ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ 2026 – 2028
![]()
ຂປລ. ຖືເປັນອີກໜຶ່ງຂ່າວດີ ທີ່ສ້າງຄວາມປະທັບໃຈໃຫ້ປະຊາຊົນແຂວງຈໍາປາສັກ ລວມເຖິງປະຊາຊົນທົ່ວປະເທດ ເນື່ອງຈາກວ່າ ເມື່ອບໍ່ດົນມານີ້ ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຈໍານວນ 21 ລາງວັນ ຈາກງານມະຫະກຳທ່ອງທ່ຽວອາຊຽນ ທີ່ຈັດຂຶ້ນໃນ ຢູ່ປະເທດພິລິປິນ. ສໍາລັບລາງວັນ ທີ່ ສປປ ລາວ ໄດ້ຮັບຈະກວມຢູ່ 4 ມາດຕະຖານ ຄື: ລາງວັນມາດຕະຖານໂຮງແຮມຂຽວອາຊຽນ , ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ, ມາດ ຕະຖານສະຖານທີ່ຈັດງານອາຊຽນ, ລາງວັການທ່ອງທ່ຽວແບບຍືນຍົງອາຊຽນ ເວົ້າລວມ, ເວົ້າສະເພາະ ມາດຕະຖານ ເມືອງທ່ອງທ່ຽວສະອາດອາຊຽນ ກໍມີ 4 ເມືອງ ຄື: ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ນະຄອນຫລວງພະບາງ ແຂວງຫລວງພະບາງ, ເມືອງວຽງໄຊ ແຂວງຫົວພັນ ແລະ ນະຄອນປາກເຊ ແຂວງຈໍາປາສັກ.
![]()
ເຖິງແນວໃດກໍຕາມ,ນະຄອນປາກເຊ ແຂວງຈຳປາສັກ, ນອກຈາກໄດ້ຮັບລາງວັນມາດຕະຖານເມືອງສະອາດອາຊຽນ ປີ 2026-2028 ແລ້ວ, ຍັງໄດ້ຮັບລາງວັນມາດຕະຖານໂຮງແຮມຂຽວອາຊຽນ 7 ແຫ່ງ ປະກອບມີ ໂຮງແຮມຈໍາປາພາເລດ, ໂຮງແຮມປອນອາລິນາ, ໂຮງແຮມນາກະສັງພາລາໄດ, ໂຮງແຮມເດີຣິເວຍລາ, ໂຮງແຮມແສນສົດຊືນ, ຣິສອດຕາດຟານ, ຣິສອດທົ່ງຫວາຍໂຮມສະເຕ ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 1 ແຫ່ງ ຄື: ແຫລ່ງທ່ອງທ່ຽວນໍ້າຕົກຕາດຟານ ຕື່ມອີກ.
![]()
ທ່ານ ນາງ ພອນມະນີ ສຸຂະທຳມະວົງ ຫົວໜ້າພະແນກວາງແຜນ ແລະ ພັດທະນາການທ່ອງທ່ຽວ,ກົມພັດທະນາການທ່ອງທ່ຽວ ໃຫ້ຮູ້ວ່າ: ສໍາລັບມາດຕະຖານການທ່ອງທ່ຽວອາຊຽນ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ລິເລີ່ມແຕ່ປີ 2018 ໂດຍມາດຕະຖານທໍາອິດທີ່ຈັດຕັ້ງປະຕິບັດແມ່ນລາງວັນໂຮງແຮມຂຽວອາຊຽນ. ຫລັງຈາກນັ້ນ, ກໍ່ເລີ່ມພັດທະນາຫລາຍມາດຕະຖານຂຶ້ນ ຊຶ່ງປັດຈຸບັນມີຢູ່ 7 ມາດຕະຖານ ຄື: ມາດຕະຖານໂຮງແຮມຂຽວອາຊຽນ, ສະປາອາຊຽນ, ເມືອງທ່ອງທ່ຽວສະອາດອາຊຽນ,ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ,ໂຮມສະເຕອາຊຽນ,ຫ້ອງນໍ້າສາທາລະນະອາຊຽນ, ມາດຕະຖານສະຖານທີຈັດງານອາຊຽນ ແລະ ອີກ 1 ລາງວັນ ຄືລາງວັນການທ່ອງທ່ຽວແບຍຍືນຍົງອາຊຽນ ເຊິ່ງບັນດາມາດຕະຖານຕ່າງໆກໍໄດ້ຮັບການຈັດຕັ້ງປະຕິບັດຢູ່ພາຍໃນບັນດາ 10 ປະເທດອາຊຽນ ແລະ ມີການມອບລາງວັນມາຫລາຍໆລາງວັນ ຈົນມາຮອດປັດຈຸບັນ ສປປລາວ ກໍໄດ້ຮັບມາແລ້ວ 100 ກວ່າລາງວັນ. ສໍາລັບລາງວັມາດຕະຖານ ທ່ອງທ່ຽວສະອາດອາຊຽນ ແມ່ນເມືອງຫລວງພະບາງ ໄດ້ຮັບລາງວັນນີ້ເປັນເມືອງທໍາອິດໃນປີ 2018, ຕໍ່ມາປີ 2020 ແມ່ນ ນະຄອນຫລວງວຽງຈັນ, ປີ2022 ໄດ້ຮັບ 2 ເມືອງ ຄື: ເມືອງຫລວງພະບາງ ແຂວງຫລວງພະບາງ, ນະຄອນປາກເຊ ແຂວງຈໍາປາສັກ, ເມືອງວຽງໄຊແຂວງ ຫົວພັນ, ປີ 2024 ໄດ້ຮັບ 2 ເມືອງຄື: ນະຄອນຫລວງວຽງຈັນ, ນະຄອນໄກສອນ, ແຂວງສະຫວັນນະເຂດ, ສ່ວນປີ 2026 ໄດ້ຮັບ 4 ເມືອງທີ່ໄດ້ກ່າວມາຂ້າງເທິງນັ້ນ. ສໍາລັບການປະເມີນເມືອງມາດຕະຖານ ການທ່ອງທ່ຽວສະອາດອາຊຽນ ໄດ້ກຳນົດຕົວຊີ້ວັດ ດ້ານການຄຸ້ມຄອງສິ່ງແວດລ້ອມ, ຄວາມສະອາດ, ການກຳຈັດສິ່ງເສດເຫລືອ, ການປູກຈິດສໍານຶກດ້ານການຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ, ຄວາມປອດໄພດ້ານສຸຂະພາບ, ຄວາມປອດໄພ ແລະ ຄວາມສະຫງົບໃນຕົວເມືອງ, ພື້ນທີ່ສີຂຽວ, ພື້ນ ຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ດ້ານການທ່ອງທ່ຽວ.
![]()
