ພັກປະຊາຊົນ ປະຕິວັດລາວ ນຳພາທຸກພາລະກິດປະຕິວັດສູ່ຜົນສໍາເລັດ
![]()
ໂດຍ: ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ
ຂປລ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈະຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 6-8 ມັງກອນ 2026 ເຊິ່ງຖືເປັນເຫດການການເມືອງທີ່ຍິ່ງໃຫຍ່ ແລະ ມີຄວາມສຳຄັນຢ່າງຍິ່ງຂອງພັກ, ລັດ ແລະ ປະຊາຊົນລາວ, ເປັນຂີດໝາຍສຳຄັນທີ່ສະທ້ອນໃຫ້ເຫັນເຖິງ ການກ້າວເຂົ້າສູ່ໄລຍະໃໝ່ ແຫ່ງການພັດທະນາຂອງການປະຕິວັດລາວ. ໃນໂອກາດນີ້, ທ່ານ ຫງວຽນ ມິງ ເຕີມ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ມີບົດຄວາມ: “ພັກປະຊາຊົນ ປະຕິວັດລາວ ນຳພາທຸກພາລະກິດປະຕິວັດສູ່ຜົນສໍາເລັດ” ໂດຍມີເນື້ອໃນສຳຄັນດັ່ງຕໍ່ໄປນີ້:
ພັກປະຊາຊົນ ປະຕິວັດລາວ (ກ່ອນໜ້ານີ້ມີຊື່ວ່າ ພັກປະຊາຊົນລາວ) ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955, ເປັນກຳລັງສືບທອດພາລະກິດອັນມີກຽດສະຫງ່າຂອງພັກກອມມູນິດອິນດູຈີນ ແລະ ສືບທອດມູນເຊື້ອວິລະຊົນການປະຕິວັດ. ພັກແມ່ນກຳລັງນໍາໜ້າທີ່ມີການຈັດຕັ້ງ, ເປັນອົງການຈັດຕັ້ງການເມືອງສູງສຸດຂອງຊົນຊັ້ນກຳມະກອນ ແລະ ລະບອບປະຊາທິປະໄຕປະຊາຊົນລາວ, ເປັນຜູ້ແທນທີ່ຊື່ສັດ ແລະ ເດັດດ່ຽວຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຜູ້ອອກແຮງງານບັນດາເຜົ່າ ແລະ ປະຊາຊົນລາວທົ່ວປະເທດ. ພັກປະຊາຊົນ ປະຕິວັດລາວ ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານທາງດ້ານແນວຄິດ ແລະ ທິດສະດີ, ເປັນເຂັມຊີ້ທິດເຍືອງທາງໃນການຈັດຕັ້ງ ແລະ ເຄື່ອນໄຫວຂອງພັກ.
ພັກປະຊາຊົນ ປະຕິວັດລາວ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຂອງພັກມາແລ້ວ 11 ຄັ້ງ. ໃນໄລຍະເວລາ 70 ກວ່າ ປີທີ່ຜ່ານມາ, ພັກໄດ້ເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນທ່າມກາງແປວໄຟແຫ່ງການປະຕິວັດອັນດຸເດືອດ, ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ການເສຍສະລະຢ່າງຫລວງຫລາຍ ເພື່ອເອກະລາດຂອງຊາດ ແລະ ອິດສະລະພາບຂອງປະຊາຊົນບັນດາເຜົ່າລາວ. ພັກໄດ້ຢືນຢັນບົດບາດໃນຖານະເປັນແກນກາງຂອງລະບົບການເມືອງລາວ, ນຳພາການປະຕິວັດລາວຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ ຈົນປະສົບຜົນສຳເລັດໃນການປົດປ່ອຍຊາດ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນປີ 1975.
