ສາລະວັນ ເນັ້ນຜະລິດກະສິກໍາສະອາດ-ກະສິກໍາອິນຊີເປັນສິນຄ້າ

05/01/2026 10:18
Email Print 83
KPL - Asean 2024 ຂປລ. ແຂວງສາລະວັນເປັນໜຶ່ງໃນຫລາຍແຂວງທີ່ມີພື້ນທີ່ດິນອຸດົມສົມບູນ ມີແຫລ່ງນໍ້າທຳມະຊາດຫລາຍ ແລະ ປະຊາຊົນສ່ວນໃຫຍ່ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການຢຶດຖືອາຊີບກະສິກໍາ ຊຶ່ງໃນຫລາຍປີຜ່ານມາການພັດ ທະນາກະສິກໍາ ໄດ້ມີການນໍາໃຊ້ສານເຄມີຈໍານວນຫລາຍ ອັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ຜະລິດ, ຜູ້ບໍລິໂພກ ແລະ ສິ່ງແວດລ້ອມໂດຍລວມ.

ຂປລ. ແຂວງສາລະວັນເປັນໜຶ່ງໃນຫລາຍແຂວງທີ່ມີພື້ນທີ່ດິນອຸດົມສົມບູນ ມີແຫລ່ງນໍ້າທຳມະຊາດຫລາຍ ແລະ ປະຊາຊົນສ່ວນໃຫຍ່ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການຢຶດຖືອາຊີບກະສິກໍາ ຊຶ່ງໃນຫລາຍປີຜ່ານມາການພັດ ທະນາກະສິກໍາ ໄດ້ມີການນໍາໃຊ້ສານເຄມີຈໍານວນຫລາຍ ອັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ຜະລິດ, ຜູ້ບໍລິໂພກ ແລະ ສິ່ງແວດລ້ອມໂດຍລວມ. ດ້ວຍເຫດນັ້ນ, ພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ຊຸກຍູ້ ທັງໃຫ້ຫັນເອົາການຜະລິດທີ່ມີຜົນກະທົບໄປສູ່ການຜະລິດກະສິກໍາສະອາດ ແລະ ກະສິກໍາອິນຊີ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການພັດທະນາຢ່າງຍືນຍົງ.

ທ່ານ ສີວັນພະກອນ ວົງບຸນທັນ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງສາລະວັນ ໄດ້ໃຫ້ຮູ້ວ່າ: ກະສິກໍາສະອາດ ແລະ ກະສິກໍາອິນຊີ ແມ່ນການຜະລິດທີ່ຫລຸດຜ່ອນ ຫລື ບໍ່ໃຊ້ສານເຄມີສັງເຄາະ ໂດຍເນັ້ນໃຊ້ປຸ໋ຍອິນຊີ ປຸ໋ຍຄອມໂພສ ສານຊີວະພາບ ແລະ ການຈັດການດິນນໍ້າຢ່າງເໝາະສົມ ຊຶ່ງວິທີການນີ້ ບໍ່ພຽງແຕ່ຊ່ວຍຮັກສາຄຸນນະພາບຂອງດິນ ແລະ ແຫລ່ງນໍ້າໃຫ້ອຸດົມສົມບູນໃນໄລຍະຍາວ ແຕ່ຍັງຊ່ວຍຫລຸດຄ່າໃຊ້ຈ່າຍໃນການຜະລິດ ແລະ ສ້າງລາຍຮັບທີ່ໝັັ້ນຄົງໃຫ້ແກ່ຊາວກະສິກອນ. ແນວໃດກໍດີ, ແຂວງສາລະວັນ ກໍແມ່ນແຂວງໜຶ່ງທີ່ພາກລັດ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ໃຫ້ຄວາມສໍາຄັນ ແລະ  ສົ່ງເສີມກະສິກໍາສະອາດ, ກະສິກໍາອິນຊີ ໂດຍກໍານົດເປັນແນວທາງໃນການພັດທະນາການຜະລິດກະສິກໍາ ໄປພ້ອມກັບການຈັດຕັ້ງອົບຮົມ ຖ່າຍທອດເຕັກນິກ ແລະ ສົ່ງເສີມໃຫ້ຊາວກະສິກອນນໍາໃຊ້ວິທີການຜະລິດທີ່ປອດໄພ. ພ້ອມກັນນັ້ນ, ຍັງໄດ້ສ້າງເຂດຕົວຢ່າງການຜະລິດຜັກອິນຊີ ເຂດປູກເຂົ້າປອດສານເຄມີ ແລະ ການລ້ຽງສັດແບບຊີວະພາບ ເພື່ອໃຫ້ປະຊາຊົນໄດ້ຮຽນຮູ້ ແລະ ຂະຫຍາຍນໍາໄປປະຍຸກໃຊ້.

