ສ.ອາ ເມລິກາ ພ້ອມກັບທ່ານ Jamieson Greer  ຜູ້ຕາງໜ້າດ້ານການຄ້າ ສ.ອາເມລິກາ ໄດ້ເລີ່ມຕົ້ນການເຈລະຈາ ຮອບໃໝ່ຢູ່ນະຄອນຫລວງປາຣີ ຂອງຝຣັ່ງ ເພື່ອແນໃສ່ ແກ້ໄຂບັນດາຂໍ້ຕິດຂັດ ໃນຂໍ້ຕົກລົງຢຸດຕິສົງຄາມ ດ້ານການຄ້າ ແລະ ກະກຽມໃຫ້ແກ່ ການຢ້ຽມຢາມຈີນ ຂອງທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ຄາດວ່າຈະດຳເນີນ ໃນທ້າຍເດືອນນີ້.

ການພົບປະໄດ້ດຳເນີນ ຢູ່ສຳນັກງານ ຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຢູ່ນະຄອນ ຫລວງປາຣີ ໄດ້ສຸມໃສ່ບາງບັນຫາ ເສດຖະກິດຫລັກແຫລ່ງ, ລວມມີ ການປັບປຸງ ພາສີອາກອນຂອງ ສ.ອາເມລິກາ ສຳລັບສິນຄ້າຈີນ, ແຫລ່ງສະໜອງດິນປະເສີດ ແລະ ແມ່ເຫລັກ ໂດຍຈີນຜະລິດໃຫ້ແກ່ ບັນດາວິສາຫະກິດ ສ.ອາເມລິ ກາ, ບັນດາມາດຕະການ ຄວບຄຸມການສົ່ງອອກ ເຕັກໂນໂລຊີ ສູງຂອງ ສ.ອາເມລິກາ ແລະ ເລື່ອງຈີນ ເພີ່ມການຊື້ຜະລິດ ຕະພັນກະເສດ ສ.ອາເມລິກາ.

ວົງການນັກວິໄຈຖືວ່າ ຄວາມສາມາດສອງປະເທດ ບັນລຸໄດ້ບາດກ້າວບຸກທະລຸໃຫຍ່ ໃນການເຈລະຈາ ຮອບນີ້ອາດສາມາດ ຖືກຈຳກັດ ຍ້ອນເວລາກະກຽມສັ້ນ ແລະ ວໍຊິງຕັນ ພວມສຸມໃສ່ເຂົ້າບັນດາ ການຜັນແປ ທີ່ເຄັ່ງຕຶງຢູ່ພາກຕາເວັນອອກກາງ.

ເປົ້າໝາຍໃນສະເພາະໜ້າ ຂອງສອງຝ່າຍ ແມ່ນຮັກສາ ການໂອ້ລົມສົນທະນາ, ຫລີກລຽງການແຕກແຫງ ແລະ ສະກັດກັ້ນຄວາມສ່ຽງ ເຮັດໃຫ້ຄວາມເຄັງຕຶ່ງ ທາງການຄ້າລະຫວ່າງ ສອງພື້ນຖານ ເສດຖະກິດໃຫຍ່ ທີ່ສຸດຂອງໂລກເພີ່ມຂຶ້ນ./.

KPL