ພາຍຫລັງການສ້າງຕັ້ງປະເທດ, ພັກປະຊາຊົນ ປະຕິວັດລາວ ໄດ້ກຳນົດແນວທາງ ແລະ ພາລະກິດຂອງການປະຕິວັດໃນໄລຍະໃໝ່ ເຊັ່ນ: ການປົກປັກຮັກສາລະບອບໃໝ່, ການຟື້ນຟູເສດຖະກິດຂອງຊາດ, ການປິ່ນປົວບາດແຜສົງຄາມ, ການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການດຳເນີນການສ້າງສາສັງຄົມນິຍົມ. ພັກໄດ້ພັດທະນາຢ່າງຕໍ່ເນື່ອງ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງຈາກປະຊາຊົນ, ໂດຍໄດ້ເປັນຜູ້ນຳພາກຳລັງປະກອບອາວຸດ ແລະ ປະຊາຊົນລາວທັງໝົດ ໃນການປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ. ຄວາມສະຫງົບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມໄດ້ຮັບການຄຸ້ມຄອງໃນລະດັບພື້ນຖານ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ, ວັດທະນະທຳ ແລະ ການສຶກສາມີຄວາມກ້າວໜ້າໃໝ່ໆ ແລະ ລະບົບການປົກຄອງຕັ້ງແຕ່ສູນກາງລົງຮອດທ້ອງຖິ່ນໄດ້ຮັບການປັບປຸງໃຫ້ເຂັ້ມແຂງຂຶ້ນເລື້ອຍໆ.
ເມື່ອກ້າວເຂົ້າສູ່ໄລຍະໃໝ່ແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດ, ພັກປະຊາຊົນ ປະຕິວັດລາວ ຍັງຄົງເປັນຜູ້ນຳພາປະຊາຊົນລາວບັນລຸຜົນສຳເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ ເຊິ່ງມີຄວາມໝາຍທາງປະຫວັດສາດໃນຂະບວນການປ່ຽນແປງໃໝ່ ແລະ ປັບປຸງປະເທດຊາດ. ໂດຍສຸມໃສ່ການປັບປຸງແນວຄິດເປັນອັນດັບທຳອິດ, ເລີ່ມຈາກການຫັນປ່ຽນຈາກລະບົບເສດຖະກິດແບບລວມສູນເກື້ອກູນ ໄປສູ່ລະບົບເສດຖະກິດກົນໄກຕະຫລາດ ພາຍໃຕ້ການຄຸ້ມຄອງຂອງລັດ, ໂດຍຖືເອົາການພັດທະນາເສດຖະກິດເປັນພາລະກິດໃຈກາງ, ສົ່ງເສີມທ່າແຮງຂອງທຸກພາກສ່ວນເສດຖະກິດຢ່າງສະເໝີພາບພາຍໃຕ້ກົດໝາຍ, ຄວບຄູ່ໄປກັບການຂະຫຍາຍການຮ່ວມມືກັບສາກົນ. ພັກໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ການພັດທະນາດ້ານວັດທະນະທຳ-ສັງຄົມ, ສຸມໃສ່ການພັດທະນາຊັບພະຍາກອນມະນຸດຢ່າງຮອບດ້ານ, ສົ່ງເສີມຮີດຄອງປະເພນີ, ຄຸນຄ່າອັນໂດດເດັ່ນທາງດ້ານວັດທະນະທຳ ແລະ ມູນເຊື້ອຂອງຊາດ, ປັບປຸງສະຫວັດດີການສັງຄົມ ແລະ ຍົກສູງຄຸນນະພາບຊີວິດຂອງປະຊາຊົນ. ກຳລັງປະກອບອາວຸດປະຊາຊົນ, ພາຍໃຕ້ການຍຶດໝັ້ນ ແລະ ປະຕິບັດຕາມແນວທາງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ແລະ ຮອບດ້ານ ພາຍໃຕ້ການນຳພາໂດຍກົງຂອງພັກ, ແມ່ນມີຄວາມເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ. ແນວທາງການຕ່າງປະເທດຂອງພັກແມ່ນມີຄວາມສອດຄ່ອງກັບການປ່ຽນແປງຂອງໂລກ ແລະ ພາກພື້ນ, ມີສ່ວນສຳຄັນໃນການຍົກສູງບົດບາດ ແລະ ຖານະຂອງພັກ ແລະ ລັດລາວ ໃນເວທີພາກພື້ນ ແລະ ສາກົນ. ຄຽງຄູ່ໄປກັບການປັບປຸງ ແລະ ຈັດຕັ້ງການເຄື່ອນໄຫວຂອງພັກທຸກຂັ້ນ, ການພັດທະນາວິທີການນຳພາ ແລະ ແບບແຜນວິທີເຮັດວຽກຂອງພັກ, ຕະຫລອດຮອດການປະສານງານຢ່າງໃກ້ຊິດລະຫວ່າງການນຳພາຂອງພັກ ກັບການເຄື່ອນໄຫວຂອງອົງການຈັດຕັ້ງລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ເພື່ອເສີມຂະຫຍາຍຂີດຄວາມສາມາດ ແລະ ບົດບາດການນຳພາຂອງພັກໃນລະບົບການເມືອງ ໃຫ້ສອດຄ່ອງກັບພາລະກິດປະຕິວັດໃນໄລຍະໃໝ່. ພ້ອມກັນນັ້ນ, ກໍເພື່ອສົ່ງເສີມພະລັງແຫ່ງຄວາມສາມັກຄີອັນຍິ່ງໃຫຍ່ ຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆຂອງລາວ ໃຫ້ກາຍເປັນພະລັງລວມຂອງຊາດ ແລະ ເຮັດໃຫ້ລະບອບປະຊາທິປະໄຕປະຊາຊົນໄດ້ຮັບການພັດທະນາໃຫ້ສົມບູນຍິ່ງໆຂຶ້ນ.
ທ່າມກາງສະພາບການໂລກ ແລະ ພາກພື້ນທີ່ມີຄວາມສະຫລັບຊັບຊ້ອນ, ມີການປ່ຽນແປງຢ່າງວ່ອງໄວ ແລະ ຜັນຜວນຢ່າງແຮງ ເຊິ່ງສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງໂລກ. ເຖິງຢ່າງໃດກໍຕາມ, ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກປະຊາຊົນ ປະຕິວັດລາວ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສາມາດບັນລຸຜົນສຳເລັດອັນຍິ່ງໃຫຍ່ ແລະ ສຳຄັນໃນຫລາຍດ້ານ ດັ່ງນີ້:
ດ້ານການເມືອງ-ສັງຄົມ: ສາມາດຮັກສາສະຖຽນລະພາບຢ່າງຕໍ່ເນື່ອງ. ລະບົບການເມືອງຂອງລາວໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາໃຫ້ສົມບູນແບບຍິ່ງໆຂຶ້ນຢ່າງບໍ່ຢຸດຢັ້ງ. ບົດບາດການນຳພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ຮັບການຢືນຢັນຢ່າງໝັ້ນຄົງກວ່າເກົ່າ. ການສ້າງ ແລະ ປັບປຸງພັກ ໄດ້ຮັບການເອົາໃຈໃສ່ໃນການຈັດຕັ້ງປະຕິບັດ. ລະບຽບວິໄນ ແລະ ແບບແຜນໃນລະບົບການເມືອງຂອງລາວທັງໝົດ ໄດ້ຮັບການເສີມຂະຫຍາຍຄວບຄູ່ໄປກັບການປະຕິຮູບການບໍລິຫານລັດ, ເຮັດໃຫ້ການຍົກສູງປະສິດທິພາບ ແລະ ປະສິດທິຜົນໃນການຄຸ້ມຄອງລັດ ບັນລຸຜົນສຳເລັດໃນທາງບວກຢ່າງຈະແຈ້ງ.
