ສີລັງກາ ເລີ່ມບັງຄັບໃຊ້ລະບົບຄີວອາຣໂຄດໃນການຈັດສັນນໍ້າມັນເຊື່ອໄຟ

17/03/2026 12:31
Email Print 83
KPL - Asean 2024 ກະຊວງພະລັງງານ ສີລັງກາ ຖະແຫລງໃນວັນທີ 15 ມີນາວ່າ: ສີລັງກາ ໄດ້ເລີ່ມບັງຄັບໃຊ້ ລະບົບຄີວອາຣໂຄດ (QR code)ໃນການຈັດສັນ ນໍ້າມັນເຊື້ອໄຟ ສຳລັບຍານພາຫະນະ ເພື່ອບໍລິຫານ ຈັດການ ປະລິມານສຳຮອງ ພະລັງງານທ່າມກາງ ພາວະຢຸດຈຶ້ງຕ່ອງໂສ້

ຂປລ.ສຳນັກຂ່າວ ອິນໂຟເຄວສ: ກະຊວງພະລັງງານ ສີລັງກາ ຖະແຫລງໃນວັນທີ 15 ມີນາວ່າ: ສີລັງກາ ໄດ້ເລີ່ມບັງຄັບໃຊ້ ລະບົບຄີວອາຣໂຄດ (QR code)ໃນການຈັດສັນ ນໍ້າມັນເຊື້ອໄຟ ສຳລັບຍານພາຫະນະ ເພື່ອບໍລິຫານ ຈັດການ ປະລິມານສຳຮອງ ພະລັງງານທ່າມກາງ ພາວະຢຸດຈຶ້ງຕ່ອງໂສ້ ເປັນຜົນເນື່ອງມາຈາກ ສະຖານະການ ຄວາມຂັດແຍ່ງ ໃນຕາເວັນອອກກາງ ທີ່ແກ່ຍາວ.

ໂດຍສະຖານີ ບໍລິການນໍ້າມັນ ຈະຢຸດຕິການເຕີມເຊື້ອໄຟ ໃຫ້ແກ່ຍານພາຫະນະ ທີ່ບໍ່ມີການລົງທະບຽນ ລະບົບຄີວອາຣໂຄດ ຢ່າງເປັນທາງການ. ພາຍໃຕ້ຂໍ້ກຳນົດ ໂຄຕ້ານໍ້າມັນ ລາຍອາທິດ ທີ່ປະກາດອອກມາ ພ້ອມກັບລະບົບດັ່ງກ່າວ  ລົດໂດຍສານ ປະຈຳທາງ ຈະໄດ້ຮັບໂຄຕ້າ 60 ລິດ; ລົດຈັກ 5 ລິດ; ສ່ວນບຸກຄົນ 15 ລິດ; ລົດຕູ້ 40 ລິດ; ລົດບັນ ທຸກ 200 ລິດ; ລົດແທັກເຕີ ແລະ ຍານພາຫະນະ ເພື່ອການກະສິກຳ 25 ລິດ; ລົດສາມລໍ້ 15 ລິດ; ຍານພາຫະນະສະເພາະກິດ 40 ລິດ ແລະ ລົດສີ່ລໍ້ຂະໜາດນ້ອຍ (Quadricycles) 5 ລິດ.

ໂດຍກະຊວງລະບຸວ່າ ການຢຸດຈຶ້ງຂອງເສັ້ນທາງ ຂົນສົ່ງເຊື້ອໄຟ ແລະ ຄວາມຕ້ອງການ ໃນປະເທດທີ່ເພີ່ມຂຶ້ນຢ່າງວອງໄວ  ເຮັດໃຫ້ກະຊວງຈຳເປັນຕ້ອງ ບໍລິຫານຈັດການເຊື້ອໄຟ ທີ່ມີຢູ່ຢ່າງລະມັດລະວັງ ເພື່ອໃຫ້ເສດຖະກິດຍັງດຳເນີນຕໍ່ໄປໄດ້.

KPL