ມຽນມາ ປະກາດລາຍຊື່ຈຳນວນໜຶ່ງ ຂອງຜູ້ທີ່ໄດ້ຮັບ ການເລືອກຕັ້ງ ເປັນສະມາຊິກ ສະພາແຫ່ງຊາດ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ເມື່ອບໍ່ດົນມານີ້, ຄະນະກຳມະການ ການເລືອກຕັ້ງ ສະຫະພາບມຽນມາ ໄດ້ປະກາດ ລາຍຊື່ ຈຳນວນໜຶ່ງ ຂອງຜູ້ທີ່ໄດ້ຮັບການເລືອກຕັ້ງ ເປັນສະມາຊິກ ສະພາແຫ່ງຊາດ ໃນຮອບທີໜຶ່ງ ຂອງການເລືອກຕັ້ງ ທົ່ວປະເທດ ຜ່ານທາງໂທລະພາບ. ລາຍຊື່ດັ່ງກ່າວ ສ່ວນໃຫຍ່ ແມ່ນປະກອບ ດ້ວຍສະມາຊິກ ສະພາ ຂອງສະພາປະຊາຊົນ ແລະ ສະພາຊົນເຜົ່າ ຂອງສະພາແຫ່ງຊາດ ພ້ອມດ້ວຍ ສະມາຊິກ ສະພາລະດັບແຂວງ ຈຳນວນໜຶ່ງ. ລາຍຊື່ດັ່ງກ່າວ ຈະປະກາດ ອອກມາເທື່ອລະກ້າວ ໃນຫລາຍວັນຕໍ່ໜ້າ. ອີງຕາມລາຍຊື່ທີ່ປະກາດແລ້ວ ໃນປັດຈຸບັນ, ພັກສາມັກຄີ ແລະ ການພັດທະນາ ສະຫະພາບ ມຽນມາ ໄດ້ຮັບໄຊຊະນະ ກວມເອົາ ບ່ອນນັ່ງ ສ່ວນໃຫຍ່. ອີງຕາມເຈົ້າໜ້າທີ່ ຄະນະ ກຳມະການ ເລືອກຕັ້ງ ສະຫະພາບ ມຽນມາ ເປີດເຜີຍໃຫ້ຮູ້ວ່າ: ໃນການເລືອກຕັ້ງ ຮອບນີ້, ພັກສາມັກຄີ ແລະ ການພັດທະນາ ສະຫະພາບ ມຽນມາ ໄດ້ກວມເອົາ ບ່ອນນັ່ງ ສ່ວນໃຫຍ່ ແລະ ມີອັດຕາສ່ວນ ຄະແນນສຽງໃນການເລືອກຕັ້ງ ຫລາຍກວ່າ ພັກການເມືອງອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
