ກອງປະຊຸມບໍ່ເປັນທາງການລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 32 ຈະຈັດຂຶ້ນຢູ່ ຟິລິບປິນ

14/03/2026 11:13
Email Print 83
KPL - Asean 2024 ກອງປະຊຸມ ບໍ່ເປັນທາງການ ຂອງ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 32 ຈະຈັດຂຶ້ນ ຢູ່ ຟິລິບປິນ, ທ່ານ ກາວກິມຮຸນ ເລຂາທິການໃຫຍ່ ອາຊຽນ ພ້ອມດ້ວຍຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມ ດັ່ງກ່າວ.

ຂປລ.ວິທະຍຸໂທລະພາບສູນກາງຈີນ (CMG): ວັນ​ທີ 13 ມີ​ນາ​, ກອງ​ປະ​ຊຸມ​ ບໍ່​ເປັນ​ທາງ​ການ ​ຂອງ​ ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ອາ​ຊຽນ​ ຄັ້ງ​ທີ 32 ຈະ​ຈັດ​ຂຶ້ນ ​ຢູ່ ​​ຟິ​ລິບ​ປິນ, ທ່ານ ​ກາວ​ກິມ​ຮຸນ ເລ​ຂາ​ທິ​ການ​ໃຫຍ່ ​ອາ​ຊຽນ ​ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ ​ເຂົ້າ​ຮ່ວມກອງ​ປະ​ຊຸມ ດັ່ງກ່າວ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ ຈະ​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ​ ບັນ​ຫາ​ຕ່າງໆ​ເຊັ່ນ​: ​ທ່າ​ອ່ຽງ​ ຂອງ​ ເສດ​ຖະ​ກິດ​ໂລກ ແລະ ພາກ​ພື້ນ, ວຽກ​ງານ​ບູລິ​ມະ​ສິດ​ ດ້ານ​ເສດ​ຖະ​ກິດ ​ຂອງ​ ຟິ​ລິບ​ປິນ ​ໃນ​ຖາ​ນະ ​ເປັນ​ປະ​ເທດ​ ປະ​​ທານ ​ໝູນ​ວຽນ ​ອາ​ຊຽນ, ການ​ຕິດ​ຕາມກວດ​ກາ​ ຜົນ​ງານ​ ຂອງ​ ປະ​ຊາ​ຄົມ​ ເສດ​ຖະ​ກິດ ​ອາ​ຊຽນ, ​ລວມ​ທັງ​ການ ​ເຈ​ລະ​ຈາ​ຂອບ ​ເສດ​ຖະ​ກິດ​ດີ​ຈີ​ຕອນ ​ອາ​ຊຽນ, ຂະ​ບວນ​ການເຂົ້າ​ຮ່ວມ​ ສັນ​ຍາ​ເສດ​ຖະ​ກິດ​ ອາ​ຊຽນ​ ພາຍ​ຫລັງ ​ຕີ​ມໍ​ແລັດ​ສະ​ເຕ ​ເຂົ້າ​ເປັນ​ ສະ​ມາ​ຊິກ​ອາ​ຊຽນ, ການ​ພົວ​ພັນ ​ເສດ​ຖ​ະ​ກິດ ​ຕໍ່​ຕ່າງ​ປະ​ເທດ​ ຂອງ​ ອາ​ຊຽນ ແລະ ອື່ນໆ. ບັນ​ດາ​ລັດ​ຖະ​ມົນ​ຕີ ​ຈະ​ສົນ​ທະ​ນາ​ກັບ ​ສະ​ພາ​ທີ່​ປຶກ​ສາ​ທຸ​ລະ​ກິດ​ ອາ​ຊຽນ, ສະ​ຖາ​ບັນ​ຄົ້ນ​ຄວ້າ ​ເສດ​ຖະ​ກິດ​ອາ​ຊຽນ ແລະ ອາ​ຊີ​ຕາ​ເວັນ​ອອກ ແລະ ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ./

KPL