ການຜະລິດກະສິກໍາສະອາດກະສິກໍາອິນຊີ ມີບົດບາດສໍາຄັນ ຕໍ່ການຮັບປະກັນສະບຽບອາຫານທີ່ມີຄຸນນະພາບ; ຜະລິດຕະພັນທີ່ໄດ້ຈາກການຜະລິດແບບນີ້ ມີຄວາມປອດໄພ ບໍ່ມີສານຕົກຄ້າງ ເປັນຜົນດີຕໍ່ສຸຂະພາບຂອງຜູ້ບໍລິໂພກ. ນອກຈາກນັ້ນ, ຍັງຊ່ວຍສ້າງຄວາມເຊື່ອໝັ້ນໃຫ້ແກ່ຕະຫລາດ ເຮັດໃຫ້ຜະລິດ ຕະພັນກະສິກໍາຂອງແຂວງສາລະວັນ ມີມູນຄ່າເພີ່ມຂຶ້ນ ແລະ ສາມາດແຂ່ງຂັນໃນຕະຫລາດໄດ້ດີຂຶ້ນ. ຂະ ນະທີ່ປັດໄຈສໍາຄັນອີກປະການໜຶ່ງຄື: ການມີສ່ວນຮ່ວມຂອງປະຊາຊົນ, ການພັດທະນາກະສິກໍາສະອາດກະສິກໍາອິນຊີ ຈະປະສົບຜົນສໍາເລັດໄດ້ ກໍຕໍ່ເມື່ອປະຊາຊົນມີຄວາມເຂົ້າໃຈ ເຫັນຄຸນຄ່າ ແລະ ເຂົ້າມາມີສ່ວນຮ່ວມຢ່າງແທ້ຈິງ. ນັບແຕ່ຊາວກະສິກອນຜູ້ຜະລິດ, ຜູ້ຈໍາໜ່າຍ ຈົນເຖິງຜູ້ບໍລິໂພກ ທຸກຝ່າຍຈໍາເປັນຕ້ອງຮ່ວມມືກັນເຊັ່ນວ່າ: ຜູ້ບໍລິໂພກຄວນເລືອກຊື້ ແລະ ສະໜັບສະໜູນຜະລິດຕະພັນອິນຊີ ເພື່ອເປັນແຮງຈູງໃຈໃຫ້ຜູ້ຜະລິດຂະຫຍາຍການຜະລິດຢ່າງຕໍ່ເນື່ອງ. ພ້ອມກັນນັ້ນ, ການປະຊາສຳພັນ ແລະ ການໃຫ້ຄວາມຮູ້ແກ່ປະຊາຊົນກ່ຽວກັບຜົນຮ້າຍຂອງສານເຄມີ ແລະ ປະໂຫຍດຂອງກະສິກໍາອິນຊີ ກໍເປັນສິ່ງຈໍາເປັນ. ເມື່ອປະຊາຊົນມີຄວາມຮູ້ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງ ກໍຈະສາມາດປ່ຽນແປງພຶດຕິກຳການຜະລິດ ແລະ ການບໍລິໂພກໄດ້ຢ່າງຍືນຍົງ. ກະສິກໍາສະອາດກະສິກໍາອິນຊີ ມີຄວມສໍາຄັນຫລາຍຕໍ່ການເຕີບໃຫຍ່ຂະຫຍາຍຕົວ ແລະ ການພັດທະນາເສດຖະກິດ-ສັງຄົມໃນອະນາຄົດ ແຂວງສາລະວັນ ຈຶ່ງເອົາ ໃຈໃສ່ ແລະ ເນັ້ນຜະລິດກະສິກໍາສະອາດກະສິກໍາອິນຊີ. ການຜະລິດດັ່ງກ່າວ ບໍ່ພຽງແຕ່ເປັນການຕອບສະໜອງຕໍ່ຄວາມຕ້ອງການອາຫານທີ່ປອດໄພ, ແຕ່ຍັງເປັນພື້ນຖານສໍາຄັນໃນການຮັກສາສິ່ງແວດລ້ອມ ທັງສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຢ່າງຍືນຍົງໃຫ້ແກ່ປະເທດຊາດໃນອະນາຄົດ. ປັດຈຸບັນມີປະຊາຊົນເຂົ້າຮ່ວມຜະລິດມີ ບ້ານໂພນຕານ, ທາດຫ້ວຍ, ບ້ານດົງໜ້ອງ ເມືອງສາລະວັນ; ບ້ານໜອງເກາະຊອງ ເມືອງຄົງເຊໂດນ; ບ້ານຫ້ວຍກະໂພ ເມືອງລະຄອນເພັງ; ບ້ານວັງເປືອຍ, ບ້ານຫ້ວຍແສງ, ບ້ານພໍ່ເຂັມ, ບ້ານໜອງຕົມ ເມືອງເລົ່າງາມ ຊຶ່ງສາມາດສ້າງລາຍຮັບໄດ້ 500 ລ້ານກວ່າກີບຕໍ່ລະດູການຜະລິດ. ທ່ານ ສີວັນພະກອນ ວົງບຸນທັນ ກ່າວ.

