ສປ ຈີນ ສືບຕໍ່ຄອງຖານະປະເທດ ທີ່ລົງທຶນຫລາຍທີ່ສຸດ ຢູ່ກຳປູເຈຍໃນປີ 2025
Email
Print
83
KPL - Asean 2024
ສະພາ ການພັດທະນາ ແຫ່ງຊາດ ກຳປູເຈຍ ໄດ້ອະນຸມັດ ໂຄງການລົງທຶນ 630 ໂຄງການ, ມີມູນຄ່າ ການລົງທຶນເຖິງ 10 ຕື້ໂດລາ ສະຫະລັດ. ໃນນັ້ນ,ສປ ຈີນ ສືບຕໍ່ຄອງຖານະ ປະເທດທີ່ລົງທຶນ ຫລາຍທີ່ສຸດ ຢູ່ກຳປູເຈຍ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນຫລື CMG, ປີ 2025, ສະພາ ການພັດທະນາ ແຫ່ງຊາດ ກຳປູເຈຍ ໄດ້ອະນຸມັດ ໂຄງການລົງທຶນ 630 ໂຄງການ, ມີມູນຄ່າ ການລົງທຶນເຖິງ 10 ຕື້ໂດລາ ສະຫະລັດ. ໃນນັ້ນ,ສປ ຈີນ ສືບຕໍ່ຄອງຖານະ ປະເທດທີ່ລົງທຶນ ຫລາຍທີ່ສຸດ ຢູ່ກຳປູເຈຍ. ວັນທີ 5 ມັງກອນນີ້, ສະພາການພັດທະນາແຫ່ງຊາດກຳປູເຈຍ ໄດ້ເຜີຍແຜ່ບົດລາຍງານ ສະແດງໃຫ້ເຫັນວ່າ: ໂຄງການລົງທຶນ ທີ່ໄດ້ຮັບການອະນຸມັດ ຈາກລັດຖະບານກຳປູເຈຍ ໃນປີກາຍນີ້ ຄາດວ່າ ຈະສາມາດສ້າງວຽກເຮັດງານທຳໄດ້ 430.000 ຕຳແໜ່ງງານ ໃຫ້ແກ່ ກຳປູເຈຍ, ຈຳນວນໂຄງການ ໄດ້ເພີ່ມຂຶ້ນ 52% ແລະ ຍອດມູນຄ່າ ການລົງທຶນ ໄດ້ເພີ່ມຂຶ້ນ 45% ເມື່ອທຽບໃສ່ປີກ່ອນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
