ຈີນ ຈະເລັ່ງນໍາເຂົ້າແກັສທຳມະຊາດ ຈາກຣັດເຊຍ ເພີ່ມຂຶ້ນ

14/03/2026 11:13
Email Print 83
KPL - Asean 2024 ຈີນ ສົ່ງສັນຍານວ່າ ຈະເລັ່ງນໍາເຂົ້າແກັສ ທຳມະຊາດແຫລວ ຈາກ ຮັດເຊຍ ເພີ່ມຫລາຍຂຶ້ນ, ໂດຍມີ ການລະບຸເຖິງ ໂຄງການ ທໍ່ສົ່ງແກັສໃໝ່ ສອງແຫ່ງ ໃນຮ່າງແຜນ ພັດທະນາ ເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນໄລຍະ 5 ປີ ສະບັບທີ 15 (2026-2030)

ຂປລ. ສຳນັກຂ່າວ ອິນໂຟເຄວສ: ຈີນ ສົ່ງສັນຍານວ່າ ຈະເລັ່ງນໍາເຂົ້າແກັສ ທຳມະຊາດແຫລວ ຈາກ ຮັດເຊຍ ເພີ່ມຫລາຍຂຶ້ນ, ໂດຍມີ ການລະບຸເຖິງ ໂຄງການ ທໍ່ສົ່ງແກັສໃໝ່ ສອງແຫ່ງ ໃນຮ່າງແຜນ ພັດທະນາ ເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນໄລຍະ 5 ປີ ສະບັບທີ 15 (2026-2030) ໃນຂະນະທີ່ ການປະທະກັນ ໃນຕາເວັນອອກກາງ ສົ່ງຜົນກະທົບ ຕໍ່ການຂົນສົ່ງແກັສ ທຳມະຊາດແຫລວ (LNG) ຜ່ານຊ່ອງແຄບຮໍມຸ ຊຶ່ງເປັນ ຈຸດຍຸດທະສາດ ສຳຄັນດ້ານພະລັງງານ.

ຮ່າງແຜນ ພັດທະນາ ໄດ້ສະເໜີຂຶ້ນ ຕໍ່ ສະພາປະຊາຊົນແຫ່ງຊາດ (NPC) ເມື່ອອາທິດຜ່ານມາ ໂດຍລະບຸວ່າ: ຈີນ ຈະເລັ່ງກຽມ ຄວາມພ້ອມ ສຳລັບ ໂຄງການ ທໍ່ສົ່ງແກັສ ທຳມະຊາດ ລະຫວ່າງ ຈີນ ກັບ ຣັດເຊຍ ຕາມເສັ້ນທາງພາກກາງ ໂດຍບໍ່ໄດ້ລະບຸຊື່ ໂຄງການຢ່າງເຈາະຈົງ. ປັດຈຸບັນ ຣັດເຊຍ ສົ່ງແກັສທຳມະຊາດ ໃຫ້ຈີນ  ຜ່ານທາງທໍ່ສົ່ງແກັສ ພາວເວີຣອອຟໄຊບີເຣຍ ຊຶ່ງເລີ່ມເປີດ ດຳເນີນການ ເມື່ອປີ 2019 ແລະ ສາມາດສົ່ງແກັສ ໄດ້ເຕັມກຳລັງ ການຜະລິດ ໃນເດືອນທັນວາ ປີ 2024, ໂດຍຣັດເຊຍ ເປັນຜູ້ຈັດຫາ ແກັສທຳມະຊາດແຫລວ ລາຍໃຫຍ່ ເປັນອັນດັບ 2 ຂອງ ຈີນ ຖັດຈາກ ກາຕາ./

KPL