ດ້ານການປ້ອງກັນຊາດ ແລະ ຄວາມສະຫງົບ ໄດ້ຮັບການປົກປັກຮັກສາໄວ້ຢ່າງໝັ້ນຄົງ. ລາວໄດ້ເສີມຂະຫຍາຍຂີດຄວາມສາມາດດ້ານການປ້ອງກັນຊາດຢ່າງຕໍ່ເນື່ອງ, ຮັກສາຄວາມສະຫງົບພາຍໃນປະເທດ ພ້ອມທັງມີບົດບາດເປັນເຈົ້າການ ແລະ ສ້າງສັນໃນການເຂົ້າຮ່ວມກົນໄກການຮ່ວມມືດ້ານການປ້ອງກັນຊາດ ແລະ ຄວາມສະຫງົບໃນລະດັບພາກພື້ນ, ປະກອບສ່ວນຢ່າງມີປະສິດທິພາບເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາທີ່ຍືນຍົງຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ດ້ານເສດຖະກິດ ມີການຟື້ນຕົວເປັນກ້າວໆໄປ ແລະ ເຕີບໂຕໃນລະດັບທີ່ມີຄວາມໝັ້ນຄົງສົມຄວນ. ໂຄງປະກອບເສດຖະກິດຍັງຄົງປັບປ່ຽນໄປໃນທິດທາງບວກ ໂດຍຮັກສາອັດຕາການເຕີບໂຕສະເລ່ຍໄວ້ທີ່ 4,2%. ອັດຕາເງິນເຟີ້ໄດ້ຮັບການຄວບຄຸມ ໂດຍຫລຸດລົງຈາກ 22,96% ໃນປີ 2022 ມາເປັນ 8,3% ໃນປີ 2025. ລາຍຮັບງົບປະມານແຫ່ງລັດບັນລຸເກີນແຜນຕິດຕໍ່ກັນເປັນເວລາ 5 ປີ. ມູນຄ່າການຄ້າລວມຢູ່ທີ່ 84.406,01 ລ້ານໂດລາສະຫະລັດ (ເກີນດຸນການຄ້າ 8.475,75 ລ້ານໂດລາສະຫະລັດ). ເງິນທຶນທີ່ລະດົມໄດ້ທັງໝົດ 387.372 ຕື້ກີບ (ເທົ່າກັບ 189% ຂອງແຜນການ). ເງິນຊ່ວຍເຫລືອລວມ 54.493 ຕື້ກີບ (ເທົ່າກັບ 146% ຂອງແຜນການ). ການລົງທຶນຈາກພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດລວມ 266.494 ຕື້ກີບ (ເທົ່າກັບ 266% ຂອງແຜນການ) ແລະ ການລົງທຶນຈາກແຫລ່ງອື່ນໆລວມ 44.305 ຕື້ກີບ.
ລາຍໄດ້ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນຢ່າງຕໍ່ເນື່ອງ ຢູ່ທີ່ 2.138 ໂດລາສະຫະລັດ. ຄຸນນະພາບຊີວິດທັງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງນັບມື້ນັບດີຂື້ນ. ໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ພັດທະນາເຂດຫ່າງໄກສອກຫລີກ ປະສົບຜົນສຳເລັດຢ່າງແທ້ຈິງ. ອັດຕາຄອບຄົວທຸກຍາກຫລຸດລົງຈາກ 18,3% ໃນປີ 2019 ມາເຫລືອ 15% ໃນປີ 2025. ໂຄງການ ພື້ນຖານໂຄງລ່າງທີ່ສຳຄັນດ້ານຄົມມະນາຄົມ, ພະລັງງານ, ໄຟຟ້ານໍ້າຕົກ ແລະ ໂລຈິດຕິກຈຳນວນຫລາຍໄດ້ຮັບການຈັດຕັ້ງປະຕິບັດ, ຊ່ວຍຍົກສູງການເຊື່ອມໂຍງທັງພາຍໃນປະເທດ ແລະ ໃນລະດັບພາກພື້ນ.
