ພິທີສະເຫລີມ ສະຫລອງ 80 ປີແຫ່ງວັນ ເລືອກຕັ້ງ ສະພາ ແຫ່ງຊາດ ຫວຽດນາມ ຄັ້ງທຳອິດ

ຂປລ.ວັນທີ 6 ມັງກອນ, ຢູ່ສະໂມສອນ ຢຽນຮົ່ງ, ຫໍສະພາແຫ່ງຊາດ, ສະພາແຫ່ງຊາດ ຫວຽດນາມ ໄດ້ຈັດພິທີ ສະເຫລີມ ສະຫລອງ 80 ປີແຫ່ງວັນ ເລືອກຕັ້ງ ສະພາແຫ່ງຊາດ ຫວຽດນາມ ຄັ້ງທຳອິດ (ວັນທີ 6 ມັງກອນ 1946-ວັນທີ 6 ມັງກອນ 2026). ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ເຈິ່ນແທັງເໝິນ ປະທານ ສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມພິທີ. ພິທີດັ່ງກ່າວ ໄດ້ຮັບການຖ່າຍທອດສົດ ໃນຊ່ອງ VOV1, ວິທະຍຸກະຈາຍສຽງ ຫວຽດນາມ. ນີ້ແມ່ນພິທີສະເຫລີມ ສະຫລອງ ລະດັບຊາດ ເຊິ່ງມີຄວາມໝາຍ ດ້ານການເມືອງ- ປະຫວັດສາດ ຢ່າງເລິກເຊິ່ງ, ແນໃສ່ໂຄສະນາເຜີຍແຜ່ ຢ່າງເລິກເຊິ່ງ ເຖິງ ຖອງ ກ່ຽວກັບ ຄວາມໝາຍອັນຍິ່ງໃຫຍ່ ຂອງການເລືອກຕັ້ງ ທົ່ວປະເທດ ຄັ້ງທຳອິດ ເມື່ອປີ 1946, ເຫດການ ໄດ້ສ້າງຂີດໝາຍບາດລ້ຽວ ໃນປະຫວັດສາດ ແຫ່ງການສ້າງ ລັດຖະທຳມະນູນ, ສ້າງກົດ ໝາຍຂອງ ສສ ຫວຽດນາມ; ພ້ອມທັງ ຢັ້ງຢືນບົດບາດ, ທີ່ຕັ້ງ ແລະ ການປະກອບສ່ວນສຳຄັນ ຂອງສະພາແຫ່ງຊາດ, ບັນດາສະມາຊິກ ສະພາແຫ່ງຊາດ ໃນພາລະກິດ ແຫ່ງການສ້າງສາ ແລະ ປົກປັກ ຮັກສາ ປະເທດຊາດ ໃນຕະຫລອດ 80 ປີຜ່ານມາ. ພິທີສະເຫລີມ ສະຫລອງ ກໍແມ່ນໂອກາດ ເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວນຄືນ ປະຫວັດແຫ່ງ ໄລຍະສ້າງສາ ແລະ ພັດທະນາ ຂອງສະພາແຫ່ງຊາດ ຫວຽດນາມ, ຮັບຮູ້ບັນດາຜົນງານ, ບົດຮຽນອັນລ້ຳຄ່າ ຜ່ານບັນດາໄລຍະປະຕິວັດ. ໃນໂອກາດນີ້ ທ່ານ ໂຕເລິມ ເລຂາທິການໃຫຍ່ ຢັ້ງຢືນວ່າ: “ໃນຂົງເຂດ ສ້າງລັດຖະ ທຳມະນຸນ, ສ້າງກົດໝາຍ, ສະພາແຫ່ງຊາດ ໄດ້ປະກາດ ໃຊ້ລັດຖະທຳມະນູນ 5 ສະບັບ, ຕິດພັນກັບບັນດາບາດລ້ຽວໃຫຍ່ ຂອງການປະຕິວັດ ຫວຽດນາມ. ລັດຖະທຳມະນູນ ແຕ່ລະສະບັບ ລ້ວນແຕ່ ສ່ອງແສງ ລະດັບການພັດທະນາ ຂອງປະເທດຊາດ, ສະແດງໃຫ້ເຫັນຈິນຕະນາ ການປ່ຽນແປງໃໝ່ ການຈັດຕັ້ງ ແລະ ການເຄື່ອນ ໄຫວສິດອຳນາດລັດ ຢ່າງບໍ່ຢຸດຢັ້ງ. ພິເສດ, ເລື່ອງ ສະພາແຫ່ງຊາດຊຸດທີ XV ໄດ້ຮັບຮອງເອົາມະຕິວ່າດ້ວຍ ການປັບປຸງ, ເພີ່ມເຕີມບາງມາດຕາ ຂອງລັດຖະທຳມະນູນ ໄດ້ສ້າງຂີດໝາຍພັດທະນາໃໝ່ ໃນປະຫວັດ ແຫ່ງການສ້າງລັດຖະທຳມະນູນ, ສ້າງບັນດາຮູບແບບ ອຳນາດ ການປົກຄອງ ທ້ອງຖິ່ນສອງຂັ້ນ, ປັບປຸງກົງຈັກການຈັດຕັ້ງ ໃຫ້ກະທັດລັດ, ຍົກສູງຜົນສັກສິດ, ປະສິດທິຜົນ ໃນການບໍລິຫານປະເທດ, ຕອບສະໜອງຄວາມຮຽກຮ້ອງ ຕ້ອງການພັດທະນາ ປະເທດ ໃນໄລຍະໃໝ່.” ກ່ອນດຳເນີນພິທີ ສະເຫລີມ ສະຫລອງ, ຄະນະຜູ້ແທນໄດ້ ວາງພວງມາລາ, ເຂົ້າສຸສານ ອາໄລຫາ ປະທານປະທານ ໂຮ່ຈີມິນ, ຈູດທູບທຽນອາໄລຫາ ບັນດານັກຮົບ ທີ່ເສຍສະຫລະ ຊີວິດເພື່ອຊາດ; ພ້ອມທັງ ຢ້ຽມຢາມ ເຂດວາງສະແດງກ່ຽວກັບ ປະຫວັດສາດ ແຫ່ງການສ້າງຕັ້ງ ແລະ ພັດທະນາ ຂອງສະພາແຫ່ງຊາດ ຫວຽດນາມ ໃນຕະຫລອດ ໄລຍະ 80 ປີຜ່ານມາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
