ຂົວມິດຕະພາບແຫ່ງທີ 5 ອຳນວຍຄວາມສະດວກຫລາຍດ້ານໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ-ໄທ

10/03/2026 14:08
Email Print 83
KPL - Asean 2024 ຂປລ. ພາຍຫລັງໄດ້ເປີດຂົວມິດ ຕະພາບແຫ່ງທີ 5 ແຂວງບໍລິຄຳ ໄຊ-ບຶງການ ຢ່າງເປັນທາງການ ໃນທ້າຍປີ 2025 ຜ່ານມານີ້, ເຮັດ ໃຫ້ການໄປມາຫາສູ່ກັນລະຫວ່າງ ປະຊາຊົນສອງປະເທດລາວ-ໄທ, ການຂົນສົ່ງສິນຄ້າ, ການຈັດເກັບ ລາຍຮັບເຂົ້າງົບປະມານມີຄວາມ ສະດວກສະບາຍ.


ຂປລ. ພາຍຫລັງໄດ້ເປີດຂົວມິດ ຕະພາບແຫ່ງທີ 5 ແຂວງບໍລິຄຳ ໄຊ-ບຶງການ ຢ່າງເປັນທາງການ ໃນທ້າຍປີ 2025 ຜ່ານມານີ້, ເຮັດ ໃຫ້ການໄປມາຫາສູ່ກັນລະຫວ່າງ ປະຊາຊົນສອງປະເທດລາວ-ໄທ, ການຂົນສົ່ງສິນຄ້າ, ການຈັດເກັບ ລາຍຮັບເຂົ້າງົບປະມານມີຄວາມ ສະດວກສະບາຍ. ສິ່ງດັ່ງກ່າວ ໄດ້ ປະກອບສ່ວນໃນການພັດທະນາ ເສດຖະກິດ-ສັງຄົມຂອງປະເທດ ກໍຄື ແຂວງບໍລິຄຳໄຊ ໃຫ້ມີການ ຂະຫຍາຍຕົວດີຂຶ້ນກວ່າເກົ່າ. ທ່ານ ຄຳຫລ້າ ຫລວງແສງເພັດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບແຫ່ງທີ 5 ແຂວງ ບໍລິຄຳໄຊ-ບຶງການ ໃຫ້ສຳພາດຕໍ່ ນັກຂ່າວວ່າ: ຂົວມິດຕະພາບແມ່ນ ໄດ້ເປີດຢ່າງເປັນທາງການໃນວັນທີ 25 ທັນວາ 2025 ແລະ ໄດ້ເປີດໃຫ້ ບໍລິການໄປມາຫາສູ່, ຂົນສົ່ງເປັນທາງ ການໃນວັນທີິ 27 ເດືອນທັນວາ 2025. ຜ່ານການເປີດບໍລິການໃນ ໄລຍະ 2 ເດືອນຜ່ານມາຮອດປັດຈຸ ບັນນີ້, ເຫັນວ່າ ມີຫລາຍອັນມີຄວາມ ສະດວກສະບາຍຂຶ້ນ ໂດຍສະເພາະ ແມ່ນການຂົນສົ່ງ, ການໄປມາຫາສູ່ ລະຫວ່າງປະຊາຊົນສອງປະເທດ, ມີຫລາຍດ້ານໄດ້ເພີ່ມຂຶ້ນ ໂດຍສະເພາະແມ່ນວຽກງານຈັດເກັບລາຍ ຮັບເຂົ້າງົບປະມານທີ່ເກີດຂຶ້ນພາຍ ໃນດ່ານ ເປັນຕົ້ນແມ່ນວຽກງານ ພາສີ ຊຶ່ງໃນປີ 2026 ຂັ້ນເທິງໄດ້ ກຳນົດແຜນຈັດເກັບລາຍຮັບແມ່ນ 350 ຕື້ກີບ.



