ເສດຖະກິດໂລກ ຈະເຕີບໂຕ 2,7%ໃນປີ 2026
Email
Print
83
KPL - Asean 2024
ເສດຖະກິດໂລກ ໄດ້ສະແດງ ໃຫ້ເຫັນເຖິງ ຄວາມໜຽວແໜ້ນ ລະດັບໃດໜຶ່ງ ພາຍໃຕ້ ສະພາບແວດລ້ອມ ທີ່ສັບສົນ, ແຕ່ຍ້ອນຄວາມເຄັ່ງຕຶງ ດ້ານການຄ້າ, ຄວາມກົດດັນ ດ້ານການເງິນ ແລະ ຄວາມບໍ່ແນ່ນອນເພີ່ມຂຶ້ນ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ວັນທີ 8 ມັງກອນນີ້, ອົງການ ສະຫະ ປະຊາຊາດ ໄດ້ເຜີຍແຜ່ “ບົດລາຍງານ ການຄາດຄະເນ ສະພາບ ເສດຖະກິດໂລກ ໃນປີ 2026 ” ຢູ່ນະຄອນນິວຢອກ. ບົດລາຍງານ ໄດ້ຊີ້ອອກວ່າ: ເສດຖະກິດໂລກ ໄດ້ສະແດງ ໃຫ້ເຫັນເຖິງ ຄວາມໜຽວແໜ້ນ ລະດັບໃດໜຶ່ງ ພາຍໃຕ້ ສະພາບແວດລ້ອມ ທີ່ສັບສົນ, ແຕ່ຍ້ອນຄວາມເຄັ່ງຕຶງ ດ້ານການຄ້າ, ຄວາມກົດດັນ ດ້ານການເງິນ ແລະ ຄວາມບໍ່ແນ່ນອນເພີ່ມຂຶ້ນ, ສືບຕໍ່ສົ່ງຜົນກະທົບຕໍ່ ອະນາຄົດ ການເຕີບໂຕ ໃນໄລຍະກາງ ແລະ ໄລຍະຍາວຢ່າງຕໍ່ເນື່ອງ. ບົດລາຍງານ ຄາດຄະເນວ່າ: ອັດຕາການເຕີບໂຕ ຂອງເສດຖະກິດໂລກ ໃນປີ 2026 ຈະຢູ່ທີ່ 2,7%, ຕໍ່າກວ່າ 2,8% ໃນປີ 2025./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