ດ້ານວັດທະນະທຳ-ສັງຄົມ ໄດ້ຮັບການໃຫ້ຄວາມສຳຄັນ ແລະ ພັດທະນາຢ່າງຕໍ່ເນື່ອງ. ມີການປະຕິຮູບລະບົບການສຶກສາແຫ່ງຊາດ, ຍົກສູງຄຸນນະພາບການຮຽນ-ການສອນ, ສົ່ງເສີມວຽກງານຄົ້ນຄວ້າທາງວິທະຍາສາດ ແລະ ການພັດທະນານະວັດຕະກໍາໃໝ່. ໃຫ້ຄວາມສຳຄັນກັບການເບິ່ງແຍງ, ປົກປ້ອງ ແລະ ຍົກສູງສຸຂະພາບຂອງປະຊາຊົນ. ການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ວຽກງານສະຫວັດດີການສັງຄົມ ເພື່ອຄຸ້ມຄອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວ. ການອະນຸລັກ ແລະ ສົ່ງເສີມຄຸນຄ່າມູນເຊື້ອທາງວັດທະນະທຳທີ່ສະທ້ອນເຖິງເອກະລັກຂອງຊາດ. ວຽກງານຄຸ້ມຄອງແຮງງານໄດ້ຮັບການເອົາໃຈໃສ່, ສົ່ງເສີມໃຫ້ທັງພາກລັດ ແລະ ເອກະຊົນມີສ່ວນຮ່ວມໃນການພັດທະນາ ແລະ ຝຶກອົບຮົມວິຊາຊີບໃຫ້ແກ່ແຮງງານຈຳນວນ 159.837 ຄົນ ແລະ ສ້າງວຽກເຮັດງານທຳໃຫ້ແກ່ແຮງງານພາຍໃນ ແລະ ແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດລວມ 464.514 ຄົນ.
ອົງການອຳນາດລັດໄດ້ຮັບການເສີມສ້າງໃຫ້ເຂັ້ມແຂງຍິ່ງຂຶ້ນ, ເປັນພື້ນຖານທີ່ໝັ້ນຄົງສຳລັບການບໍລິຫານປະເທດດ້ວຍກົດໝາຍ ສອດຄ່ອງກັບເປົ້າໝາຍການສ້າງລັດປະຊາທິປະໄຕປະຊາຊົນໃຫ້ພັດທະນາເປັນລັດແຫ່ງກົດໝາຍ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໂດຍໂຄງປະກອບອົງການຂອງລັດທຸກຂັ້ນ ໄດ້ຮັບການຈັດລະບຽບໃຫ້ມີຄວາມກະທັດຮັດ, ຄ່ອງຕົວ, ມີປະສິດທີພາບ ແລະ ມີປະສິດທິຜົນ. ຈຳນວນຂະແໜງການບໍລິຫານສູນກາງຫລຸດລົງຈາກ 17 ກະຊວງ ແລະ 3 ອົງການທຽບເທົ່າກະຊວງ ມາເຫລືອ 13 ກະຊວງ ແລະ 2 ອົງການທຽບເທົ່າກະຊວງ. ການກວດກາ, ການຕິດຕາມກວດກາ ແລະ ການຈັດຕັ້ງປະຕິບັດຫລັງການກວດກາ ມີຄວາມເຂັ້ມແຂງຢ່າງແທ້ຈິງ ແລະ ເດັດຂາດ.
