ເວເນຊູເອລາ-ສ.ອາເມລິກາ ເລີ່ມການເຈລະຈາເພື່ອຟື້ນຟູການພົວພັນທາງການທູດ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ເມື່ອບໍ່ດົນມານີ້, ລັດຖະບານ ເວເນຊູເອລາ ກຳນົດວ່າໄດ້ເລີ່ມບັນດາການເຈລະຈາກັບ ສ.ອາເມລິກາ ເພື່ອແນໃສ່ ກ້າວໄປ ເຖິງ ການຟື້ນຟູການພົວພັນ ທາງການທູດ ທີ່ຖືກຕັດແຍກນັບແຕ່ປີ 2019.
ທ່ານ ອິວານ ກິລ (Yvan Gil), ລັດຖະມົນຕີການຕ່າງປະເທດ ເວເນຊູເອລາ ກ່າວວ່າ: ລັດຖະບານຂອງທ່ານ ປະທານາທິບໍດີຊົ່ວຄາວ ນາງ ເດລຊີ ໂຣດຣິເກຊ (Delcy Rodríguez) ໄດ້ຕົກລົງເລີ່ມວິວັດການ ທາງການທູດສຳຫລວດກັບ ສ.ອາເມລິກາ, ແນໃສ່ການສ້າງຄະນະຜູ້ແທນ ທາງການທູດ ຢູ່ແຕ່ລະປະເທດຄືນໃໝ່.
ໃນວັນດຽວກັນ, ເຈົ້າໜ້າທີ່ ສ.ອາເມລິກາ ທ່ານໜຶ່ງໃຫ້ຮູ້ວ່າ: ບັນດານັກການທູດຂັ້ນສູງຂອງ ສ.ອາເມລິກາ, ໃນນັ້ນ ມີທ່ານ ຈອນ ແມັກນາມາຣາ (John McNamara), ນັກການທູດ ອັນດັບໜຶ່ງຂອງ ສ.ອາເມລິກາ ຢູ່ ໂກໂລມບີ ໄດ້ເດີນທາງມານະຄອນຫວງ ກາຣາກາດ ຂອງເວເນຊູເອລາ ເພື່ອຕີລາຄາໃນເບື້ອງຕົ້ນ ຄວາມສາມາດຟື້ນຟູການເຄື່ອນໄຫວຂອງສະຖານທູດ ສ.ອາເມລິກາ ຕາມແຕ່ລະໄລຍະ. ຝ່າຍ ເວເນຊູເອລາ ກໍ່ໄດ້ປະກາດຈະສົ່ງຄະນະ ຜູ້ແທນໄປຍັງ ສ.ອາເມລິກາ ເພື່ອຕອບຄືນການກະທຳນີ້.
| ຄຳປະກາດຂອງ ເວເນຊູເອລາ ໄດ້ຍົກອອກມາພຽງ 2-3 ວັນ, ພາຍຫລັງທີ່ ສ.ອາເມລິກາ ປະຕິບັດການທາງການທະຫານເມື່ອວັນທີ 3 ມັງກອນ ຊື່ງໄດ້ຄວບຄຸມຕົວ ປະທານາທິບໍດີ ນິໂກລາສ ມາດູໂຣ. |
