ຮັບຮອງພະທອງສາມສີ ເປັນມໍລະດົກແຫ່ງຊາດ ສົມບັດມິ່ງເມືອງລະດັບທ້ອງຖິ່ນ

05/01/2026 10:34
Email Print 83
KPL - Asean 2024 ຂປລ. ພະທອງສາມສີ ພະມິ່ງຂວັນຄູ່ ຊາວເມືອງທຸລະຄົມ ແຂວງວຽງຈັນ ປະດິດສະຖານ ທີ່ວັດບ້ານລິ່ງຊັນ (ໃຕ້) ກົ່ງກັນຂ້າມ ກັບວັດນາຄອງ ທີ່ພະທາດມາຫລ້າ ປະດິດສະຖານຢູ່ ບ້ານລິ່ງຊັນ ເປັນຊຸມຊົນເກົ່າແກ່ ຄູ່ກັບລ້ອງນ້ຳງື່ມມາຫລາຍຮ້ອຍປີ ມີປະຫວັດຄວາມເປັນມາຍາວນານ ແລະ ເປັນແຫລ່ງທ່ອງທ່ຽວທາງວັດທະນະທຳ ທີ່ມີຊື່ສຽງຂອງເມືອງທຸລະຄົມອີກດ້ວຍ.

ຂປລ. ພະທອງສາມສີ ພະມິ່ງຂວັນຄູ່ ຊາວເມືອງທຸລະຄົມ ແຂວງວຽງຈັນ ປະດິດສະຖານ ທີ່ວັດບ້ານລິ່ງຊັນ (ໃຕ້) ກົ່ງກັນຂ້າມ ກັບວັດນາຄອງ ທີ່ພະທາດມາຫລ້າ ປະດິດສະຖານຢູ່ ບ້ານລິ່ງຊັນ ເປັນຊຸມຊົນເກົ່າແກ່ ຄູ່ກັບລ້ອງນ້ຳງື່ມມາຫລາຍຮ້ອຍປີ ມີປະຫວັດຄວາມເປັນມາຍາວນານ ແລະ ເປັນແຫລ່ງທ່ອງທ່ຽວທາງວັດທະນະທຳ ທີ່ມີຊື່ສຽງຂອງເມືອງທຸລະຄົມອີກດ້ວຍ. ຕາມການໃຫ້ຮູ້ຂອງທ່ານ ໄພແກ້ວ ຫລວງອາໄພ ປະທານແນວລາວສ້າງຊາດ ບ້ານລິ່ງຊັນ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງພະທອງສາມສີ ຕິດພັນກັບປະຫວັດບ້ານລິ່ງຊັນ ວ່າ: ບ້ານລິ່ງຊັນ ມີ 301 ຫລັງຄາເຮືອນ, ມີ 310 ຄອບຄົວ, ມີພົນລະເມືອງທັງໝົດ 1.588 ຄົນ, ມີຊົນເຜົ່າລາວລຸ່ມເປັນສ່ວນຫລາຍ ຖືສາສະໜາພຸດ ແລະ ສາສະໜາຜີເປັນຫລັກ. ປະຊາຊົນປະກອບອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍ; ເປັນບ້ານອະນຸລັກ ແຫລ່ງວັດທະນະທຳອັນເກົ່າແກ່ ຢຶດຖືຮີດຄອງປະເພນີລ້ອງງື່ມຢ່າງໜຽວແໜ້ນ. ພະພຸດທະຮູບທອງສາມສີ ຫລື ພະທອງສາມສີ ເປັນພະຄູ່ບ້ານຄູ່ເມືອງມາຍາວນານ ມີຮູບຊົງເປັນເອກະລັກສະເພາະມີຂະໜາດ ສູງ 56 ຊັງຕີແມັດ, ໜ້າຕັກກວາງ 37 ຊັງຕີແມັດ, ບ່າໄຫລ່ກວ້າງ 21 ຊັງຕີແມັດ, ແທ່ນສູງ 23,5 ຊັງຕີແມັດ ແລະ ກວ້າງ 51 ຊັງຕີແມັດ ຊຶ່ງປະສົມໂລຫະເຂົ້າກັນ ມີ: ທອງສໍາລິດ, ທອງເຫລືອງ, ເງິນ-ຄຳ ແລະ ແກ້ວປະເສີດທີ່ຫາຍາກ ເປັ່ງປະກາຍສີແວວວາວສະດຸດຕາ ຜູ້ໃດເຫັນແລ້ວມີຄວາມສຸກໃຈ, ເປັນສິລະປະລາວແທ້ ຊຶ່ງຜູ້ສ້າງໄດ້ຖວາຍຈິດໃຈອັນບໍລິສຸດ ຈາກສີມືນາຍຊ່າງທີ່ມີຊື່ສຽງໂດງດັ່ງ ໃນຍຸກອານາຈັກລາວລ້ານຊ້າງຮຸ່ງເຮືອງ ແລະ ຍິ່ງໃຫຍ່.

          ເຖິງແນວໃດກໍດີ, ເມື່ອມໍ່ໆມານີ້, ທີ່ວັດບ້ານລິ່ງຊັນ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດພິທີປະກາດຮັບຮອງພະທອງສາມສີ ເປັນມໍລະດົກແຫ່ງຊາດ ສົມບັດມິ່ງເມືອງລະດັບທ້ອງຖິ່ນ ໂດຍມີ ທ່ານ ສົມປະສົງ ສຸວົງຄຳຈັນ ຮອງປະ ທານຄະນະກຳມະການປົກຄອງ ແຂວງວຽງຈັນ, ມີບັນດາຫ້ອງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ພະສົງ-ສາມະເນນ, ພ້ອມດ້ວຍອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ ຊຶ່ງການຈັດພິທີປະກາດຮັບຮອງພະທອງສາມສີ ເປັນມໍລະດົກແຫ່ງຊາດສົມບັດມິ່ງເມືອງລະດັບທ້ອງຖິ່ນ ຂຶ້ນໃນຄັ້ງນີ້ ເປັນຄວາມພາກພູມໃຈ ແລະ ເອກອ້າງຂອງປະຊາຊົນບ້ານລິ່ງຊັນ, ເມືອງທຸລະຄົມ ແລະ ຊາວແຂວງວຽງຈັນ, ທັງເປັນການໂຄສະນາ, ສົ່ງເສີມ, ດຶງດູດນັກທ່ອງທ່ຽວ, ການສົ່ງເສີມວຽກງານທ່ອງທ່ຽວວັດທະນະທຳ ຕິດພັນກັບທຳມະຊາດສາຍນ້ຳງື່ມ. ພ້ອມນັ້ນ, ໃນພິທີ ໄດ້ມີຂະບວນການແຫ່ພະທອງສາມສີ ເຂົ້າສູ່ວັດ ແລະ ແຫ່ອ້ອມພັດທະສິມມາ ພ້ອມທັງຮັບຊົມການສະແດງສິລະປະ ບົດຟ້ອນລວມໝູ່ ຂອງນັກຮຽນໂຮງຮຽນ ມ ຕົ້ນ ບ້ານລິ່ງຊັນ ແລະ ໂຮງຮຽນ ມສ ບ້ານຖິ່ນຄຳ.

ຂໍ້ມູນ:ຈາກແຂວງວຽງຈັນ


KPL