ເມືອງມູນລະປາໂມກ ເອົາໃຈໃສ່ໃນການແກ້ໄຂບ້ານທຸກຍາກ ກ້າວຂຶ້ນສູ່ບ້ານພັດທະນາ

05/01/2026 10:23
Email Print 83
KPL - Asean 2024 ຂປລ. ໃນໄລຍະຜ່ານມາ, ຄະນະພັກ-ອົງການປົກຄອງ ເມືອງມູນລະປາໂມກ ແຂວງຈໍາປາສັກ ໄດ້ ເອົາໃຈໃສ່ໃນການກຳນົດຍຸດທະສາດ ແລະ ແຜນການພັດທະນາ ສ້າງບັນດາບ້ານທຸກຍາກພາຍໃນເມືອງຖືເປັນບຸລິມະສິດອັນດັບຕົ້ນຕໍ ໂດຍສະເພາະ ບ້ານຫ້ວຍຊາຍໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ກ້າວຂຶ້ນສູ່ບ້ານພັດທະນາ ປະຊາຊົນຢູ່ດີກິນດີ

ຂປລ. ໃນໄລຍະຜ່ານມາ, ຄະນະພັກ-ອົງການປົກຄອງ ເມືອງມູນລະປາໂມກ  ແຂວງຈໍາປາສັກ ໄດ້ ເອົາໃຈໃສ່ໃນການກຳນົດຍຸດທະສາດ ແລະ ແຜນການພັດທະນາ ສ້າງບັນດາບ້ານທຸກຍາກພາຍໃນເມືອງຖືເປັນບຸລິມະສິດອັນດັບຕົ້ນຕໍ ໂດຍສະເພາະ ບ້ານຫ້ວຍຊາຍໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ກ້າວຂຶ້ນສູ່ບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຕາມມະຕິ 056/ຄບສພ, ມະຕິ 25/ກມສພ, ມະຕິ 097/ ຄມສພ, ຄໍາແນະນໍາ ເລກທີ 03/ກມສພ ແລະ ດໍາລັດ 348/ລບ ຕິດພັນກັບການຫັນເອົາພະນັກງານ ແລະ ກົມກອງຫ້ອງການລົງຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ປະຈຳຢູ່ບັນດາບ້ານຕ່າງໆ ໂດຍສະເພາະບ້ານທຸກຍາກ ຄື ບ້ານຫ້ວຍຊາຍ ເພື່ອເປັນການນໍາພາຈັດຕັ້ງປະຕິບັດຜັນຂະຫຍາຍວຽກງານດັ່ງກ່າວ ເຂົ້າສູ່ລວງເລິກ ຄຽງຄູ່ກັບການສໍາຫລວດເກັບກຳຂໍ້ມູນພື້ນຖານ ອັນເປັນທ່າແຮງທີ່ບົ່ມຊ້ອນພາຍໃນບ້ານ ເພື່ອເປັນການສ້າງປະຖົມປັດໄຈ ໃຫ້ແກ່ການພັດທະນາບ້ານດັ່ງກ່າວ ໃຫ້ຫລຸດພົ້ນຈາກຄວາມທຸກຍາກ ໃນນັ້ນ, ກໍໄດ້ມີຫລາຍປັດໄຈ ທີ່ເປັນບັນຫາ ແລະ ສິ່ງທ້າທາຍໃນການພັດທະນາ ເປັນຕົ້ນ ບັນດາພື້ນຖານໂຄງລ່າງ (ຖະໜົນຫົນທາງ), ການດຳລົງຊີວິດ ແລະ ການຜະລິດຍັງມີລັກສະນະບໍ່ລວມສູນ, ອາໄສທຳມະຊາດເປັນຫລັກ ຊຶ່ງເຮັດໃຫ້ມີຂໍ້ຈຳກັດທາງດ້ານການຜະລິດ, ການເຂົ້າເຖິງແຫລ່ງທຶນມີໜ້ອຍ, ຕົ້ນທຶນການຜະລິດສູງ, ຕະຫລາດຈໍາໝ່າຍສິນຄ້າຍັງບໍ່ທັນຜູກມັດທັງສອງສົ້ນ, ເຕັກນິກວິຊາການຍັງຕໍ່າ ແລະ ຂາດທັກສະວິຊາຊີບ ຕິດພັນກັບການເຂົ້າເຖິງສະຫວັດດີການຕ່າງໆ ໂດຍສະເພາະ ດ້ານສາທາລະນະສຸກຍັງບໍ່ທັນທົ່ວເຖິງ ແລະ ມີຄ່າໃຊ້ຈ່າຍທີ່ສູງສົມຄວນ ໃນການປິ່ນປົວສຸຂະພາບ ປະກອບກັບຄ່າຄອງຊີບ ໃນການດໍາລົງຊີວິດນັບມື້ສູງຂຶ້ນ.

ທ່ານ ສົມຈັນ ສີຈັນແດງ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນໍາວຽກງານກໍ່ສ້າງ ຮາກຖານການເມືອງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນກ່ຽວກັບບາງບັນຫາໃນການແກ້ໄຂ ຄວາມທຸກຍາກຂອງ ບັນດາບ້ານທຸກຍາກພາຍໃນເມືອງມູນລະປາໂມກ ໂດຍສະເພາະແມ່ນບ້ານຫ້ວຍຊາຍເມື່ອບໍ່ດົນມານີ້ວ່າ: ບ້ານຫ້ວຍຊາຍ ຂຶ້ນກັບກຸ່ມ ໜອງງາ ເມືອງມູນລະປາໂມກ ຕັ້ງຢູ່ຫ່າງໄກສອກຫລີກ ໃນຊົນນະບົດ ຊຶ່ງມີປະຊາກອນທັງໝົດ 1.026 ຄົນ ຍິງ 607 ຄົນ, ມີ 244 ຄອບຄົວ, ມີ 183 ຫລັງຄາເຮືອນ, ມີຄອບຄົວທຸກຍາກ 14 ຄອບຄົວ, ມີເນື້ອທີ່ທັງໝົດ 14.320 ເຮັກຕາ, ເນື້ອທີ່ປ່າໄມ້ 5.320 ເຮັກຕາ, ເນື້ອທີ່ສວນ 2.300 ເຮັກຕາ ແລະ ເນື້ອທີ່ນາ 6.700 ເຮັກຕາ ອາຊີບຕົ້ນຕໍຂອງປະຊາຊົນ ແມ່ນທໍາການຜະລິດກະສິກຳ. ເພື່ອເປັນການຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ ຕິດພັນກັບການແກ້ໄຂບັນຫາທີ່ມີຜົນກະທົບໄວ ຕໍ່ການດຳລົງຊີວິດ ແລະ ສ້າງເງື່ອນໄຂທີ່ເປັນພື້ນຖານຕົ້ນຕໍຂອງການພັດທະນາແບບຍືນຍົງ ໃຫ້ແກ່ຄອບຄົວທຸກຍາກ ແລະ ບ້ານທຸກຍາກ ໃຫ້ຫລຸດພົ້ນຈາກຄວາມທຸກຍາກ ກ້າວເຂົ້າສູ່ບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຈຶ່ງໄດ້ມີມາດຕາການ ແລະ ແນວທາງໃນການແກ້ໄຂ ເປັນຕົ້ນ ຍົກສູງບົດບາດການນໍາພາ ຂອງຄະນະພັກ-ອົງການປົກຄອງບ້ານ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ເຕົ້າໂຮມຄວາມສາມັກຄີ, ສ້າງແຜນພັດທະນາເສດຖະກິດ-ສັງຄົມ ຂອງບ້ານ ໃຫ້ມີຄວາມລະອຽດຊັດເຈນ ໂດຍອີງໃສ່ປັດໄຈພື້ນຖານທີ່ເປັນທ່າແຮງຂອງບ້ານ; ຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນ ໃຫ້ເຂົ້າເຖິງແຫລ່ງທຶນ ແລະ ເຕັກນິກວິຊາການ ເພື່ອເປັນກໍາລັງແຮງຍູ້ການຜະລິດ ຕິດພັນກັບການຄຸ້ມຄອງລາຄາສິນຄ້າ, ຊອກຫາຕະຫລາດຮອງຮັບໃຫ້ແກ່ການຜະລິດ ພ້ອມທັງຊອກເງື່ອນໄຂໃນການສ້າງຕັ້ງເປັນກຸ່ມສະຫະກອນ ການຜະລິດໜຶ່ງ ໂດຍສະເພາະ ເພື່ອເປັນສ້າງຄວາມເຂັ້ມແຂງ, ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນຢ່າງໝັ້ນຄົງ; ບູລະນະປັບປຸງບັນດາພື້ນຖານໂຄງລ່າງ ເພື່ອອໍານວຍຄວາມສະດວກຮອບດ້ານ ໃຫ້ແກ່ປະຊາຊົນ ເປັນຕົ້ນ ບັນດາເສັ້ນທາງໃຫ້ສາມາດທຽວໄດ້ສະດວກ, ລະບົບຕາຂ່າຍໄຟຟ້າ, ລະບົບຊົນລະປະທານ ເພື່ອເປັນເງື່ອນໄຂ ໃນການທໍາການຜະລິດ ໃຫ້ສາມາດຜະລິດໄດ້ຫລາຍກວ່າເກົ່າ. ພ້ອມນີ້, ໄດ້ເອົາໃຈໃສ່ຍົກລະດັບວຽກງານການສຶກສາ ໃຫ້ມີຄຸນນະພາບສູງຂຶ້ນ ຕິດພັນກັບການຈັດຕັ້ງຝຶກອົບຮົມທາງດ້ານວິຊາຊີບ, ວິຊາການໄລຍະສັ້ນ-ໄລຍະຍາວ ໃຫ້ແກ່ປະ ຊາຊົນ ແລະ ກຸ່ມເປົ້າໝາຍ ໂດຍສະເພາະສ້າງຕັ້ງກອງທຶນໝູນວຽນ ຫລື ກອງທຶນພັດທະນາໝູ່ບ້ານ ເພື່ອເປັນການແກ້ໄຂຊີວິດການເປັນຢູ່ເມື່ອຍາມສຸກເສີນ ໃຫ້ແກ່ປະຊາຊົນ, ມີບຸລິມະສິດ ແລະ ສິດທິພິເສດໃນການເຂົ້າເຖິງການບໍລິການດ້ານ ສາທາລະນະສຸກ ເພື່ອຮັບປະກັນທາງດ້ານສຸຂະພາບໃນເບື້ອງຕົ້ນ ແລະ ຫລຸດຜ່ອນລາຍຈ່າຍໃຫ້ແກ່ປະຊາຊົນ. ຕໍ່ກັບມາດຕະການໃນການແກ້ໄຂບັນຫາດັ່ງກ່າວນີ້ ຮຽກຮ້ອງໃຫ້ຄະນະພັກທຸກຂັ້ນ ຈົ່ງໄດ້ຊ່ວຍເຊີດຊູຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດ, ອຳ ນວຍຄວາມສະດວກ ແລະ ສ້າງເງື່ອນໄຂອັນຈຳເປັນໃຫ້ແກ່ການພັດທະນາຊີວິດການເປັນຢູ່ຂອງປະຊາ ຊົນໃຫ້ດີຂຶ້ນ ແລະ ຫລຸດພົ້ນຈາກ ຄວາມທຸກຍາກເທື່ອລະກ້າວ.

ທ່ານ ສົມຈັນ ສີຈັນແດງ ໃຫ້ຮູ້ຕື່ມວ່າ: ການພັດທະນາພື້ນຖານໂຄງລ່າງ ໃຫ້ເທສະບານເມືອງ ແລະ ບັນດາບ້ານ ໄດ້ມີຖະໜົນຫົນທາງສັນຈອນໄປ-ມາສະດວກ ເປັນປັດໄຈພື້ນຖານໃນການພັດທະນາເສດຖະກິດ-ສັງຄົມ. ສະນັ້ນ, ຄະນະພັກ-ອົງການປົກຄອງເມືອງມູນລະປາໂມກ ໄດ້ມີຄວາມເຫັນດີເປັນເອກະພາບກັນ ດ້ວຍຈຸດປະສົງ: ສະເໜີຂໍອວ່າຍທຶນໂຄງການກໍ່ສ້າງເສັ້ນທາງເຂົ້າບ້ານຫ້ວຍຊາຍ ມາກໍ່ສ້າງ-ສ້ອມແປງເສັ້ນທາງຕາຜ້າຜັງເມືອງ ໃນຈໍານວນ 2 ເສັ້ນ ມີຄວາມຍາວ 3.200 ແມັດ ແລະ ສ້ອມແປງ ໃນມູນຄ່າ 4,4 ຕື້ກີບ ເນື່ອງຈາກວ່າ ເສັ້ນທາງເຂົ້າບ້ານຫ້ວຍຊາຍ (ແມ່ນເສັ້ນທາງສາມາດ ທຽວໄດ້ 2 ລະດູ) ແລະ ເປັນເສັ້ນທາງຍຸດທະສາດ ຂອງກະຊວງປ້ອງປະເທດ ໂດຍໄດ້ຮັບການກໍ່ສ້າງສໍາເລັດ 100%; ສ່ວນເສັ້ນທາງຕາຜ້າຜັງເມືອງ ໃນຈໍານວນ 4 ເສັ້ນ ແມ່ນພົບຄວາມຫຍຸ້ງຍາກ ເປ່ເພຊຸດໂຊມ. ສະນັ້ນ, ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ປະສົບຜົນສໍາເລັດ ແນໃສ່ຕອບສະໜອງ ພື້ນຖານໂຄງລ່າງດ້ານຄົມມະນາຄົມ, ອໍານວຍຄວາມສະດວກ ໃນການສັນຈອນໄປ-ມາ, ຈໍລະຈອນສິນຄ້າ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດພື້ນທີ່ດັ່ງກ່າວ ທັງເປັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ, ທັງເປັນການສ້າງສີສັນ ເພື່ອຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍສະເພາະ ສ້າງຂະບວນການ ເພື່ອຕ້ອນຮັບກອງປະໃຫຍ່ຄັ້ງທີ XII ຂອງສູນກາງພັກ ຊຶ່ງຈະໄດ້ໄຂຂຶ້ນໃນມໍ່ໆນີ້.

ໂດຍ: ຈັນທະວີສັກ

KPL