ສຳລັບປີ 2025 ການຜະລິດກະສິກໍາ ພາຍໃນແຂວງສາມາດປະຕິບັດໄດ້ 375.350 ໂຕນ, ເທົ່າ 88% ຂອງແຜນການປີ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 1%, ໃນເນື້ອທີ່ເກັບກ່ຽວຕົວຈິງ 94.628 ເຮັກຕາ. ໃນນີ້, ໄດ້ຈາກເຂົ້ານາແຊງຈໍານວນ 65.052 ໂຕນ, ເຂົ້ານາປີ 310.298 ໂຕນ ຖ້າທຽບໃສ່ຄວາມຕ້ອງການພາຍໃນແຂວງຄື: ເຂົ້າກຸ້ມກິນ 116.354 ໂຕນ, ເຂົ້າແນວພັນ ຈໍານວນ 6.371 ໂຕນ, ເຂົ້າແຮ່ສຸກເສີນ 37.535 ໂຕນ; ມີເຂົ້າເຫລືອເປັນສິນຄ້າ 177.556 ໂຕນ. ໃນນີ້, ຂາຍເປັນສິນຄ້າພາຍໃນ 56.100 ໂຕນ, ສ່ວນທີ່ເຫລືອແມ່ນຂາຍອອກຕ່າງແຂວງ; ພືດສະບຽງອາຫານປະຕິບັດໄດ້ 98.802 ໂຕນ ໃນເນື້ອທີ່ເກັບກ່ຽວຕົວຈິງ 15.693 ເຮັກຕາ; ໄດ້ຈາກພືດສະບຽງລະດູແລ້ງ 64.300 ໂຕນ, ພືດສະບຽງລະດູຝົນ 34.502 ໂຕນ, ໃນເນື້ອທີ່ເກັບກ່ຽວ 7.035 ເຮັກຕາ. ຖ້າທຽບໃສ່ຄວາມຕ້ອງການບໍລິໂພກພາຍໃນແຂວງ 40.072 ໂຕນ/ປີ, ແມ່ນພຽງພໍກັບຄວາມຕ້ອງການ ແລະ ເຫລືອເປັນສິນຄ້າສົ່ງຂາຍຕ່າງແຂວງ 58.730 ໂຕນ. ຂະນະທີ່ວຽກງານລ້ຽງສັດ ແລະ ການປະມົງ ຍັງໄດ້ສະໜອງຊີ້ນ, ໄຂ່ ແລະ ປາ ໄດ້ທັງໝົດ 28.453 ໂຕນ ເທົ່າ 96,12% ຂອງແຜນການປີ, ທຽບໃສ່ໄລຍະດຽວເພີ່ມຂຶ້ນ 0,94%.

ສຳລັບພືດສິນຄ້າທີ່ພົ້ນເດັ່ນແມ່ນກາເຟ, ກ້ວຍ, ມັນດ້າງ, ມັນຕົ້ນ. ໃນນັ້ນ, ກາເຟສາມາດເກັບຜົນຜະລິດໄດ້ 34.552 ໂຕນ, ກ້ວຍ 23.417 ໂຕນ, ມັນຕົ້ນ 1.202.961 ໂຕນ ຊຶ່ງມີມູນຄ່າການສົ່ງອອກພືດສິນຄ້າ (ໂຕເລກຜ່ານການອອກໃບຢັ້ງຢືນສຸຂານາໄມພືດ Pyotosanitary Certificate) ຈໍານວນ 58.794.022,68 ໂດລາ. ຂະນະທີ່ຂາຍສັດເປັນສິນຄ້າອອກຕ່າງແຂວງໄດ້ກວ່າ 1.190 ໂຕ ມູນຄ່າ 7,6 ຕື້ກວ່າກີບ.

ການສົ່ງເສີມຜະລິດ ແລະ ລາຍຮັບທີ່ກ່າວມາຂັ້ນເທິງນັ້ນ, ໄດ້ປະກອບສ່ວນອັນສຳຄັນໃນການແກ້ໄຂຄວາມ ທຸກຍາກຂອງປະຊາຊົນບັນດາເຜົ່າພາຍໃນແຂວງສາລະວັນ ໃຫ້ນັບມື້ຫລຸດລົງເປັນກ້າວໆ.

ຂໍ້ມູນຈາກແຂວງສາລະວັນ

KPL