ຄຳມ່ວນ ຈັດກິດຈະກຳ ຖາມ-ຕອບ ວິທະຍາສາດ ຂອງນັກຮຽນຊັ້ນມັດທະຍົມສຶກສາ

05/01/2026 10:28
Email Print 83
KPL - Asean 2024 ຂປລ. ກິດຈະກໍາແຂ່ງຂັນ ຖາມ-ຕອບ ວິທະຍາສາດ ຂອງນັກຮຽນຊັ້ນມັດທະຍົມສຶກສາ ທົ່ວເມືອງທ່າແຂກ ແຂວງຄຳມ່ວນ ກ່ຽວກັບຄວາມຮູ້ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ການພັດທະນາປະເທດຊາດ ໃນຍຸກສະໄໝໃໝ່,ຈັດຂຶ້ນທີ່ໂຮງຮຽນ ມ ປາຍທ່າແຂກ

ຂປລ. ກິດຈະກໍາແຂ່ງຂັນ ຖາມ-ຕອບ ວິທະຍາສາດ ຂອງນັກຮຽນຊັ້ນມັດທະຍົມສຶກສາ ທົ່ວເມືອງທ່າແຂກ ແຂວງຄຳມ່ວນ ກ່ຽວກັບຄວາມຮູ້ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ການພັດທະນາປະເທດຊາດ ໃນຍຸກສະໄໝໃໝ່,ຈັດຂຶ້ນທີ່ໂຮງຮຽນ ມ ປາຍທ່າແຂກ ໂດຍການເປັນປະທານຂອງທ່ານ ສັກປະດິດ ແກ້ວມະນີ ອຳນວຍການໂຮງຮຽນ ມ ປາຍທ່າແຂກ, ມີຄະນະກຳມະການສອບເສັງ, ພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ອໍານວຍການໂຮງຮຽນ, ພະນັກງານ ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ກິດຈະກຳດັ່ງກ່າວເພື່ອແນໃສ່ໃນການສົ່ງເສີມທັກສະການຮຽນຮູ້ ແລະ ປຸກລະດົມຫົວຄິດປະດິດສ້າງ, ກະຕຸ້ນໃຫ້ນັກຮຽນມີຄວາມສົນໃຈ ແລະ ມັກຮັກໃນການຄົ້ນຄວ້າ ວິຊາວິທະຍາສາດ ທຳມະຊາດ-ສັງຄົມ ແລະ ເຕັກໂນໂລຊີ ຫລາຍຂຶ້ນ, ສ້າງເວທີໃຫ້ນັກຮຽນໄດ້ສະແດງອອກທາງດ້ານຄວາມຮູ້, ຄວາມສາມາດ, ສະຕິປັນຍາ, ໄຫວພິບ, ຝຶກທັກສະການຄິດ ເພື່ອໃຫ້ນັກຮຽນໄດ້ຝຶກການຄິດ-ວິເຄາະ, ການແກ້ໄຂບັນຫາ, ການເຮັດວຽກເປັນທີມ ແລະ ສ້າງຄວາມກ້າຫານໃນການສະແດງອອກທາງດ້ານສະຕິປັນຍາ, ສ້າງຄວາມສາມັກຄີ, ເປັນເວທີແລກປ່ຽນປະສົບການ ແລະ ບົດຮຽນ ລະຫວ່າງ ໂຮງຮຽນມັດທະຍົມ ສຶກສາ ພາຍໃນກຸ່ມໂຮງຮຽນ ທັງພາກລັດ ແລະ ເອກະຊົນ ພ້ອມທັງຍົກລະດັບຄຸນນະພາບການສຶກສາພາຍໃນແຂວງ ໃຫ້ທຽບເທົ່າກັບມາດຕະຖານສາກົນໃນຍຸກດີຈິຕອນ ຊຶ່ງການແຂ່ງຂັນຄັ້ງນີ້ ມີນັກຮຽນມາຈາກ 16 ໂຮງຮຽນ ຂອງພາກລັດ ແລະ ເອກະຊົນ ອ້ອມຂ້າງເທສະບານເມືອງທ່າແຂກເຂົ້າຮ່ວມທັງໝົດ 96 ຄົນ ແລະ ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນເບີກບານມ່ວນຊື່ນ ໃນທ່າມກາງຂອງຜູ້ຊົມ ແລະ ກອງເຊີຍຈາກໂຮງຮຽນຕ່າງໆ. ຜ່ານການແຂ່ງຂັນໂຮງຮຽນທີ່ໄດ້ອັນດັບທີ 1 ແມ່ນໂຮງຮຽນສາມັນ ມິດຕະພາບ ຄໍາມ່ວນ-ກວາງບິ່ງ ໄດ້ຮັບລາງວັນເງິນສົດ 3 ລ້ານກີບ, ອັນດັບທີ 2 ແມ່ນໂຮງຮຽນກິນນອນສາມັນຊົນເຜົ່າ ໄດ້ຮັບລາງວັນເງິນສົດ 2 ລ້ານກີບ, ອັນດັບທີ 3 ໂຮງຮຽນ ມ ປາຍ ທ່າແຂກ ໄດ້ຮັບລາງວັນເງິນສົດ 1 ລ້ານກີບ ແລະ ອັນດັບທີ 4 ແມ່ນໂຮງຮຽນ ມຕ ຈອມແຈ້ງ ໄດ້ຮັບລາງວັນເງິນສົດ 500.000 ກີບ.

