ສປ ຈີນ ໄດ້ອະນຸມັດ ໃຫ້ຈຳໜ່າຍຢາ ປະດິດສ້າງເຂົ້າຕະຫລາດເຖິງ 76 ຊະນິດ

05/01/2026 11:39
Email Print 83
KPL - Asean 2024 ສປ ຈີນ ​ໄດ້​ອະ​ນຸ​ມັດ​ ໃຫ້​ຈຳ​ໜ່າຍ​ຢາ​ ປະ​ດິດ​ສ້າງ ​ເຂົ້າ​ຕະ​ຫລາດ​ເຖິງ 76 ຊະ​ນິດ ໃນປີ2025, ເມື່ອທຽບ​ໃສ່​ປີ2024 ທີ່​ອະ​ນຸ​ມັດ 48 ຊະ​ນິດ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫລວງ​ຫລາຍ ແລະ ​ສ້າງ​ສະ​ຖິ​ຕິໃໝ່ ​ເປັນ​ປະ​ຫວັດ​ສາດ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ອີງ​ຕາມ​ ແຫລ່ງ​ຂ່າວ ​ຈາກ​ອົງ​ການ ​ຕິດ​ຕາມ ​ຄຸ້ມ​ຄອງ ​ຢາ​ແຫ່ງ​ຊາດ​ຈີນ ໃຫ້​ຮູ້​ວ່າ: ສປ ຈີນ ​ໄດ້​ອະ​ນຸ​ມັດ​ ໃຫ້​ຈຳ​ໜ່າຍ​ຢາ​ ປະ​ດິດ​ສ້າງ ​ເຂົ້າ​ຕະ​ຫລາດ​ເຖິງ 76 ຊະ​ນິດ ໃນປີ2025, ເມື່ອທຽບ​ໃສ່​ປີ2024 ທີ່​ອະ​ນຸ​ມັດ 48 ຊະ​ນິດ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫລວງ​ຫລາຍ ແລະ ​ສ້າງ​ສະ​ຖິ​ຕິໃໝ່ ​ເປັນ​ປະ​ຫວັດ​ສາດ. ນອກ​ນີ້, ປີ2025, ການ​ຊື້​-ຂາຍ ​ແບບມອບ​ສິດ ໃຫ້​ຕ່າງ​ປະ​ເທດ ດ້ານ​ຢາ​ປະ​ດິດ​ສ້າງ​ຂອງ ສປ ​ຈີນ​ ໄດ້​ບັນ​ລຸ​ ມູນ​ຄ່າ ​ທັງ​ໝົດ​ ຫລາຍກວ່າ 130 ຕື້​ໂດ​ລາ, ຈຳ​ນວນ​ ການ​ຊື້​-ຂາ​ຍ ​ແບບມອບ​ສິດ ​ຫລາຍກວ່າ 150 ລາຍ ແລະ ​ໄດ້ສ້າ​ງ​ສະ​ຖິ​ຕິ​ໃໝ່​ ເປັນ​ປະ​ຫວັດ​ສາດ ​ເຊັ່ນ​ດຽວ​ກັນ. ຜູ້​ຮັບ​ຜິດ​ຊອບ​ ທີ່​ກ່ຽວ​ຂ້ອງ​ ຂອງ​ອົງ​ການ​ ຕິດ​ຕາມ ​ຄຸ້ມ​ຄອງ​ ຢາ​ແຫ່ງ​ຊາດ​ຈີນ ​ໃຫ້​ຮູ້​ຕື່ມວ່າ: ການ​ຄົ້ນ​ຄວ້າ ​ພັດ​ທະ​ນາ​ ຢາ​ໃໝ່ ​​ທີ່ປະ​ດິດ​ສ້າງ​ ທີ່​ມີ​ກົນ​ໄກ​ ປິ່ນ​ປົວ​ແບບ​ໃໝ່ ​ແມ່ນ​ມີ​ຄວາມ​ຫຍຸ້ງ​ຍາກ ​ທີ່​ສຸດ. ປີ2025 ສປ ຈີນ ​ໄດ້​ອະ​ນຸ​ມັດ​ໃຫ້​ຈຳ​ໜ່າຍ​ຢາ​ໃໝ່ ​ທີ່ປະ​ດິດ​ສ້າງ ເຂົ້າ​ຕະ​ຫລາດ 11 ຊະ​ນິດ, ໃນ​ນີ້ ມີ4 ຊະ​ນິດ ​ເປັນ​ຢາ ​ທີ່​ ສປ ຈີນ ​ຄົ້ນ​ຄວ້າ ​ພັດ​ທະ​ນາ ດ້ວຍ​ຕົນເອງ. ເຈົ້າ​ໜ້າ​ທີ່​ ອົງ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ ຢາ​ແຫ່ງ​ຊາດ​ຈີນ ​ໃຫ້​ຮູ້​ວ່າ: ເລີ່ມ​ແຕ່ ​ປີ2026 ເປັນ​ຕົ້ນ​ໄປ​, ອົງ​ການ​ ຂອງ​ຕົນ​ ຈະ​ວາງ​ມາດ​ຕະ​ການ​ ຫລາຍກວ່າ​ເກົ່າ​ ເພື່ອ​ຊຸກ​ຍູ້​ ການ​ພັດ​ທະ​ນາ ​ຢາ​ປະ​ດິດ​ສ້າງ ​ຢ່າງວ່ອງ​ໄວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL