ສປ ຈີນ ເປີດເຜີຍບັນຊີລາຍຊື່ໂຄງການກໍ່ສ້າງປີ 2026 ກ່ອນກຳນົດ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ແຫລ່ງຂ່າວ ຈາກຄະນະກຳມະການ ການພັດທະນາ ແລະ ປະຕິຮູບ ແຫ່ງລັດຈີນ ໃຫ້ຮູ້ວ່າ: ເພື່ອເປີດກວ້າງ ການລົງທຶນ ທີ່ມີປະສິດທິຜົນ ຕື່ມອີກ, ຄະນະກຳມະການ ການພັດທະນາ ແລະ ປະຕິຮູບແຫ່ງລັດຈີນ ໄດ້ຈັດວາງ ແລະ ເລັ່ງການປະຕິບັດ ບັນຊີລາຍຊື່ 2ໂຄງການກໍ່ສ້າງສຳຄັນ ຄື: ໂຄງການ ຍຸດທະສາດ ສຳຄັນ ແຫ່ງຊາດ ແລະ ໂຄງການກໍ່ສ້າງ ຄວາມສາມາດ ດ້ານຄວາມປອດໄພ ໃນຂົງເຂດສຳຄັນ ພ້ອມທັງ ແຜນການລົງທຶນ ຕາມແຜນງົບປະມານ ຂັ້ນສູນກາງ. ໃນດ້ານການກໍ່ສ້າງ “ສອງສຳຄັນ”, ໄດ້ຈັດວາງງົບປະມານ 220 ຕື້ຢວນ ເພື່ອສະໜັບສະໜູນ 281 ໂຄງການ ເຊັ່ນ: ການສ້າງເຄືອຂ່າຍທໍ່ໃຕ້ດິນ ໃນຕົວເມືອງ, ການສ້າງນາມາດຕະຖານສູງ, ການຫລຸດຕົ້ນທຶນ ການຈໍລະຈອນສິນຄ້າ ທົ່ວສັງຄົມ ໃຫ້ຕ່ຳລົງ ຢ່າງມີປະສິດທິຜົນ ແລະອື່ນໆ.ໃນດ້ານການລົງທຶນ ຕາມແຜນງົບປະມານ ຂັ້ນສູນກາງ, ໄດ້ຈັດວາງງົບປະມານ ຫລາຍກວ່າ 75 ຕື້ຢວນ ເພື່ອສະໜັບສະໜູນ 673 ໂຄງການ ໃນດ້ານການຍົກລະດັບ ຕົວເມືອງ, ຊົນລະປະທານ, ການຮັກສາ ແລະ ຟື້ນຟູສະພາບນິເວດ, ການບົວລະບັດມົນລະພິດ, ການປະຢັດພະລັງງານ ແລະ ຫລຸດການປ່ອຍກາກບອນ ແລະ ອື່ນໆ.ໃນຂະນະດຽວກັນ, ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງລັດຈີນ ຍັງໄດ້ປັບປຸງກົນໄກ ໄລຍະຍາວ ໃນການປະຕິບັດ ໂຄງການ ແລະ ການບົວລະບັດ ຮັກສາໂຄງການ ໃຫ້ສົມບູນ ຂຶ້ນຕື່ມອີກ ເພື່ອຊຸກຍູ້ໃຫ້ທຶນຮອນ ປະເພດຕ່າງໆ ຖືກນຳໃຊ້ຢ່າງມີປະສິດທິຜົນ ແລະ ຍົກປະສິດທິພາບ ການລົງທຶນ ໃຫ້ສູງຂຶ້ນເລື້ອຍໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