ຜ່ານການຈັດເກັບລາຍ ຮັບໃນໄລຍະ 1 ເດືອນ ປີ 2026 ນີ້, ສາມາດຈັດເກັບລາຍຮັບໄດ້ 47,5 ຕື້ກວ່າກີບ. ແນວໃດກໍດີ, ສຳລັບ ສິນຄ້າຫລັກທີ່ມາຜ່ານດ່ານແຫ່ງ ນີ້ ແມ່ນນ້ຳມັນເຊື້ອໄຟ, ເຄື່ອງ ອຸປະໂພກ-ບໍລິໂພກ ແລະ ເຄື່ອງ ໄຟຟ້າ, ວັດສະດຸອຸປະກອນການ ກໍ່ສ້າງທົ່ວໄປ. ໃນໄລຍະ 1 ເດືອນຜ່ານມາ, ການເຂົ້າ-ອອກເມືອງ ຢູ່ດ່ານສາ ກົນປາກຊັນ-ບຶງການ. ໃນນັ້ນ, ມີພົນ ລະເມືອງລາວ ແລະ ຊາວຕ່າງປະ ເທດທີ່ເດີນທາງເຂົ້າມາ ສປປ ລາວ ມີປະມານ 6.800 ກວ່າເທື່ອຄົນ ແລະ ເດີນທາງອອກປະມານ 7.500 ກວ່າເທື່ອຄົນ. ນອກຈາກນີ້, ຍັງມີ ວຽກງານອື່ນໆທີ່ຕິດພັນກັບການ ໃຫ້ບໍລິການທີ່ເກີດຂຶ້ນຢູ່ດ່ານສາ ກົນແຫ່ງທີ 5 ກໍມີທ່າອ່ຽງເພີ່ມຂຶ້ນ ຫລາຍດ້ານ ຍ້ອນມີຄວາມສະດວກ ສະບາຍໃນການໄປມາຫາສູ່ຂອງປະ ຊາຊົນທັງສອງປະເທດ ຕະຫລອດ ຮອດການຂົນສົ່ງໂດຍສານ, ສິນ ຄ້າອື່ນໆ ແລະ ການໃຫ້ບໍລິການ ທີ່ວ່ອງໄວ, ສະຖານທີ່ໃຫ້ການບໍລິ ການກວ້າງຂວາງ ທີ່ອຳນວຍຄວາມ ສະດວກໃຫ້ແກ່ການບໍລິການ ຊຶ່ງ ເປັນເງື່ອນໄຂທ່າແຮງໜຶ່ງປະກອບ ສ່ວນ ໂດຍສະເພາະແມ່ນການໃຫ້ ການບໍລິການຈັດເກັບລາຍຮັບເຂົ້າ ງົບປະມານໃຫ້ໄດ້ຕາມແຜນການ ທີ່ກຳນົດໄວ້. ນີ້ແມ່ນຜົນງານອັນ ພົ້ນເດັ່ນໃນໄລຍະ 1 ເດືອນຜ່ານ ມາຂອງປີ 2026. ທ່ານ ຄຳຫລ້າ ຫລວງແສງເພັດ ກ່າວ. ທ່ານ ຄຳຫລ້າ ຫລວງແສງເພັດ ກ່າວຕື່ມວ່າ: ນອກຈາກທີ່ກ່າວມາ ນັ້ນແລ້ວ, ຍັງພົບຄວາມຫຍຸ້ງຍາກ ບາງດ້ານ ໂດຍສະເພາະແມ່ນດ່ານ ສາກົນແຫ່ງທີ 5 ແມ່ນຫາກໍເປີດຂຶ້ນ ໃໝ່ ເຮັດໃຫ້ການບໍລິການບາງອັນ ຍັງຫຍຸ້ງຍາກ. ນອກຈາກນີ້, ສິນຄ້າ ທີ່ນຳໃຊ້ພາຍໃນມີທ່າອ່ຽງເພີ່ມຂຶ້ນ ແລະ ສິນຄ້າທີ່ນຳເຂົ້າແລ້ວ ໄປ ປະເທດທີ 3 ຍັງມີລັກຊະນະຄ້າຍ ຄືເກົ່າ. ສາເຫດປັດໄຈ ກໍຍ້ອນຖະ ໜົນຫົນທາງ ຍັງບໍ່ສາມາດຮອງຮັບ ໂດຍສະເພາະແມ່ນເສັ້ນທາງເລກ 8 ທີ່ມີການຂົນສົ່ງອອກໄປປະເທດ ຫວຽດນາມ ແມ່ນເປ່ເພຫລາຍ ທັງ ຍັງບໍ່ທັນສາມາດຮອງຮັບໃຫ້ແກ່ ການຂົນສົ່ງໄດ້ຕາມມາດຖານນ້ຳ ໜັກຂອງສາກົນຮອງຮັບ (11 ໂຕນ/ພາວ). ນີ້ຄືເຫດຜົນເຮັດໃຫ້ຜູ້ ປະກອບການບໍ່ຄ່ອຍຢາກມາ, ຖ້າມາ ກໍມີການຄ່ຽນຖ່າຍສິນຄ້າ ອັນເຮັດ ໃຫ້ຫຍຸ້ງຍາກຂຶ້ນ ແລະ ອື່ນໆ.

ໂດຍ: ຢ່າຕົ່ງ

KPL