ຈີນ ຈະດຳເນີນການຍົກລະດັບລະບົບນຳທາງດ້ວຍດາວທຽມ ເປີຍໂຕວ ຕາມວົງໂຄຈອນ

17/03/2026 19:07
Email Print 83
KPL - Asean 2024 ຫ້ອງການຄຸ້ມຄອງລະບົບນຳທາງດ້ວຍດາວທຽມ ຈີນ ແຈ້ງໃຫ້ຮູ້ວ່າ: ລະບົບນຳທາງດ້ວຍດາວທຽມ “ເປີຍໂຕວ” ຈະໄດ້ຮັບການຍົກລະດັບ ຕາມວົງໂຄຈອນໃນໄວໆນີ້ ໂດຍຈະປັບປຸງດາວທຽມ ບາງດວງໃຫ້ດີຂຶ້ນ ເພື່ອໃຫ້ບໍລິການທີ່ດີກວ່າເກົ່າ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ (CMG): ຫ້ອງ​ການ​ຄຸ້ມ​ຄອງ​ລະ​ບົບ​ນຳ​ທາງ​ດ້ວຍດາວ​ທຽມ ຈີນ​ ແຈ້ງ​ໃຫ້​ຮູ້​ວ່າ: ລະ​ບົບນຳ​​ທາງດ້ວຍດາວ​ທຽມ​​ “​ເປີຍ​ໂຕວ”​ ຈະ​ໄດ້​ຮັບ​ການ​ຍົກ​ລະ​ດັບ ຕາມ​ວົງ​ໂຄ​ຈອນ​ໃນ​ໄວໆ​ນີ້ ໂດຍ​ຈະ​ປັບ​ປຸງ​ດາວ​ທຽມ​ ບາງດວງ​ໃຫ້​ດີ​ຂຶ້ນ ເພື່ອ​ໃຫ້​ບໍ​ລິ​ການ​ທີ່​ດີ​ກວ່າ​ເກົ່າ. ໃນ​ໄລ​ຍະ​ການປັບປຸງນີ້, ​ການ​ທົດ​ສອບ​ຮ່ວມ​ກັນ ແລະ ການ​ຕິດ​ຕາມ​​ກວດ​ກາ ການ​ບໍ​ລິ​ການ​ຈະ​ໄດ້​ຮັບ​ການ ​ເສີມ​ສ້າງຢ່າງ​ຕໍ່​ເນື່ອງ ເພື່ອ​ຮັບ​ປະ​ກັນ ໃຫ້ຜູ້ຊົມ​ໃຊ້​ ໄດ້ຮັບ​​ປະ​ສົບ​ການ​ທີ່​ດີ​ຍິ່ງຂຶ້ນ.

ໃນ​ຖາ​ນະ​ທີ່​ເປັນ ​ລະ​ບົບ​ນຳ​ທາງ​ດ້ວຍດາວ​ທຽມ​ ທົ່ວ​ໂລກ​ທີ່​ມີການ ກໍ່​ສ້າງ​ສົມ​ບູນ​ແບບ, ມີ​ສະ​ມັດ​​ຖະ​ນະ​ທີ່​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ພາບ ​ທີ່​ດີ​ເດັ່ນ, ປັດ​ຈຸ​ບັນ, ລະ​ບົບ​ນຳ​ທາງ​ດ້ວຍດາວ​ທຽມ ເປີຍ​ໂຕວ​​ມີດາວ​ທຽມ 50 ດວງ, ດຳ​ເນີນ​ງານ​ ຢູ່​​ຕາມ​ວົງ​ໂຄ​ຈອນ, ຄວາມ​ຖືກ​ຕ້ອງ​ຊັດ​ເຈນ ​ຂອງ​ສັນ​ຍານ​ທາງ​​ພື້ນ​ທີ່​ ນ້ອຍກວ່າ 2 ແມັດ ແລະ ສາ​ມາດ​ໃຫ້​​ບໍ​ລິ​ການ​ກຳ​ນົດ​ ທີ່​ຕັ້ງ​ທີ່​ມີ​ຄວາມ​ຊັດ​ເຈນ ສູງ​ ໃນ​ຂອບ​ເຂດ 10 ແມັດ ​ແກ່​ລູກ​ຄ້າໃນ​ທົ່ວ​ໂລກ ເຊິ່ງ​ໄດ້​ເຊື່ອມ​ໂຍງ​ ເຂົ້າ​ໃນ​ການ​ພັດ​ທະ​ນາ​ ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ ​ຢ່າງ​ເລິກ​ເຊິ່ງ ແລະ ກາຍ​ເປັນ​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​ ທີ່​ກ້າວ​ໜ້າ​ເພື່ອ​ຮັບ​ໃຊ້​ຊີ​ວິດ​ ຂອງ​ປະ​ຊາ​ຊົນ.

KPL