ທ່ານ ສັກປະດິດ ແກ້ວມະນີ ໄດ້ກ່າວວ່າ: ງານແຂ່ງຂັນຄັ້ງນີ້ ບໍ່ພຽງແຕ່ຊອກຫາຜູ້ຊະນະເລີດເທົ່ານັ້ນ, ແຕ່ເປົ້າໝາຍຫລັກໆແມ່ນເພື່ອໃຫ້ລູກຫລານ ກາຍເປັນນັກຄິດ ແລະ ນັກພັດທະນາໃນອະນາຄົດ ເນື່ອງຈາກວ່າວິທະຍາສາດ ສອນໃຫ້ພວກເຮົາຮູ້ຈັກສັງເກດ, ວິເຄາະ ແລະ ແກ້ໄຂບັນຫາຢ່າງມີເຫດ-ຜົນ ພ້ອມທັງໃຫ້ລູກຫລານນັກຮຽນໄດ້ແລກປ່ຽນບົດຮຽນ, ສ້າງມິດຕະພາບ ແລະ ກະຕຸ້ນຄວາມຄິດສ້າງສັນ ເພື່ອກາຍເປັນບຸກຄະລາກອນທີ່ມີຄຸນນະພາບຂອງຊາດໃນອະນາຄົດ, ຄືຕົວແທນທີ່ເກັ່ງກ້າ ແລະ ເປັນຄວາມຫວັງຂອງໂຮງຮຽນ ໃຫ້ນັກຮຽນຖືເອົາການແຂ່ງຂັນຄັ້ງນີ້ເປັນບົດຮຽນອັນລໍ້າຄ່າ, ໃຊ້ໄຫວພິບ ແລະ ສະຕິປັນຍາຢ່າງເຕັມສ່ວນ ພາຍໃຕ້ກົດລະບຽບ ແລະ ຄວາມມີນໍ້າໃຈນັກກິລາ ດັ່ງຄຳຂວັນທີ່ວ່າ ການຮຽນຮູ້ບໍ່ມີມື້ສິ້ນສຸດ”, ຜົນການແຂ່ງຂັນຈະເປັນແນວໃດກໍຕາມ, ຄວາມຮູ້ ທີ່ໄດ້ຮັບໃນມື້ນີ້ ຈະເປັນພື້ນຖານທີ່ດີໃຫ້ແກ່ອະນາຄົດ.

ໂດຍ: ແດງສະຫວັດ ແສນພານິດ

KPL