ສ.ອາເມລິກາ ຈະນຳເອົານ້ຳມັນ 172 ລ້ານຖັງອອກຈາກສາງສຳຮອງເພື່ອຫລຸດລາຄາພະລັງງານລົງ
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ອຳນາດການປົກຄອງ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ແຈ້ງໃຫ້ຮູ້ວ່າ ຈະເອົານ້ຳມັນ 172 ລ້ານຖັງ ອອກຈາກສາງນ້ຳມັນ ສຳຮອງບໍ່ຍຸດທະສາດ (SPR) ເພື່ອແນໃສ່ຄວບຄຸມ ທ່ວງທ່າລາຄາພະລັງງານ ເພີ່ມຂຶ້ນຢ່າງແຮງ ໃນສະພາບການ ທີ່ການປະທະກັນກັບ ອີຣານ ໄດ້ເຮັດໃຫ້ ແຫລ່ງສະໜອງທົ່ວໂລກ ບໍ່ເປັນປົກກະຕິ. ການກະທຳຂອງ ສ.ອາເມລິກາ ຢູ່ໃນຄວາມມານະພະຍາຍາມສົມທົບກັບອົງການ ພະລັງງານສາກົນ (IEA) ເພື່ອແນໃສ່ຫລຸດຜ່ອນ ຜົນກະທົບຈາກ ການປະທະກັນ ຢູ່ຕາເວັນອອກກາງລົງ.
ຕາມກະຊວງພະລັງງານ ສ.ອາເມລິກາ, ປັດຈຸບັນ, ສາງນ້ຳມັນສຳຮອງ ຍຸດທະສາດຂອງປະເທດນີ້ ຍັງເຫລືອປະມານ 415 ລ້ານຖັງ, ເທົ່າກັບບໍ່ຮອດ 60% ຂອງກຳລັງການນຳໃຊ້. ໃນຂະນະນັ້ນ, ສ.ອາເມລິກາ ໄດ້ນຳໃຊ້ນ້ຳມັນປະມານ 20 ລ້ານຖັງ ຕໍ່ວັນ, ເກືອບເທົ່າກັບ ປະລິມານນ້ຳມັນ ທີ່ໄດ້ຂົນສົ່ງຜ່ານຊ່ອງແຄບ ທະເລຮໍມຸດ ເປັນປະຈຳ.
ກ່ອນໜ້ານັ້ນ, 32 ປະເທດ ສະມາຊິກຂອງ IEA ມີແຜນການ ນຳນ້ຳມັນຈຳນວນ 400 ລ້ານຖັງ ຈາກບັນດາສາງສຳຮອງສຸກເສີນ ອອກສູ່ຕະຫລາດ. ນີ້ໄດ້ຮັບຖືວ່າ ແມ່ນການເບີກຈ່າຍນ້ຳມັນ ແຮສາງອອກຄັ້ງໃຫຍ່ສຸດ ໃນປະຫວັດສາດ ຂອງອົງການນີ້.