ດ້ານການຕ່າງປະເທດ: ສາຍພົວພັນຂອງລາວກັບບັນດາປະເທດຕ່າງໆ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ. ບົດບາດ ແລະ ຄວາມໄວ້ວາງໃຈຂອງລາວໃນເວທີສາກົນ ໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ. ລາວມີສ່ວນຮ່ວມຢ່າງຕັ້ງໜ້າໃນອາຊຽນ ແລະ ອົງການຈັດຕັ້ງລະດັບພາກພື້ນ ແລະ ສາກົນ, ພ້ອມທັງມີຄວາມຮັບຜິດຊອບຕໍ່ບັນຫາລວມຕ່າງໆ. ລາວໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ 151 ປະເທດ ແລະ ສາຍພົວພັນລະຫວ່າງພັກກັບພັກການເມືອງຈຳນວນ 145 ພັກ ໃນ 82 ປະເທດ. ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ຢ່າງປະສົບຜົນສຳເລັດ ໄດ້ສ້າງຄວາມປະທັບໃຈອັນດີ ແລະ ຝາກຮ່ອງຮອຍໃນທາງບວກໄວ້ໃນລະດັບພາກພື້ນ ແລະ ສາກົນ.
ເມື່ອກ້າວໄປສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍການກຽມພ້ອມຢ່າງຮອບຄອບ, ຄວາມເອົາໃຈໃສສູງ, ມີຄວາມເປັນລະບົບ ແລະ ມີວິທະຍາສາດ; ມີການຫັນປ່ຽນທາງດ້ານແນວຄິດຢ່າງສ້າງສັນ, ເນັ້ນໃສ່ຄຸນນະພາບ, ປະສານສົມທົບລະຫວ່າງທິດສະດີກັບການປະຕິບັດຢ່າງກົມກຽວ, ຍຶດໝັ້ນຄວບຄູ່ກັບການປະຕິຮູບ, ສືບທອດຄວບຄູ່ກັບການພັດທະນາ ເຊິ່ງແມ່ນຂະບວນການປະກອບສ່ວນສຳຄັນ ແລະ ເຮັດໃຫ້ແນວທາງການປ່ຽນແປງໃໝ່ທີ່ກຳນົດໄວ້ໂດຍກອງປະຊຸມໃຫຍ່ຂອງພັກໃນຄັ້ງກ່ອນໆໃຫ້ສົມບູນຍິ່ງຂຶ້ນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈະປະສົບຜົນສຳເລັດຢ່າງຈົບງາມ.
ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນເຫດການການເມືອງທີ່ຍິ່ງໃຫຍ່ ແລະ ມີຄວາມສຳຄັນຢ່າງຍິ່ງຂອງພັກ, ລັດ ແລະ ປະຊາຊົນລາວ, ມີຄວາມໝາຍສຳຄັນທີ່ສຸດໃນຂະບວນການຊຸກຍູ້ການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຈຸດສຸມ, ເປີດສາກໄລຍະໃໝ່ແຫ່ງການພັດທະນາຂອງການປະຕິວັດລາວ. ຈາກຜົນສຳເລັດຂອງກອງປະຊຸມໃຫຍ່, ພັກປະຊາຊົນ ປະຕິວັດລາວ ຈະຍັງຄົງເປັນຜູ້ນຳພາປະຊາຊົນລາວ ໃນການບັນລຸຜົນສຳເລັດໃໝ່ໆ ທີ່ຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ, ມຸ່ງໄປສູ່ການສ້າງປະເທດລາວ ໃຫ້ເປັນປະເທດທີ່ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ ແລະ ກ້າວເດີນໄປຂ້າງໜ້າຢ່າງໜັກແໜ້ນຕາມເປົ້າໝາຍສັງຄົມນິຍົມ.
ຄຽງຄູ່ກັບກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ໃນໄລຍະອັນໃກ້ນີ້, ພັກກອມມູນິດຫວຽດນາມ ກໍຈະຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ດ້ວຍມູນເຊື້ອແຫ່ງສາຍພົວພັນຄວາມສາມັກຄີພິເສດ ລະຫວ່າງສອງພັກ, ສອງລັດ ຫວຽດນາມ-ລາວ, ສາຍພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຈະຍິ່ງໄດ້ຮັບການພັດທະນາເຂົ້າສູ່ລວງເລິກ, ແທ້ຈິງ ແລະ ມີປະສິດທິຜົນໃນທຸກດ້ານ, ນຳມາຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງປະເທດ ແລະ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ທົ່ວໂລກ.
